ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດໄທຈັບກຸມ ຊາວເກົາຫຼືເໜືອ ທີ່ລັກລອບເຂົ້າເມືອງ ຜິດກົດໝາຍ ເພີ່ມຂຶ້ນ


ຕໍາຫລວດໄທຈັບ ຊາວເກົາຫລີເໜືອ ທີ່ເຂົ້າເມືອງຜິດກົດໝາຍ ຈໍານວນນຶ່ງ
ຕໍາຫລວດໄທຈັບ ຊາວເກົາຫລີເໜືອ ທີ່ເຂົ້າເມືອງຜິດກົດໝາຍ ຈໍານວນນຶ່ງ
ທາງການຕໍາຫຼວດໄທຈັບກຸມຊາວເກົາຫຼີເໜືອທີ່ເຂົ້າເມືອງໂດຍ
ຜິດກົດໝາຍໄດ້ເພີ່ມຂຶ້ນທຸກປີ ຊຶ່ງສ່ວນຫຼາຍກໍແມ່ນຊາວເກົາຫຼີ ເໜືອທີ່ລັກລອບເດີນທາງຜ່ານຈີນແລະ ລາວເຂົ້າມາໃນໄທ.

ສໍານັກງານກວດຄົນເຂົ້າເມືອງຂອງໄທ ລາຍງານວ່າການລັກ ລອບເດີນທາງເຂົ້າເມືອງໄທໂດຍຜິດກົດໝາຍຂອງບັນດາຊາວ
ເກົາຫຼີເໜືອ ໄດ້ເພີ່ມຈໍານວນຫຼາຍຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10
ປີມານີ້ ຊຶ່ງຈະເຫັນໄດ້ຈາກສະຖິຕິການຈັບກຸມທີ່ເພີ່ມຂຶ້ນຈາກບໍ່
ເຖິງ 100 ຄົນໃນປີ 2003 ເປັນ 3,000 ກວ່າຄົນໃນປີ 2011
ຫາ 2012 ແລະຖ້າຫາກຄິດໄລ່ນັບຈາກປີ 2003 ຈົນເຖິງທ້າຍ
ປີ 2012 ທີ່ຜ່ານມາ ກໍປາກົດວ່າຕໍາຫຼວດໄທໄດ້ຈັບກຸມຊາວເກົາ
ຫຼີເໜືອທີ່ ເຂົ້າເມືອງໄທໂດຍຜິດກົດໝາຍໄດ້ຫຼາຍກວ່າ 10,000 ຄົນແລ້ວ

ຍີ່ງໄປກວ່ານັ້ນ ຜົນຈາກການສອບປາກຄໍາຊາວເກົາຫຼີເໜືອ ທີ່ຖືກຕໍາຫຼວດໄທຈັບກຸມຕົວ
ໄດ້ຢູ່ເຂດຊາຍແດນລະຫວ່າງອໍາເພີ ຊຽງຂອງຈັງຫວັດຊຽງຣາຍ ກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ ເມື່ອທ້າຍເດືອນພຶດສະພາທີ່ຜ່ານມານີ້ ກໍຍັງເຮັດໃຫ້ທາງການ ໄທໄດ້ຮັບຂໍ້ມູນຈາກຊາວເກົາຫຼີເໜືອວ່າ ຍັງມີຊາວເກົາຫຼີເໜືອອີກຫຼາຍກວ່າ 50,000 ຄົນທີ່ກໍາລັງເດີນທາງຢູ່ໃນເຂດປະເທດຈີນ ແລະລາວມາໄທ ເພື່ອຈະໄດ້ຖືກສົ່ງຕົວຕໍ່ໄປ ຍັງຈຸດໝາຍປາຍທາງທີ່ເກົາຫຼີໃຕ້ນັ້ນເອງ.

