ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດໄທຢືນຢັນວ່າ ລາວກາຍເປັນບ່ອນຫຼົບຊ້ອນຕົວ ຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ ໃນເອເຊຍ


ມີການຢຶດສານເຄມີທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດໄດ້ຢ່າງຫລວງຫລາຍອີກດ້ວຍ ໂດຍສະເພາະແມ່ນສານເຄມີທີ່ເອີ້ນວ່າ ໂຊດຽມໄຊຍາໄນຕ໌ ທີ່ໄດ້ມີການລັກລອບຂົນສົ່ງຈາກໄທຜ່ານລາວ ໄປມຽນມາ.
ມີການຢຶດສານເຄມີທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດໄດ້ຢ່າງຫລວງຫລາຍອີກດ້ວຍ ໂດຍສະເພາະແມ່ນສານເຄມີທີ່ເອີ້ນວ່າ ໂຊດຽມໄຊຍາໄນຕ໌ ທີ່ໄດ້ມີການລັກລອບຂົນສົ່ງຈາກໄທຜ່ານລາວ ໄປມຽນມາ.

ນາຍຕຳຫຼວດໄທຢືນຢັນວ່າ ລາວກາຍເປັນບ່ອນຫຼົບຊ້ອນຕົວ ຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍ ຊຶ່ງຈະຕ້ອງໄດ້ຮັບການຮ່ວມມືຈາກທາງການລາວເທົ່ານັ້ນ ຈຶ່ງຈະສາມາດຈັບກຸມຕົວໄດ້.​ ຊົງຣິດ ໂພນເງີນ ມີລາຍງານເລື້ອງນີ້ ຈາກບາງກອກ.

ພົນຕໍາຫຼວດ ໂທ ພານຸຣັດ ຫຼັກບຸນ ເລຂາທິການໃນຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທ (ປ.ປ.ສ.) ຖະແຫຼງຢືນຢັນວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍ ພາກັນຫຼົບໜີການຈັບກຸມ ໄປຫຼົົບຊ້ອນຕົວຢູ່ໃນລາວເປັນຈຳນວນຫຼາຍ ດ້ວຍການແຝງໂຕເອງເປັນນັກທຸລະກິດການຄ້າ ແລະ ການລົງທຶນໃນລາວ ຈຶ່ງເປັນການຍາກທີ່ຈະຕິດຕາມ-ຈັບກຸມ ໄດ້ຢ່າງເທົ່າທັນ ນອກຈາກຈະໄດ້ຮັບການຮ່ວມມື ຈາກທາງການລາວໃນທຸກດ້ານເທົ່ານັ້ນ ໂດຍເຫັນໄດ້ຈາກການຈັບກຸ່ມນັກຄ້າຢາເສບຕິດລາຍໃຫຍ່ຊາວມາເລເຊຍໄດ້ ໃນລາວ ແລະ ໄດ້ສົ່ງມອບຕົວຜູ້ຕ້ອງຫາ ໃຫ້ກັບທາງການໄທ ເມື່ອວັນທີ 11 ມັງກອນ 2024 ນັ້ນ ກໍ່ເພາະວ່າຕຳຫຼວດລາວ-ໄທ ໄດ້ມີການປະສານງານກັນຢ່າງໃກ້ຊິດ ໂດຍທາງການໄທໄດ້ມອບເງິນລາງວັນ ນຶ່ງລ້ານບາດ ໃຫ້ກັບທາງການລາວດ້ວຍ ແລະ ຫວັງວ່າຈະໄດ້ຮ່ວມມືກັນຢ່າງໃກ້ຊິດຫຼາຍຂຶ້ນອີກ ເພາະຍັງມີນັກຄ້າຢາລາຍໃຫຍ່ຈຳນວນຫຼາຍ ທີ່ລີ້ຊ້ອນຢູ່ໃນລາວ ດັ່ງທີ່ ພົນຕຳຫຼວດ ໂທ ພານຸຣັດ ຢືນຢັນວ່າ:

