ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດໄທ ຈັບກຸມແມ່ຍິງລາວ 43 ຄົນ ໃນຂໍ້ຫາ ລັກລອບເຂົ້າໄທ ເພື່ອຂາຍ ບໍລິການທາງເພດ


ພວກແມ່ຍິງລາວ ຈຳນວນ 43 ຄົນ ທີ່ຖືກເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມ ແລະ ສ່ວນເຍົາວະຊົນທີ່ມີອາຍຸ ຕ່ຳກວ່າ 18 ປີ ຈະຖືກສົ່ງໄປຍັງສູນຟື້ນຟູສະພາບຈິດໃຈ ແລະຝຶກອົບຮົມ ວິຊາຊີບເປັນເວລາ 6 ເດືອນ ແລະຕໍ່ຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດທີ່ເປັນພູມລຳເນົາ.
ພວກແມ່ຍິງລາວ ຈຳນວນ 43 ຄົນ ທີ່ຖືກເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມ ແລະ ສ່ວນເຍົາວະຊົນທີ່ມີອາຍຸ ຕ່ຳກວ່າ 18 ປີ ຈະຖືກສົ່ງໄປຍັງສູນຟື້ນຟູສະພາບຈິດໃຈ ແລະຝຶກອົບຮົມ ວິຊາຊີບເປັນເວລາ 6 ເດືອນ ແລະຕໍ່ຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດທີ່ເປັນພູມລຳເນົາ.

ເຈົ້າໜ້າທີ່ຕຳຫຼວດໄທ ຈັບກຸມແມ່ຍິງລາວ 43 ຄົນດ້ວຍຂໍ້ຫາ
ລັກລອບເຂົ້າໄທ ເພື່ອຂາຍບໍລິການທາງເພດໂດຍຜິດກົດໝາຍ
ຊຶ່ງໃນນີ້ກໍມີເຖິງ 14 ຄົນ ທີ່ເປັນເຍົາວະຊົນ ທີ່ອາຍຸຕ່ຳກວ່າ 18
ປີ ລວມຢູ່ດ້ວຍ.

ເຈົ້າໜ້າທີ່ຕຳຫຼວດໄທ ໄດ້ທຳການຄວບຄຸມຕົວແມ່ຍິງລາວ 43 ຄົນ ທີ່ສະຖານບັນເທີງ
ແຫ່ງໜຶ່ງ ຢູ່ໃນເຂດອຳເພີໂຂງຈຽມ ຈັງຫວັດອຸບົນຣາຊະທານີ ເມື່ອກາງເດືອນທັນວາ
2015 ທີ່ຜ່ານມາ ດ້ວຍຂໍ້ຫາຮ່ວມກັນຂາຍບໍລິການທາງເພດ ໂດຍຜິດກົດໝາຍ ຊຶ່ງໃນນີ້
ກໍມີເຖິງ 14 ຄົນທີ່ເປັນເຍົາວະຊົນ ທີ່ອາຍຸຕ່ຳກວ່າ 18 ປີ ລວມຢູ່ດ້ວຍ.

ທັງນີ້ ໂດຍອິງຕາມກົດໝາຍອາຍາຂອງໄທນັ້ນ ການກະທຳຄວາມຜິດກົດໝາຍ ໃນຂໍ້ຫາ
ທີ່ເປັນຜູ້ຂາຍບໍລິການທາງເພດ ຈະມີໂທດຈຳຄຸກເປັນເວລາ 1 ເດືອນ ແລະປັບໄໝບໍ່ເກີນ
1,000 ບາດ ແຕ່ຖ້າຫາກວ່າ ຜູ້ກະທຳຄວາມຜິດເປັນເຍົາວະຊົນທີ່ອາຍຸຕ່ຳກວ່າ 18 ປີ
ຈະບໍ່ຖືວ່າ ມີຄວາມຜິດດັ່ງກ່າວ ແຕ່ຈະຖືກສົ່ງຕົວໄປຢູ່ໃນສູນຟື້ນຟູສະພາບຈິດໃຈ ແລະ
ຝຶກອົບຮົມວິຊາຊີບເປັນເວລາ 6 ເດືອນ ແລະຕໍ່ຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດ
ທີ່ເປັນພູມລຳເນົາ.