ທາງດ້ານນາງ ຢີຊອນ ລີ ນັກເຄຶ່ອນໄຫວດ້ານມະນຸດສະທໍາເພື່ອຊາວເກົາຫຼີເໜືອ ຊຶ່ງເຄີຍ
ເປັນຜູ້ນຶ່ງທີ່ລັກລອບເດີນທາງອອກຈາກເກົາຫຼີເໜືອ ຜ່ານຈີນແລະລາວ ເຂົ້າມາໃນໄທ ແລ້ວຖືກສົ່ງຕົວຕໍ່ໄປຍັງເກົາຫຼີໃຕ້ເມື່ອ 10 ປີກ່ອນ ກໍໄດ້ໃຫ້ການຍອມຮັບວ່າ ການທີ່ຊາວ
ເກົາຫຼີເໜືອໄດ້ເລືອກເດີນທາງມາໄທຫຼາຍຂຶ້ນ ກໍຍ້ອນວ່າມີໂອກາດຫຼາຍທີ່ສຸດ ທີ່ຈະຖືກ
ສົ່ງຕໍ່ໄປຍັງເກົາຫຼີໃຕ້ ແຕ່ຖ້າຫາກຖືກຈັບກຸມຕົວໄດ້ ໃນເຂດປະເທດຈີນ ແລະລາວ ກໍຈະ ມີຊະຕາກໍາພຽງຢ່າງດຽວເທົ່ານັ້ນ ຄືການຖືກສົ່ງຕົວຄືນໄປເກົາຫຼີເໜືອເພື່ອຮັບໂທດ ສະຖານໜັກເຖິງປະຫານຊີວິດ ເພາະສະນັ້ນ ຕ້ອງດິ້ນຮົນໃນທຸກທາງທີ່ຈະເດີນທາງ ມາເຖິງໄທ ໃຫ້ໄດ້.

ແຕ່ຢ່າງໃດກໍຕາມ ການດິ້ນຮົນເພື່ອໃຫ້ສາມາດເດີນທາງຜ່ານຈີນ ແລະລາວມາໄທໃຫ້
ໄດ້ນັ້ນ ກໍບໍ່ງ່າຍເລີຍ ເພາະນອກຈາກຈະຕ້ອງຫຼົບລີ້ແລະມີຊີວິດຢູ່ຢ່າງລໍາບາກແລ້ວ ກໍຍັງ ຕ້ອງໃຊ້ຈ່າຍເງິນຄໍາໄປຢ່າງຫຼວງຫຼາຍ ເພື່ອແລກກັບອິດສະຫຼະພາບ ໃນກໍລະນີທີ່ຕ້ອງຖືກ
ຈັບກຸມຕົວໄດ້ຢູ່ໃນຈີນ ແລະລາວ ດັ່ງທີ່ນາງ ຢີຊອນ ລີ ໄດ້ໃຫ້ການອະທິບາຍເຖິງເຫດ ການທີ່ຍາດພີ່ນ້ອງຂອງນາງ ຖືກຈັບກຸມຕົວໄດ້ຢູ່ໃນລາວເມື່ອບໍ່ນານມານີ້ວ່າ:

ເສັ້ນທາງການໂຕນໜີຂອງຊາວເກົາຫລີເໜືອ ໄປເຖິງໄທ
ເສັ້ນທາງການໂຕນໜີຂອງຊາວເກົາຫລີເໜືອ ໄປເຖິງໄທ

