ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ ໄທ ຈັບຜູ້ຕ້ອງ ສົງໄສ ມືລະເບີດ


ຕຳຫຼວດສັນລະສູດສະຖານທີ່ເກີດເຫດໃນຕອນເຊົ້າ ຫຼັງຈາກລະເບີດແຕກໃນ ບາງກອກ, ໄທ. 18 ສິງຫາ, 2015.
ຕຳຫຼວດສັນລະສູດສະຖານທີ່ເກີດເຫດໃນຕອນເຊົ້າ ຫຼັງຈາກລະເບີດແຕກໃນ ບາງກອກ, ໄທ. 18 ສິງຫາ, 2015.

ໃນ​ວັນ​ເສົາ​ວານ​ນີ້ ຕຳຫລວດ ​ໄທ ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ​ທີ່ເຊື່ອມ​ໂຍງ​ກັບ​ການ​ກໍ່​ເຫດ​ລະ​ເບີດ​ໃນ​ຕົ້ນ​ເດືອນ​ນີ້ ​ທີ່​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ 20 ຄົນ​ນັ້ນ.

​ເຈົ້າ​ໜ້າ​ທີ່ໄດ້​ບອກ​ພວກ​ນັກ​ຂ່າວ​ວ່າ ຜູ້​ຊາຍ​ດັ່ງກ່າວ, ​ຖືກ​ບົ່ງ​ວ່າ ​ເປັນ​ຊາວ​ຕ່າງ​ຊາດ, ​ໄດ້​ຖືກ​ກ່າວ​ຫາ​ວ່າ​ ມີ​ລະ​ລະ​ເບີດຢູ່​ໃນຄອບ​ຄອງ​ ​ແລ​ະ​ໄດ້​ຖືກ​ ທະຫານ​ຄຸມ​ໂຕ​ໄວ້.

​ນອກ​ນັ້ນ ຕຳຫລວດ ​ແລະ ທະຫານ​ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໃສ​ໄດ້

​ຖືກ​ພົບເຫັນ​ພ້ອມ​ດ້ວຍ​ລູກປືນ, ຂະ​ນວນ​ລະ​ເບີດ, ທໍ່​ນໍ້າ​ ​ແລະ ວັດຖຸລະ​ເບີດ​ອື່ນໆນຳ, ​ພ້ອມ​ດ້ວຍໜັງສື​ເດີນທາງ​ຂອງ​ປະ​ເທດ ​ເທີ​ກີຈຳນວນ​ນຶ່ງ.

​ໂທລະ​ພາ​ບ​ ​ໄທ ໝົດທຸ​ກຊ່ອງ​ໄດ້ອອກ​ອາກາດ​ເປັນ​ເວລາ​ສັ້ນໆ​ໂດຍ​ລັດຖະບານ​ທະຫານ​ ​ໄທ​ ​ໃນ​ເວລາ 18 ​ໂມງ​ຂອງ​ວັນ​ເສົາ​ວານ​ນີ້​ກ່ຽວ​ກັບ​ການ​ປະກາດ​ການ​ຈັບ​ກຸມດັ່ງກ່າວ.

ມັນເປັນຄວາ​ມກ້າວໜ້າ​ອັນ​ຍິ່ງ​ໃຫຍ່​ຄັ້ງ​ທຳ​ອິດ​ຕັ້ງ​ແຕ່​ການລະ​ເບີດ​ໃນວັນ​ທີ 17 ທີ່​ຜ່ານ​ມາ ທີ່​ສານ​ເຈົ້າ​ເອລະ​ວັນ​ທີ່​ມີຊື່ສຽງ​ໃນ​ໃຈກາງ ບາງກອກ ​ທີ່​ເຮັດ​ໃຫ້​ມີ 20 ຄົນ​ເສ​ຍຊີວິດ​ເຊິ່ງລວມມີ​ຄົນ ​ໄທ, ຈີນ, ມາ​ເລ​ເຊຍ, ສິງກະ​ໂປ ​ຄົນ​ໜຶ່ງ ​ແລ​ະ ອິນ​ໂດ​ເນ​ເຊຍ ຄົນ​ໜຶ່ງ ​ແລະ ​ເຮັດ​ໃຫ້​ຊາວ​ຕ່າງ​ຊາດຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ​ເປັນ​ຕົ້ນ​ມາ.

​ເຫດການ​ລະ​ເບີດ​ດັ່ງກ່າວເປັນ​ການ​ໂຈມຕີ​ຄັ້ງ​ດຽວ​ທີ່ເຮັດ​ໃຫ້​ມີ​ຄວາມ​ເສຍ​ຫາຍ​ຢ່າງກວ້າງ ຂວາງ​ທີ່ຮ້າຍ​ແຮງ​ທີ່​ສຸດໃນ​ປະ​ເທດ ​ໄທ.

Thailand Bombing Arrest
please wait

No media source currently available

0:00 0:00:44 0:00

XS
SM
MD
LG