ແຮງງານລາວ ທີ່ເຮັດວຽກ ຢູ່ໃນປະເທດໄທ ໂດຍຜິດກົດໝາຍ ຈຳນວນໜຶ່ງ ຖືກເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມໄດ້ ໃນຈັງຫວັດອຸບົນຣາດຊະທານີ.
ແຮງງານລາວ ທີ່ເຮັດວຽກ ຢູ່ໃນປະເທດໄທ ໂດຍຜິດກົດໝາຍ ຈຳນວນໜຶ່ງ ຖືກເຈົ້າໜ້າທີ່ຕຳຫລວດໄທ ຈັບກຸມໄດ້ ໃນຈັງຫວັດອຸບົນຣາດຊະທານີ.

ແຕ່ຢ່າງໃດກໍຕາມ ການກຳນົດບົດລົງໂທດດັ່ງກ່າວ ກໍນັບວ່າ
ເປັນການລົງໂທດທີ່ບໍ່ຮຸນແຮງ ແລະຜົນທີ່ຕິດຕາມມາ ກໍຄືການ
ລັກລອບຂາຍບໍລິການທາງເພດໃນໄທ ຍັງຄົງເກີດຂຶ້ນຢ່າງ
ກວ້າງຂວາງ ຊຶ່ງໃນນີ້ກໍລວມເຖິງແມ່ຍິງລາວ ຈຳນວນບໍ່ນ້ອຍ
ທີ່ຍັງພາກັນເດີນທາງມາຂາຍ ບໍລິການທາງເພດໃນໄທ ຢູ່
ເລື້ອຍມາ ທັງຍັງມີທ່າອຽງຈະເພີ້ມຈຳນວນຫຼາຍຂຶ້ນນັບມື້
ອີກດ້ວຍ.

ໂດຍເຖິງແມ່ນວ່າ ກະຊວງປ້ອງກັນຄວາມສະຫງົບໃນລາວ
ຈະໄດ້ເລີ້ມດຳເນີນມາດຕະການ ບໍ່ອະນຸຍາດໃຫ້ເຍົາວະຊົນ
ລາວທີ່ອາຍຸຕ່ຳກວ່າ 18 ປີ ເດີນທາງໄປໄທໂດຍລຳພັງ ຢ່າງເດັດຂາດ ເມື່ອບໍ່ນານມານີ້
ຊຶ່ງຖືເປັນມາດຕະການທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນ ກັບທາງການໄທພາຍໃຕ້ເປົ້າໝາຍ
ເພື່ອປ້ອງກັນ ບໍ່ໃຫ້ເຍົາວະຊົນລາວ ຕ້ອງຕົກໄປເປັນເຫຍື່ອຂອງການຄ້າມະນຸດໃນໄທ
ໂດຍສະເພາະແມ່ນເຍົາວະຊົນລາວເພດຍິງ ທີ່ຖືເປັນກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນ
ເຫຍື່ອຂອງການຄ້າມະນຸດ ແລະຖືກບັງຄັບໃຫ້ຕ້ອງຂາຍບໍລິການທາງເພດຢູ່ໃນໄທ ເພີ້ມ
ຂຶ້ນນັບມື້ນັ້ນ.

ຫາກແຕ່ສຳລັບເຍົາວະຊົນລາວ ທີ່ມີຜູ້ປົກຄອງເດີນທາງໄປດ້ວຍນັ້ນ ກໍຍັງຄົງ ໄດ້ຮັບ
ການອະນຸຍາດໃຫ້ເດີນທາງໄປໄທໄດ້ຕາມປົກກະຕິ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຫລາຍ
ພາກສ່ວນຢ້ານວ່າ ການດຳເນີນມາດຕະການດັ່ງກ່າວນີ້ ອາດຈະບໍ່ມີປະສິດທິຜົນ ໃນ
ການປະຕິບັດຕົວຈິງ ຖ້າຫາກວ່າເຈົ້າໜ້າທີ່ຂອງທາງການລາວ ແລະໄທ ບໍ່ຈິງຈັງ ໃນ
ການກວດກາເອກະສານ ແລະໜັງສືເດີນທາງຂອງເຍົາວະຊົນລາວ ແລະຜູ້ປົກຄອງ
ຢ່າງຮອບຄອບ ເພາະໃນຄວາມເປັນຈິງ ຄືຂະບວນການຄ້າມະນຸດ ຍ່ອມສາມາດ ທີ່ຈະ
ປອມແປງເອກະສານໄດ້ ຕະຫລອດເວລານັ້ນເອງ.

