ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດໄທ ສາມາດຈັບກຸມ ສະມາຊິກແກ່ງ ຄ້າຢາເສບຕິດ ລາຍໃຫຍ່ທີ່ສຸດ ໃນລາວ


ທາງການ ຕຳຫຼວດປາບປາມຢາເສບຕິດ
ຂອງໄທ ສາມາດຈັບກຸມ ທ້າວໄຊຊະນະ ແກ້ວພິມພາ ຄົນສັນຊາດ
ລາວ ດ້ວຍຂໍ້ຫາເປັນຫົວໜ້າ ແກ່ງຄ້າຢາເສບຕິດລາຍໃຫຍ່ທີ່ສຸດ ໃນລາວ.
ທາງການ ຕຳຫຼວດປາບປາມຢາເສບຕິດ ຂອງໄທ ສາມາດຈັບກຸມ ທ້າວໄຊຊະນະ ແກ້ວພິມພາ ຄົນສັນຊາດ ລາວ ດ້ວຍຂໍ້ຫາເປັນຫົວໜ້າ ແກ່ງຄ້າຢາເສບຕິດລາຍໃຫຍ່ທີ່ສຸດ ໃນລາວ.

ທາງການຕຳຫຼວດໄທ ສາມາດຈັບກຸມສະມາຊິິກແກ່ງຄ້າຢາເສບຕິດລາຍໃຫຍ່ທີ່ສຸດ
ໃນລາວ ຫລັງຈາກໄດ້ຕິດຕາມການເຄື່ອນໄຫວ ເປັນເວລາ 5 ປີ ທັງຍັງໄດ້ຍຶດຊັບສິນ
ມູນຄ່າ ຫຼາຍຮ້ອຍລ້ານບາດດ້ວຍ.

ພົນຕຳຫຼວດໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ
ຂອງໄທ ໄດ້ໃຫ້ການຢືນຢັນວ່າ ການຈັບກຸມ ທ້າວໄຊຊະນະ ແກ້ວພິມພາ ຄົນສັນຊາດ
ລາວ ດ້ວຍຂໍ້ຫາເປັນຫົວໜ້າແກ່ງຄ້າຢາເສບຕິດລາຍໃຫຍ່ທີ່ສຸດໃນລາວ ທັງຍັງມີເຄືອ ຂ່າຍຢ່າງກວ້າງຂວາງ ທັງໃນໄທ ມາເລເຊຍ ແລະສິງກະໂປ ໂດຍສາມາດຈັບກຸມຕົວ
ໄດ້ທີ່ສະໜາມບິນ ສຸວັນນະພູມ ໃນວັນທີ 19 ມັງກອນທີ່ຜ່ານມານີ້ ຖືເປັນການຮ່ວມມື
ຄັ້ງສຳຄັນ ລະຫວ່າງທາງການລາວ ແລະໄທ ຫລັງຈາກທີ່ໄດ້ຕິດຕາມການເຄື່ອນໄຫວ ຂອງຜູ້ກ່ຽວມາເປັນເວລາເຖິງ 5 ປີ ດັ່ງທີ່ທ່ານໄດ້ໃຫ້ການເນັ້ນຢ້ຳວ່າ:

“ເປັນເວລາ 5 ປີ ເຂົາສົ່ງຢາມາໃຫ້ຄົນໄທ ໃນພື້ນທີ່ທັງປະເທດເລີຍ ທີ່ມີ
ຊ່ອງວ່າງ ແລະລ້ຳລວຍມະຫາສານ ຄົນຂອງເຮົາຖືກຈັບຕິດຄຸກ ບໍ່ຕ່ຳກວ່າ
50 ຄົນແລ້ວ ທີ່ເປັນຄົນໄທ ສຳລັບກຸ່ມພວກນີ້ ບໍ່ດົນເຮົາຈະມີການກວດ ສອບຍຶດຊັບອີກຫຼາຍຈັງວັດ ໃນຫຼາຍພາກ ຕອນນີ້ ເຮົາກະຈາຍກຳລັງ ໄວ້ໝົດແລ້ວ.”

