ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍິງ​ສາວ ຊາ​ອຸ​ດີ ທີ່​ຫຼົບ​ໜີ ຈາກ​ຄອບ​ຄົວ ເດີນ​ທາງ ໄປ​ລີ້​ໄພ ຢູ່ ​ກາ​ນາ​ດາ


ໃນ​ຮູບທີ່​ນຳ​ອອກ​ເຜ​ີຍ​ແຜ່ ໂດຍ​ກົມ​ຕຳ​ຫຼວດ​ ກວດ​ຄົນ​ເຂົ້າ​ເມືອງ ຂອງ​ໄທນັ້ນ ພົນ​ຕຳ​ຫຼວດ​ຕີ ສຸ​ຣະ​ເຊດ ຮັກ​ພານ (ຂວາ) ຍ່າງ​ກັບນາງຣາຮັຟ ໂມຮຳເມັດ ອາລ-ກູນັນ ກ່ອນ​ນາງ ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ ສຸ​ວັນ​ນະ​ພູມ ເມື່ອ​ວັນ​ທີ 7 ມັງ​ກອນ 2019.
ໃນ​ຮູບທີ່​ນຳ​ອອກ​ເຜ​ີຍ​ແຜ່ ໂດຍ​ກົມ​ຕຳ​ຫຼວດ​ ກວດ​ຄົນ​ເຂົ້າ​ເມືອງ ຂອງ​ໄທນັ້ນ ພົນ​ຕຳ​ຫຼວດ​ຕີ ສຸ​ຣະ​ເຊດ ຮັກ​ພານ (ຂວາ) ຍ່າງ​ກັບນາງຣາຮັຟ ໂມຮຳເມັດ ອາລ-ກູນັນ ກ່ອນ​ນາງ ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ ສຸ​ວັນ​ນະ​ພູມ ເມື່ອ​ວັນ​ທີ 7 ມັງ​ກອນ 2019.

ຍິງ​ສາວຄົນຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຫຼົບ​ໜີ​ຈາກ​ຄອບ​ຄົວ​ ຍ້ອນ​ຢ້ານວ່ານາງ​ຈະ​ຖືກ​ຂ້ານັ້ນ ໄດ້​ອອກ​ຈາກ​ປະ​ເທດ​ໄທ ໄປ​ກາ​ນາ​ດາ​ແລ້ວ ບ່ອນທີ່​ນາງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ລີ້​ໄພ​ຢູ່​ທີ່ນັ້ນ.

ເຈົ້າ​ໜ້າ​ທີ່​ໄທກ່າວ​ໃນ​ຕອນ​ແລງວັນ​ສຸກວານນີ້​ວ່າ ນາງຣາຮັຟ ໂມຮຳເມັດ ອາລ-ກູນັນ ອາ​ຍຸ 18 ປີ ພວມ​ເດີນ​ທາງ​ໄປ​ນະ​ຄອນ​ໂຕ​ຣອນ​ໂຕ ປະ​ເທດກາ​ນາ​ດາ ໂດຍ​ຜ່ານ​ທາງ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ໃຫ້​ການ​ຢືນ​ຢັນ​ວ່າ ປະ​ເທດຂອງ​ທ່ານ ໄດ້​ອະ​ນຸ​ມັດ ​ການ​ຂໍ​ລີ້​ໄພ ​ຂອງນາງຣາຮັຟ ໂມຮຳເມັດ ອາລ-ກູນັນ ແລະ​ກ່າວ​ວ່າ ຍິງ​ສາວ​ຜູ້​ນີ້ ໄດ້​ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ກາ​ນາ​ດາ.

ມີ​ຫຼາຍໆ​ປະ​ເທດ ຮວມ​ທັງ​ອອ​ສ​ເຕ​ຣ​ເລຍ ໄດ້​ໂອ້​ລົມ​ ກັບ​ອົງ​ການ​ຂ້າ​ຫຼວງ​ໃຫຍ່​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຮັບ​ເອົາ​ການ​ຂໍ​ລີ້​ໄພ​ຂອງນາງຣາຮັຟ ໂມຮຳ ເມັດ ອາລ-ກູນັນ.

ທ່ານ​ທ​ຣູ​ໂດ ກ່າ​ວ​ວ່າ ກາ​ນາ​ດາ​ແມ່ນ​ "ມີ​ຄວາມ​ຍິນ​ດີ" ທີ່​ໄດ້​ອະ​ນຸ​ມັດ​ການ​ຂໍ​ລີ້ໄພ​ໃຫ້​ແກ່ ນາງຣາຮັຟ ໂມຮຳເມັດ ອາລ-ກູນັນ ຍ້ອນ​ວ່າ "ກາ​ນາ​ດາ​ແມ່ນ​ປະເທດ ທີ່​ເຂົ້າ​ໃຈວ່າ ມັນ​ມີຄວາມ​ສຳ​ຄັນ​ແບບ​ໃດ​ໃນ​ການ​ລຸກ​ຂຶ້ນເພື່ອ​ປົກ​ປ້ອງສິດ ​ທິ​ມະ​ນຸດ ແລະ​ລຸກ​ຂຶ້ນ​ເພື່ອ​ປົກ​ປ້ອງສິດ​ທິ​ຂອງ​ພວກ​ແມ່​ຍິງ​ຢູ່​ໃນ​ທົ່ວ​ໂລກ.”

ນາງຣາຮັຟ ໂມຮຳເມັດ ອາລ-ກູນັນ ໄດ້​ເດີນ​ທາງໄປເຖິງ​ບາງກອກ​ໃນ​ວັນ​ເສົາ​ແລ້ວ​ ຢູ່​ໃນ​ຖ້ຽວ​ບິນ​ຈາກ​ກຄູເວດ ລຸນຫຼັງ​ທີ່​ໄດ້ຫລົບ​ໜີຈາກ​ຄອບ​ຄົວ​ຂອງ​ນາງ. ​

ຫຼັງ​ຈາກ​ນາງ​ໄດ້​ຖືກ​ປະ​ຕິ​ເສດ​ ໃນ​ຕອນ​ຕົ້ນໆ​ເວ​ລາ​ເຂົ້າ​ໄປປະ​ເທດ​ໄທ ນາງ​ໄດ້ ຂັງຕົນເອງໄວ້ ຢູ່ໃນຫ້ອງພັກ ຂອງໂຮງແຮມທີ່ສະໜາມບິນຢູ່ບາງກອກ ແລະ​ແລະ​ນຳ​ຮູບ​ພາບ ພ້ອມ​ດ້ວຍ​ຂໍ້​ຄວາມ​ຂອງ​ນາງ ອອກ​ເຜີຍ​ແຜ່​ທາງ​ທວິດ​ເຕີ ທີ່​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ທົ່ວໂລກກ່ຽວ​ກັບ​ກາ​ນ​ຮ້ອງ​ຂໍ​ຂອງ​ນາງ. ຄວາມ​ສົນ​ໃຈ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ໄທ ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ໃນຂັ້ນ​ຕົ້ນ ທີ່​ຈະ​ສົ່ງ​ນາງ​ກັບ​ຄືນ​ໄປ ​ຊາ​ອຸ​ດີ ​ອາ​ຣາ​ເບຍ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG