ຜູ້ບັນຊາການ ຕໍາຫຼວດແຫ່ງຊາດໄທ ສັ່ງການໃຫ້ສືບສວນຫາ
ຄວາມຈິງ ກ່ຽວກັບກໍລະນີແຮງງານລາວ 20 ຄົນ ທີ່ເສຍຊີວິດ
ຈາກອຸບັດເຫດທາງລົດຍົນໃນເຂດຈັງຫວັດບຸລີລໍາ ໃນພາກ
ອີສານຂອງໄທ. ຊົງຣິດມີລາຍງານ:
ພົນເອກ ອະດຸນ ແສງສິງແກ້ວ ຜູ້ບັນຊາການຕໍາຫຼວດແຫ່ງຊາດໄທ
ໄດ້ສັ່ງການໃຫ້ ພັນເອກ ໄຊຍະເດດ ປານຣັກສາ ຜູ້ບັງຄັບຕໍາຫຼວດປະຈໍາຈັງຫວັດບຸລີລໍາ
ໃນພາກອີສານຂອງໄທໃຫ້ເລັ່ງດໍາເນີນການສືບສວນສອບສວນຫາຄວາມຈິງ ກ່ຽວກັບ
ກໍລະນີແຮງງານລາວ 20 ຄົນເສຍຊີວິດກັບອີກ 6 ຄົນທີ່ບາດເຈັບສາຫັດ ໃນອຸບັດເຫດ
ລົດຍົນທີ່ເກີດຂຶ້ນໃນຈັງຫວັດບຸລີລໍາ ເມື່ອວັນທີ 7 ຕຸລາທີ່ຜ່ານມາ ໃຫ້ໄດ້ຂໍ້ສະລຸບທີ່ເປັນ
ຄວາມຈິງໃຫ້ໄວທີ່ສຸດ.
ທັງນີ້ເນື່ອງຈາກທາງການຕໍາຫຼວດໄທເຊື່ອວ່າແຮງງານລາວທີ່ເສຍຊີວິດຈາກອຸບັດເຫດ
ທາງລົດຍົນຢູ່ໃນໄທຄັ້ງລ່າສຸດນີ້ ກໍຄືສ່ວນນຶ່ງຂອງແຮງງານລາວ ທີ່ເດີນທາງເຂົ້າມາລັກ
ລອບທໍາ ງານຢູ່ໃນໄທຢ່າງຜິດກົດໝາຍ ໂດຍມີບັນດານາຍໜ້າຄ່າແຮງງານໃນລາວ
ແລະໄທເປັນເຄືອຂ່າຍໃນການຈັດສົ່ງແລະຈັດຫາວຽກເຮັດງານທໍາ ໃຫ້ກັບບັນດາແຮງ
ງານລາວຢ່າງເປັນຂະບວນການ ຊຶ່ງກໍຄືນາຍໜ້າທີ່ເປັນຄົນລາວ ຈະມີໜ້າທີ່ໃນການຈັດ
ຫາແຮງງານຈາກລາວສົ່ງໃຫ້ກັບນາຍໜ້າທີ່ເປັນຄົນໄທ ໂດຍຕໍ່ຈາກນັ້ນ ນາຍໜ້າໃນໄທ
ກໍຈະຈັດຫາງານ ແລະສົ່ງແຮງງານລາວໃຫ້ກັບບັນດານາຍຈ້າງໃນໄທຕໍ່ໄປ.
ທາງດ້ານອົງການຄຸ້ມຄອງແຮງງານຕ່າງດ້າວໃນໄທ ໄດ້ປະມານການວ່າມີແຮງງານລາວ
ຫຼາຍກວ່າ 6 ແສນຄົນທີ່ລັກລອບທໍາງານ ຢ່າງຜິດກົດໝາຍຢູ່ໃນໄທທຸກມື້ນີ້ ໂດຍແຮງງານ
ລາວແຕ່ລະຄົນຈະມີຄ່າໃຊ້ຈ່າຍ ບໍ່ໜ້ອຍກວ່າ 6,000 ບາດ ຊຶ່ງນາຍໜ້າໃນລາວແລະໄທ
ກໍຈະແບ່ງຜົນປະໂຫຍດກັນຝ່າຍລະເຄິ່ງ ໂດຍຜົນປະໂຫຍດດັ່ງກ່າວນີ້ ກໍຍັງບໍ່ທັນລວມ
ເຖິງ ສ່ວນທີ່ນາຍໜ້າຄ່າແຮງງານລາວຈະໄດ້ຮັບຈາກນາຍຈ້າງໃນໄທແຕ່ຢ່າງໃດ ຊຶ່ງໃນ
ທີ່ນີ້ກໍຄື ເງິນເດືອນຂອງແຮງງານລາວນັ້ນເອງ.