ທາງການ ຕຳຫຼວດປາບປາມຢາເສບຕິດ ຂອງໄທ ປະສານງານກັບ ທາງການຕຳຫຼວດປາບປາມຢາເສບຕິດ ຂອງລາວ ຜ່ານທາງວີດີໂອ ເພື່ອເຂົ້າກວດຄົ້ນ ຊັບສິນຕ່າງໆ ຂອງທ້າວໄຊຊະນະ ແກ້ວພິມພາ.
ທາງການ ຕຳຫຼວດປາບປາມຢາເສບຕິດ ຂອງໄທ ປະສານງານກັບ ທາງການຕຳຫຼວດປາບປາມຢາເສບຕິດ ຂອງລາວ ຜ່ານທາງວີດີໂອ ເພື່ອເຂົ້າກວດຄົ້ນ ຊັບສິນຕ່າງໆ ຂອງທ້າວໄຊຊະນະ ແກ້ວພິມພາ.

ພ້ອມກັນນີ້ ທາງການຕຳຫຼວດໄທກໍຍັງໄດ້ຈັບກຸມສະມາຊິກອີກ 3 ຄົນ ໃນແກ່ງດຽວ
ກັນກັບ ທ້າວໄຊຊະນະ ໃນມື້ດຽວກັນ ແລະໄດ້ຂະຫຍາຍຜົນການສອບສວນໄປສູ່
ການຍຶດຊັບສິນ ທີ່ໄດ້ຈາກການຄ້າຢາເສບຕິດໃນໄທ ຄິດເປັນມູນຄ່າ ຫຼາຍຮ້ອຍ
ລ້ານບາດ ທັງກໍຍັງໄດ້ປະສານງານ ແລະຂໍການຮ່ວມມືຈາກທາງການລາວ ເພື່ອ
ທຳການກວດສອບ ແລະຍຶດຊັບສິນ ຂອງທ້າວໄຊຊະນະ ແລະເຄືອຂ່າຍທີ່ຢູ່ໃນ
ລາວ ທີ່ທາງການຕຳຫຼວດໄທເຊື່ອວ່າ ມີມູນຄ່າຫຼາຍກວ່າ 1,000 ລ້ານບາດອີກດ້ວຍ.

ຕຳຫຼວດປາບປາມຢາເສບຕິດ ຂອງໄທ ຍັງສາມາດຈັບກຸມສະມາຊິກ ໃນເຄືອຂ່າຍ ຂອງແກ່ງຄ້າຢາເສບຕິດ ນຳດ້ວຍ ຫຼາຍລາຍ.
ຕຳຫຼວດປາບປາມຢາເສບຕິດ ຂອງໄທ ຍັງສາມາດຈັບກຸມສະມາຊິກ ໃນເຄືອຂ່າຍ ຂອງແກ່ງຄ້າຢາເສບຕິດ ນຳດ້ວຍ ຫຼາຍລາຍ.