ກະຊວງແຮງງານຂອງໄທ ລາຍງານວ່າ ມີແຮງງານລາວ 256,000 ກວ່າຄົນ ໄດ້ແຈ້ງ
ຈົດທະບຽນຂໍອະນຸຍາດທຳງານໃນໄທຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງໃນນີ້ແບ່ງເປັນແຮງ
ງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະໄດ້ຮັບອະນຸຍາດໃຫ້ທຳງານຢູ່ໃນໄທຕໍ່ໄປ
ຈຳນວນ 40,500 ຄົນແລະອີກ 41,700 ກວ່າຄົນເປັນແຮງງານທີ່ສິ້ນສຸດ ສັນຍາຈ້າງ
ນັບແຕ່ເດືອນສິງຫາ 2015 ເປັນຕົ້ນມາແລ້ວ.

ກ່ອນໜ້ານີ້ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ເດີນທາງໄປຢ້ຽມຢາມ ລາວຢ່າງເປັນທາງການ
ກ່ອນໜ້ານີ້ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ເດີນທາງໄປຢ້ຽມຢາມ ລາວຢ່າງເປັນທາງການ

ກ່ອນໜ້ານີ້ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ
ຖະແຫລງຢືນຢັນວ່າ ລັດຖະບານໄທໄດ້ສ້າງຕັ້ງ ຄະນະກຳມະ
ການບໍລິຫານແຮງງານຕ່າງດ້າວຂຶ້ນມາ ເພື່ອດຳເນີນມາດຕະ
ການພິສູດສັນຊາດ ຂອງແຮງງານຕ່າງດ້າວໃນໄທ ເປັນການ
ສະເພາະ ດັ່ງທີ່ທ່ານໄດ້ຢືນຢັນວ່າ:

“ໃນເລື້ອງຂອງການບໍລິຫານຈັດການແຮງງານຕ່າງດ້າວ
ມີແຮງງານຕ່າງດ້າວຢູ່ຈຳນວນປະມານ 9 ໝື່ນຄົນ ທີ່ຍັງ
ບໍ່ໄດ້ຢູ່ໃນການຄວບຄຸມຢ່າງຊັດເຈນ ແລ້ວກໍສິ່ງທີ່ເປັນ
ບັນຫາໃນຂະນະນີ້ ກໍຄືການຄວບຄຸມແຮງງານ ທັງເຊົ້າ
ໄປ-ຄ່ຳກັບ ທັງຕາມລະດູການ ແລ້ວກໍໃນສ່ວນຂອງລາຍປີນັ້ນ ບັນຫາກໍຄື ການ
ຖ້າພິສູດສັນຊາດ ຊຶ່ງເຮົາຈຳເປັນ ຕ້ອງຕັ້ງສູນພິສູດສັນຊາດ ຂ້າພະເຈົ້າຄິດວ່າ
ຈະເລັ່ງໃຫ້ແລ້ວເສັດ ໂດຍໄວພາຍໃນໄລຍະເວລາ 1 ປີ.”

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານ
ລາວທີ່ຢູ່ໃນໄທຫລາຍກວ່າ 4 ແສນຄົນ ຊຶ່ງໃນນີ້ຫລາຍກວ່າ 3 ແສນຄົນ ທີ່ລັກລອບທຳ
ງານໂດຍຜິດກົດໝາຍ ແລະມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດ ແຕ່
ໃນລະຍະ 14 ປີ ທີ່ຜ່ານມາ ທາງການໄທກັບສາມາດ ໃຫ້ການຊ່ວຍເຫຼືອແຮງງານລາວ
ເຫລົ່ານີ້ໄດ້ ພຽງ 2,217 ຄົນເທົ່ານັ້ນ.

XS
SM
MD
LG