ແຕ່ຢ່າງໃດກໍຕາມ ກໍເປັນທີ່ໜ້າສັງເກດວ່າໃນຂະນະທີ່ແຮງງານ
ລາວຍັງພາກັນເດີນທາງໄປ ລັກລອບທໍງານຢ່າງຜິດກົດໝາຍ
ໃນໄທຫຼາຍຂຶ້ນນັບມື້ນັ້ນ ກັບປະກົດວ່າຢູ່ພາຍໃນລາວເອງກໍຍັງ
ຈະຕ້ອງມີການນໍາເຂົ້າແຮງງານຈາກຕ່າງປະເທດຫຼາຍຂຶ້ນນັບມື້
ດ້ວຍເຊັ່ນກັນ ໂດຍທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີ
ວ່າການກະຊວງແຮງງານແລະສະວັດດີການສັງຄົມ ໄດ້ຖະແຫຼງ
ຍອມຮັບວ່າ ໃນລະຍະ 2 ປີທີ່ຜ່ານມາ ລັດຖະບານລາວກໍໄດ້ອະ
ນຸຍາດໃຫ້ບໍລິສັດຕ່າງຊາດທີ່ລົງທຶນໃນລາວ ນໍາແຮງງານມີຝີມື
ຈາກຕ່າງປະເທດເຂົ້າມາໃນລາວແລ້ວ ຫຼາຍກວ່າ 2 ໝື່ນຄົນ.
ທັງນີ້ກໍເພາະວ່າ ເມື່ອໄດ້ພິຈາລະນາຢ່າງຮອບຄອບ ທັງໃນດ້ານຄຸນສົມບົດຂອງບຸກຄະລາ
ກອນແລະດ້ານລັກສະນະງານ ທີ່ບັນດາບໍລິສັດຕ່າງຊາດຕ້ອງການແລ້ວນັ້ນ ພົບວ່າແຮງ
ງານລາວ ທີ່ລາວມີຢູ່ໃນປັດຈຸບັນນີ້ ນອກຈາກຈະບໍ່ສາມາດທີ່ຈະຕອບສະໜອງໄດ້ຢ່າງ
ແທ້ຈິງແລ້ວ ກໍຍັງມີຄວາມຮູ້-ຄວາມສາມາດບໍ່ເຖິງລະດັບທີ່ບັນດາບໍລິສັດຕ່າງຊາດຕ້ອງ
ການ ແລະນັບແຕ່ປັດຈຸບັນໄປຈົນເຖິງປີ 2015 ລາວກໍຍັງຈະຕ້ອງນໍາເຂົ້າແຮງງານຈາກ
ຕ່າງປະເທດ ເພີ່ມອີກ 7 ໝື່ນກວ່າຄົນ ດັ່ງທີ່ທ່ານນາງ ອ່ອນຈັນ ໄດ້ກ່າວວ່າ:
“ແຕ່ປີ 2011 ຫາ ປີ 2015 ນີ້ ແຮງງານລາວເຮົາຈະຂາດທາງດ້ານຈໍານວນນີ້
ແມ່ນເກົ້າໝື່ນ ເອີ້ນວ່າເກົ້າສິບພັນຄົນ ສະນັ້ນຜ່ານມາລັດຖະບານກໍຄືຂະແໜງ
ແຮງງານນີ້ ໄດ້ພ້ອມກັນປະຕິບັດແລ້ວເອີ້ນວ່າສອງປີຜ່ານມາ ພວກເຮົາໄດ້ນໍາ
ເຂົ້າແຮງງານຕ່າງປະເທດນີ້ ເອີ້ນວ່າຊາວປາຍພັນຄົນ ສໍາລັບສອງປີເຄິ່ງ ຕໍ່ໜ້າ
ນີ້ ຄາດຄະເນວ່າ ພວກເຮົາຈະຕ້ອງດູດ ແຮງງານຕ່າງປະເທດຫັ້ນນໍາເຂົ້າແຮງ
ງານຕ່າງປະເທດ ອີກປະມານ ເຈັດໝື່ນຄົນ.”
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະພັດທະນາແຮງງານລາວ
ມີຝີມື ໃຫ້ໄດ້ບໍ່ໜ້ອຍກວ່າ 240,000 ຄົນ ພາຍໃນປີ2020 ເພື່ອຕອບສະໜອງໃຫ້ກັບ
ບັນດາບໍລິສັດຂອງຕ່າງຊາດ ທີ່ລົງທຶນໃນລາວໃຫ້ໄດ້ຢ່າງພຽງພໍ ທັງຍັງຈະປັບປຸງກົດ
ໝາຍແຮງງານໃຫ້ສອດຄ່ອງກັບ ສະພາວະການພັດທະນາເສດຖະກິດແລະສາມາດ
ເຊື່ອມໂຍງເຂົ້າກັບປະຊາຄົມອາຊ່ຽນໃຫ້ໄດ້ຢ່າງແທ້ຈິງອີກດ້ວຍ.