ທ້າວໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ມີທຸລະກິດຫຼາຍກິດຈະການຢູ່ໃນລາວ
ໂດຍສະເພາະແມ່ນທຸລະກິດຄ້າໄມ້ ທຸລະກິດໂຮງເລື່ອຍ ທຸລະກິດໂຮງແຮມ ແລະ
ສະຖານບັນເທີງຕ່າງໆນັ້ນ ຖືເປັນທຸລະກິດຫລັກ ໂດຍສານອາຍາຂອງໄທ ໄດ້
ອອກໝາຍຈັບ ທ້າວໄຊຊະນະ ພ້ອມກັບສະມາຊິກໃນແກ່ງອີກ 8 ຄົນ ເມື່ອວັນທີ
9 ມັງກອນ 2017 ໂດຍສາມາດຈັບກຸມ ທ້າວໄຊຊະນະ ແລະສະມາຊິກໃນແກ່ງ
ທີ່ເປັນຄົນໄທ 3 ຄົນ ໄດ້ໃນວັນທີ 19 ມັງກອນ ທີ່ຜ່ານມາ ສ່ວນອີກ 5 ຄົນ ທີ່ເຫຼືອ
ທີ່ເປັນຄົນໄທ 3 ຄົນ ແລະຄົນລາວ 2 ຄົນນັ້ນ ທາງການຕຳຫຼວດໄທ ກໍຈະຕິດຕາມ
ຈັບກຸມໃຫ້ໄດ້ໄວທີ່ສຸດ ໂດຍໄດ້ຕັ້ງລາງວັນນຳຈັບໄວ້ເຖິງ 4 ລ້ານບາດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນລາວ ຍອມຮັບວ່າ ມີ
ເຈົ້າໜ້າທີ່ຂັ້ນສູງ ຈຳນວນບໍ່ນ້ອຍ ທັງໃນວົງການທະຫານ ຕຳຫຼວດ ແລະລັດຖະບານ
ທີ່ໄດ້ເຂົ້າໄປພົວພັນແລະ ກ່ຽວຂ້ອງກັບການຄ້າຢາເສບຕິດ ໂດຍສະເພາະ ການເຂົ້າ
ໄປມີຜົນປະໂຫຍດ ໃນການຄ້າຢາບ້ານັ້ນ ກໍຍັງຖືເປັນສາເຫດສຳຄັນ ທີ່ເຮັດໃຫ້
ການລັກລອບຂົນສົ່ງ ແລະການຄ້າຢາບ້າໃນລາວ ໄດ້ມີການຈັດຕັ້ງເປັນຂະບວນ
ທີ່ມີເຄືອຂ່າຍຢ່າງກວ້າງຂວາງ ທັງໃນລາວ ແລະປະເທດເພື່ອນບ້ານອີກດ້ວຍ.

ທັງນີ້ ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ເປັນເສັ້ນທາງລັກລອບຂົນ ສົ່ງຢາເສບຕິດ ຈາກເຂດສາມຫລ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ ຄືຊາຍແດນ
ລາວ ກັບຫວຽດນາມ ໂດຍເສັ້ນທາງທີ່ແກ່ງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນລາວ ກໍຄືຖະໜົນເລກ 13 ຈາກພາກເໜືອ ຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ
ຕໍ່ໄປຍັງຫວຽດນາມ ແລະປະເທດທີ 3 ຕາມລຳດັບ ຊຶ່ງເຮັດໃຫ້ຕ້ອງເສີມຂະຫຍາຍການ
ຮ່ວມມື ກັບປະເທດເພື່ອນບ້ານ ເຂົ້າໃນການປາບປາມການຄ້າຢາເສບຕິດຂ້າມຊາດ ໃຫ້ມີປະສິດທິຜົນຫຼາຍຂຶ້ນດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດ
ຢືນຢັນວ່າ:

“ເຈົ້າໜ້າທີ່ຕຳຫຼວດ ໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂັ້ນຕ່າງໆ ເພື່ອປະ
ຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສຳລັບກັບບັນດາປະເທດ
ເພື່ອນບ້ານໃກ້ຄຽງນັ້ນ ພວກເຮົາໄດ້ມີກອງປະຊຸມສອງຝ່າຍ ຫຼາຍຝ່າຍ ໃນ
ລະດັບຊາດ ແລະລະດັບທ້ອງຖິ່ນ ນອກຈາກນັ້ນ ພວກເຮົາກໍຍັງໄດ້ສ້າງຕັ້ງ
ໜ່ວຍປະສານງານກວດກາ ແລະຄວບຄຸມຢາເສບຕິດຕາມຊາຍແດນ ໃຫ້
ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ.”

ຍິ່ງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ຫັນມາໃຊ້ລາວ ເປັນ
ເສັ້ນທາງລັກລອບຂົນສົ່ງຢາເສບຕິດຫຼາຍຂຶ້ນດັ່ງກ່າວນີ້ ກໍຍັງເປັນປັດໄຈສຳຄັນ ທີ່
ຊຸກຍູ້ໃຫ້ເຍົາວະຊົນລາວ ພາກັນຫັນໄປຊົມໃຊ້ຢາເສບຕິດເພີ້ມຂຶ້ນນັບມື້ອີກດ້ວຍ
ໂດຍການສຳຫຼວດຫລ້າສຸດ ພົບວ່າ ມີເຍົາວະຊົນລາວກວ່າ 4 ແສນຄົນ ທີ່ຢູ່ໃນ
ສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດໃນປັດຈຸບັນນີ້.

XS
SM
MD
LG