ນາງ ຢີຊອນ ລີ ​ເວົ້າ​ວ່າ: “ພວກ​ຂ້ອຍ​ເດີນທາງ​ມາ​ຮອດ
​ຊາຍ​ແດນ​ລາວ​ແລ້ວ​ ຂ້ອຍ​ກໍ​ຕ້ອງ​ໄດ້​ຈ່າຍ​ເງິນ​ຂອງ​
ຂ້ອຍ​ເກືອບ​ທັງ​ໝົດ ​ເປັນ​ຄ່າ​ຈ້າງ ພວກ​ຕໍາຫລວດ
​ຍາມ​ຊາຍ​ແດນ ​ໃນ​ປະ​ເທດ​ລາວ ​ແຕ່​ວ່າ​ຫລັງ​ຈາກ
ເຂົ້າປະ​ເທດ​ລາວ​ມາ​ໄດ້​ແລ້ວ ຄອບຄົວ​ຂອງ​ຂ້ອຍ​ກໍ​
ຖືກ​ຈັບ​ໃນ​ຂໍ້​ຫາ​ຂ້າມ​ຊາຍ​ແດນ​ຜິດ​ກົດໝາຍ​ອີກຢູ່ ​
ແລະ​ຂ້ອຍ​ກໍ​ຕ້ອງ​ໄດ້ເສຍ​ຄ່າ​ປັບ​ໄໝ​ແລະ​ຄ່າ​ສິນ​ບົນ​
ອີກ. ຫລັງ​ຈາກ​ຂ້ອຍຈ່າຍ​ໄປ​ແລ້ວ ຄອບຄົວ​ຂອງ​ຂ້ອຍ
​ກໍ​ຖືກ​ປ່ອຍ​ອອກ​ມາ ພາຍ​ໃນ​ນຶ່ງ​ອາທິດ.”


ໃນທ້າຍເດືອນພຶດສະພາທີ່ຜ່ານມານີ້ ທາງການກະຊວງການຕ່າງປະເທດຂອງລາວກໍໄດ້
ອອກຖະແຫຼງການຍອມຮັບວ່າ ໄດ້ຈັບກຸມຊາວເກົາຫຼີເໜືອ 9 ຄົນໃນຂໍ້ຫາເຂົ້າເມືອງຜິດ ກົດໝາຍ ແລະພ້ອມກັນນັ້ນກໍໄດ້ຈັບກຸມຕົວຊາວເກົາຫຼີໃຕ້ 2 ຄົນທີ່ໄດ້ກະທໍາຄວາມຜິດ
ໃນຂໍ້ຫາຄ້າມະນຸດ ທັງນີ້ໂດຍທາງ ການລາວໄດ້ສົ່ງຕົວຊາວເກົາຫຼີເໜືອທັງ 9 ຄົນ ໃຫ້ກັບ ທາງການເກົາຫຼີເໜືອ ເມື່ອວັນທີ 27 ພຶດສະພາ ແລະສົ່ງຕົວຊາວເກົາຫຼີໃຕ້ໃຫ້ທາງການ ເກົາຫຼີໃຕ້ ເມື່ອວັນທີ 28 ພຶດສະພາຕາມລໍາດັບ.

ທາງການລາວໃຫ້ເຫດຜົນວ່າການສົ່ງຕົວຊາວເກົາຫຼີເໜືອແລະ ຊາວເກົາຫຼີໃຕ້ໃຫ້ກັບ
ທາງການຂອງທັງສອງປະເທດໃນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍຂອງ ສປປ ລາວ
ໂດຍສະເພາະແມ່ນດໍາລັດນາຍົກລັດຖະມົນເລກທີ່ 136 ວ່າດ້ວຍການ ເຂົ້າ-ອອກເມືອງ
ແລະການຄຸ້ມຄອງຊາວຕ່າງຊາດ ໃນລາວ.

ຫາກແຕ່ສໍາລັບອົງການສິດທິມະນຸດສາກົນ ແລະອົງການສະຫະປະຊາຊາດແລ້ວ ກໍຖືວ່າ
ການດໍາເນີນການດັ່ງກ່າວນີ້ຂອງທາງການລາວເປັນການປະຕິບັດທີ່ສວນທາງກັບຫຼັກການ
ສາກົນ ກ່ຽວກັບການປະຕິບັດຕໍ່ຜູ້ອົບພະຍົບ ໂດຍສະເພາະແມ່ນຫຼັກການສາກົນວ່າດ້ວຍ
ການຫ້າມບັງຄັບໃຫ້ບັນດາຜູ້ລີ້ໄພຕ້ອງ ກັບຄືນໄປສ່ຽງກັບການຖືກລົງໂທດ ໃນປະເທດທີ່
ພວກເຂົາເຈົ້າ ໄດ້ພາກັນຈາກມານັ້ນເອງ.
XS
SM
MD
LG