ຂະນະນີ້ ບັນຫາກໍຄືວ່າພໍ່ຄ້າຢາສ່ວນໃຫຍ່ ຈະໃຊ້ຖານ ທີ່ປະເທດເພື່ອນບ້ານ ເຂົາບໍ່ໄດ້ມາໃຊ້ທີ່ເມືອງໄທ ເຂົາໃຊ້ຄົນໄທຫັ້ນເປັນແຮງງານ ຄົນໄທນັ້ນ ຢູ່ແຖວສາມ ແຖວສີ່ ໝົດເລີຍ ເບີນຶ່ງນັ້ນ ເປັນຄົນໄປຢູຸ່ພະມ້າ ໄປຢູ່ລາວໝົດ ເຂົາໃຊ້ລາວເປັນ Base ໃນການສັ່ງການ ເພາະສະນັ້ນໂອກາດໃນການຈັບກຸມນັ້ນ ຖ້າບໍ່ໄດ້ຮັບຄວາມຮ່ວມມື ຫຼືຂໍ້ມູນ ທີ່ລະອຽດຮອບຄອບນັ້ນ ກໍ່ຈະໄປເຖິງຕົວໃຫຍ່ຍາກ ເພາະສະນັ້ນ ກໍຄົງຂໍຄວາມຮ່ວມມືວ່າເຮົາມີໝາຍຈັບເຂົາ ມັນຈະສາມາດດຳເນີນການອີ່ຫຍັງ ໄດ້ແນ່?”

ສ່ວນ ພົນເອກະວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກກັນຄວາມສະຫງົບ ໄດ້ໃຫ້ການຍອມຮັບວ່າ ຕໍາຫຼວດລາວບໍ່ສາມາດຕິດຕາມຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍໃນໄລຍະທີ່ຜ່ານມາ ໂດຍເຖິງແມ່ນວ່າໄດ້ມີການຂຶ້ນບັນຊີລາຍຊື່ ເພື່ອຕິດຕາມຈັບກຸມໄວ້ຢ່າງຄົບຖ້ວນແລ້ວກໍຕາມ ແຕ່ດ້ວຍການທີ່ການຄ້າຢາເສບຕິດ ເປັນຂະບວນການຂະໜາດໃຫຍ່ ແລະມີເຄືອຂ່າຍຢ່າງກວ້າງຂວາງ ລວມທັງຍັງມີເຄື່ອງມືສື່ສານ ແລະ ອຸປະກອນຕ່າງໆ ທີ່ທັນສະໄໝ ແລະລໍ້າໜ້າກວ່າຂອງຕຳຫຼວດລາວດ້ວຍນັ້ນ ຈຶ່ງເປັນການຍາກທີ່ຈະຕິດຕາມການເຄື່ອນໄຫວໄດ້ຢ່າງເທົ່າທັນ ທັງຍັງຍາກຍິ່ງຂຶ້ນໄປອີກ ເມື່ອປະກົດວ່າບັນດານັກຄ້າຢາເສບຕິດລາຍໃຫຍ່ ໄດ້ພາກັນຫຼົບໜີຈາກລາວ ໄປຢູ່ຕ່າງປະເທດທີ່ເຂດຊາຍແດນຕິດຕໍ່ກັບລາວໃນທຸກທິດ-ທຸກທາງ ສ່ວນຊັບສິນຕ່າງໆ ທີ່ຍຶດໄດ້ຈາກຜູ້ຕ້ອງຫານັ້ນ ກໍບໍ່ມີປະໂຫຍດຫຍັງເລີຍ ຕໍ່ການປະຕິບັດມາດຕະການປາບປາມ ຍ້ອນວ່າການພິຈາລະນາຕັດສິນຄະດີ ໃນສານຂັ້ນຕ່າງໆ ໄດ້ດຳເນີນໄປຢ່າງຊັກຊ້າຫຼາຍ ຈຶ່ງເກີດມີການສູນຫາຍໄປ ຈຳນວນຫຼາຍເຊັ່ນກັນ ດັ່ງທີ່ ພົນເອກວິໄລ ໄດ້ໃຫ້ການຢືນຢັນວ່າ:

ເປົ້າໝາຍໃຫຍ່ໆ ທີ່ເຮົາຈັບນີ້ ວັດຖຸຂອງກາງຕ່າງໆນີ້ ມີຫຼາຍ ເປັນດິນ ເປັນດອນ ເປັນເຮືອນ ເປັນໂຮງແຮມ ເປັນບ້ານພັກຕ່າງໆນີ້ ກະຫຼັງຈາກສານຕັດສິນຢ່າງເດັດຂາດແລ້ວ ວັດຖຸສິ່ງຂອງດັ່ງກ່າວນັ້ນ ຕ້ອງຍຶດເປັນຂອງລັດ ອັນນີ້ ສານຕັດສິນແລ້ວ ກະຕ້ອງແມ່ນມອບໃຫ້ກະຊວງຍຸດຕິທຳ ໄປຂຶ້ນບັນຊີ ລາຍງານໃຫ້ກະຊວງການເງິນພາກັນຂາຍ ມາດຽວນີ້ກະຍັງບໍ່ຂາຍ ຊາມສິໄດ້ຂາຍ ມາດຽວນີ້ ລົດລານັ້ນເພໝົດແລ້ວ ແຕ່ວ່າເຮືອນຊານ ດິນດອນຕອນຫຍ້ານີ້ປະໄວ້ດົນນີ້ ແມ່ນວ່າປ່ຽນຊື່ຄົນເລີຍໜາ ຜົນສຸດທ້າຍມາ ກະຊວງຊັບພະຍາກອນກະອອກໃບຕາດິນໃຫ້ໃໝ່ ແລ້ວກະວ່າອັນນີ້ເປັນດິນຖືກຕ້ອງ ຍ້ອນຊັກຊ້າຫຼາຍ”

ພົນເອກວິິໄລ ຍ້ອມຮັບດ້ວຍວ່າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງ ພາຍໃນປີ 2023 ນັ້ນ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ຈຶ່ງເຮັດໃຫ້ຕ້ອງເລື່ອນເປົ້າໝາຍອອກໄປ ເປັນພາຍໃນປີ 2025 ໂດຍເຖິງແມ່ນວ່າທາງການລາວ ຈະສາມາດຈັບນັກຄ້າຢາ ແລະ ຍຶດຢາເສບຕິດໄດ້ເພີ້ມຂຶ້ນນັບມື້ກໍຕາມ ຫາກແຕ່ວ່າກໍຍັງມີການຜະລິດ ແລະ ລັກລອບຄ້າຢາເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນເຂດລຸ່ມນໍ້າຂອງນັ້ນ.

ທັງນີ້ ໂດຍທາງການຕຳຫຼວດຈີນ-ພະມ້າ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອ ໃນແນວແມ່ນໍ້າຂອງ ລະຫວ່າງ 4 ປະເທດມາແລ້ວ 135 ຄັ້ງ ໂດຍສະເພາະໃນປີ 2023 ກໍເຮັດໃຫ້ຕຳຫຼວດໄທຈັບນັກຄ້າຢາເສບຕິດໄດ້ເກີນກວ່າ ນຶ່ງແສນຄົນ ແລະ ຍຶດຊັບຜູ້ຕ້ອງຫາໄດ້ ຊາວກວ່າລ້ານບາດ ສ່ວນຕຳຫຼວດພະມ້າ ໄດ້ເຜົາທຳລາຍຢາເສບຕິດທີ່ຍຶດໄດ້ຫຼາຍກວ່າ 450 ໂຕນ ໃນຂະນະທີ່ຕຳຫຼວດລາວ ສາມາດສະກັດຈັບການລັກລອບຄ້າຢາເສບຕິດໄດ້ເຖິງ 10,843 ກໍລະນີ ຈັບຜູ້ຕ້ອງຫາໄດ້ 15,966 ຄົນ ຍຶດຢາບ້າໄດ້ 32,111 ກິໂລກຣາມ ສານເຄມີກວ່າ 260 ໂຕນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG