ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ຕ້ອງສົງໄສ ຮັບສາລະພາບ ໃນ ການວາງລະເບີດ ຢູ່ບາງກອກ

ຜູ້ບັນຊາການ ຕຳຫຼວດແຫ່ງຊາດໄທ ທ່ານ Somyot Pumpanmuang ສະແດງທ່າທີ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ເຫດການລະເບີດແຕກ ໃນບາງກອກ ທີ່ໄດ້ສັງຫານ 20 ຄົນ ລວມມີ ຊາວຕ່າງຊາດ ຂະນະທີ່ຈໍພາບ ຢູ່ເບື້ອງຫຼັງ ສະແດງໃຫ້ເຫັນ ພາບອັນແຕກຕ່າງ ຂອງຜູ້ຕ້ອງສົງໄສສອງຄົນ ທີ່ອ້າງເຖິງ ທ້າວ Bilal Mohammed ແລະ ທ້າວ Adem Karadag, ອັນເປັນຊື່ໃນໜັງສືເດີນທາງຂອງເທີກີ ທີ່ຜູ້ກ່ຽວນຳໃຊ້, ຢູ່ທີ່ສຳນັກງານໃຫຍ່ ຂອງຕຳຫຼວດຣາຊະອານາຈັກໄທ ໃນກາງ ບາງກອກ, ວັນທີ 28 ກັນຍາ 2015.

ຕຳຫຼວດ​ໄທ ​ໄດ້​ສະແດງ​ຄວາມ​ໝັ້ນ​ໃຈ​ ​ໃນ​ວັນ​ຈັນ​ມື້​ນີ້ ວ່າ
ພວກ​ຕົນ ​ຈັບກຸມ​ຕົວ​ຊາຍຜູ້​ທີ່​ຮັບຜິດຊອບ ສຳ​ຫລັບ​ວາງ​
ລະ​ເບີດ ທີ່ໄດ້ສັງຫານ 20 ຄົນ ທີ່​ລວມມີ ຊາວ​ຈີນ ​ແລະ
ນັກ​ທ່ອງ​ທ່ຽວ​ຄົນ​ອື່ນໆ ຢູ່​ທີ່​ສານ​ເຈົ້າບ່ອນ​ນິຍົມ​ຊົມ​ຊອບ
​ໃນ​ບາງກອກ ​ໄດ້​ແລ້ວ.

ພາຍຫຼັງຈາກລະ​ເບີດ​ແຕກ​ຂຶ້ນ ​ເມື່ອ​ບໍ່​ດົນ ​ບັນດາ​ເຈົ້າໜ້າ​ທີ່
​ໄດ້ເຜີຍ​ແຜ່ ຖະ​ແຫລ​ງການ ຫຼາຍສະບັບ​ ໃນ​ບາງ​ຄັ້ງ ບໍ່​ຈະ​ແຈ້ງ
​ແລະກົງກັນຂ້າມ ກ່ຽວ​ກັບ​ພວກ​ຕ້ອງ​ສົງ​ໄສ ທີ່ກ່ຽວຂ້ອງກັບ​
ການ​ໂຈມ ​ແລະ ຈຸດປະສົງ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ນຳ​ໄປ​ສູ່​
ການ​ມີ​ຄວາມ​ບໍ່​ເຊື່ອ​ຖື ກ່ຽວ​ກັບ​ຄວາມ​ຊື່ສັດ​ຂອງ​ການ​ສືບສວນ​
ສອບ​ສວນ. ​ແຕ່​ພວກ​ເຂົາເຈົ້າກ່າວ​ວ່າ ປັດຈຸ​ບັນ​ນີ້ ພວກ​ເຂົາ ​ໄດ້​ລະບຸ​ຕົວ​ຜູ້​ວາງ​ລະ​ເບີດ
ພ້ອມ​ດ້ວຍ ​ເຄືອ​ຂ່າຍທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຜູ້ກ່ຽວ ​ໃຫ້ປະຕິບັດ​ການ​ໂຈມ​ຕີ​ຢ່າງຮ້າຍ​ແຮງ
ທີ່​ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ຊີວິດຫຼວງຫຼາຍ. ​

ບັນດາເຈົ້າໜ້າທີ່ຕຳຫລວດ ນຳຕົວຜູ້ຕ້ອງສົງໄສ ສຳຄັນຄົນນຶ່ງ ໃນການວາງລະເບີດ ຢູ່ບາງກອກ ເມື່ອເດືອນແລ້ວນີ້ ຜູ້ໃສ່ເສື້ອເຫຼືອງ ທີ່ລະບຸຕົວ ໂດຍຕຳຫຼວດຄື ທ້າວ Yusufu Mierili ຫຼືວ່າ Yusufu Mieraili ທີ່ເດີນທາງດ້ວຍໜັງສືຜ່ານແດນຂອງຈີນ ແຕ່ສັນຊາດຂອງຜູ້ກ່ຽວ ແມ່ນຍັງບໍ່ສາມາດ ຢັ້ງຢືນໄດ້ເທື່ອ, ວັນທີ 9 ກັນຍາ 2015.

ທ້າວ Bilal Mohammed ທີ່​ຍັງ​ຖືກ​ລະ​ບຸ​ຕົວ​ຄື ທ້າວ Mohammad Bilaturk ຜູ້​ທີ່ຖືໜັງສື​
ເດີນທາງ​ ຂອງປະ​ເທດ​ເທີ​ກີ ທີ່ປອມ​ແປງ ​ໃນ​ນາມ Adem Karadag ອາຍຸ 28 ປີ ​ແມ່ນຖືກ​
ກ່າວ​ຫາ​ວ່າ ​ເປັນ​ຜູ້​ວາງ​ລະ​ເບີດ ​ເມື່ອ​ວັນ​ທີ 17 ສິງຫາ​ ຢູ່​ທີ່​ສານ​ເຈົ້າ Erawan.

ຜູ້​ຕ້ອງ​ສົງ​ໄສ ທີ່​ໃສ່​ເສື້ອ​ຢືດ ຫຼື T-shirt ສີ​ເຫຼືອງ ຄ້າຍຄື​ກັນ​ກັບ​ອັນ​ທີ່​ຜູ້​ວາງ​ລະ​ເບີດ​ໄດ້​ໃສ່
​ທີ່​ປາກົດ​ເຫັນ​ຢູ່​ໃນພາບ​ບັນທຶກ​ຈາກກ້ອງ​ວົງ​ຈອນປິດ ​ໄດ້​ຖືກບັງ​ຄັບ​ໃຫ້ ສະ​ແດງ​ຄືນເຫດການ
ວາງ​ລະ​ເບີດ ຢ່າງ​ເປີດ​ເຜີຍ​ຕໍ່​ສາທາລະນະ ຢູ່​ທີ່​ສານ​ເຈົ້າ​ໃນ​ວັນ​ເສົາ​ຜ່ານ​ມາ ຊຶ່ງ​ເປັນ​ການ​
ປະຕິບັດ​ຕາມທຳ​ມະ​ດາ​ ຂອງ​ການ​ສື​ບສວນ​ສອບ​ສວນ.

ຜູ້​ຕ້ອງ​ສົງ​ໄສ ຄົນ​ທີ​ສອງ ທ້າວ Yusufu Mierili ອາຍຸ 25 ປີ ​ເປັນ​ຄົນ​ພື້ນ​ເມືອງ Xinjiang
ຂອງຈີນ ​ແມ່ນ​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ທີ່​ໄດ້​ຍື່ນ​ຖົງ​ລະ​ເບີດ​ໃຫ້​ແກ່ ທ້າວ Bilal ​ແລະ ​ໄດ້ຖ່າຍ ​ພາບເອົາ​ຜົນ​ເສຍ​ຫາຍ​ຫຼັງການລະ​ເບີດ.

ຕຳຫຼວດ ກ່າວ​ວ່າ ຊາຍທັງ​ສອງ​ຄົນ ​ໄດ້​ສາລະພາບ ວ່າ​ ພວກ​ເຂົາ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ການ
ວາງ​ລະ​ເບີດ.

ທະຫານໄທ ສອງນາຍ ຍ່າງຢູ່ນອກ ສານເຈົ້າ Erawan ຢູ່ທີ່ສີ່ແຍກ Rajprasong ຊຶ່ງເປັນສະຖານທີ່ ວາງລະເບີດ ເມື່ອຫຼາຍອາທິິດຜ່ານມາ ໃນບາງກອກ, ວັນທີ 24 ສິງຫາ 2015.
ທະຫານໄທ ສອງນາຍ ຍ່າງຢູ່ນອກ ສານເຈົ້າ Erawan ຢູ່ທີ່ສີ່ແຍກ Rajprasong ຊຶ່ງເປັນສະຖານທີ່ ວາງລະເບີດ ເມື່ອຫຼາຍອາທິິດຜ່ານມາ ໃນບາງກອກ, ວັນທີ 24 ສິງຫາ 2015.
XS
SM
MD
LG