ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫຼວດໄທ ຈັບຜູ້ຕ້ອງສົງໄສ ທີ່ວາງລະເບີດ ຢູ່ບາງກອກ


ຕຳຫຼວດໄທ ຢືນຢູ່ລະບຽງຕຶກຫໍພັກ ທີ່ໜອງໂຈກ ໃນເຂດຊານເມືອງ ບາງກອກ (29 ສິງຫາ 2015)
ຕຳຫຼວດໄທ ຢືນຢູ່ລະບຽງຕຶກຫໍພັກ ທີ່ໜອງໂຈກ ໃນເຂດຊານເມືອງ ບາງກອກ (29 ສິງຫາ 2015)

ຕຳຫຼວດໄທ ກ່າວວ່າ ຕົນໄດ້ຈັບ ຜູ້ຕ້ອງສົງໄສ ທີ່ພົວພັນກັບການ
ວາງລະເບີດເມື່ອວັນທີ 17 ສິງຫາທີ່ບາງກອກທີ່ເຮັດໃຫ້ຢ່າງນ້ອຍ
20 ຄົນ ເສຍຊີວິດນັ້ນ.

ໂຄສົກຂອງຕຳຫຼວດກ່າວວ່າ ຜູ້ຕ້ອງສົງໄສໄດ້ຖືກຈັບ ໃນວັນເສົາ
ມື້ນີ້ ຢູ່ໃນເຂດຊານເມືອງ ຂອງບາງກອກ ຫລັງຈາກຕຳຫຼວດ ໄດ້ ພົບເຫັນອຸບປະກອນທີ່ອາດຈະເປັນເຄື່ອງເຮັດລະເບີດຢູ່ໃນຫໍພັກ
ຫລັງຈາກທີ່ໃຫ້ເຊົ່າ.

ຜູ້ສື່ຂ່າວວີໂອເອທີ່ບາງກອກ Steve Herman ກ່າວວ່າ ເຈົ້າໜ້າ
ທີ່ຕຳຫລວດລະບຸໂຕວ່າ ຜູ້ຕ້ອງສົງໄສຄົນນີ້ເປັນຊາວເທີກີອາຍຸ 28 ປີແລະມີຊື່ວ່າ Adem Karadag.

ບ່ອນເກີດລະເບີດ ທີ່ສານເຈົ້າເອຣະວັນ ທີ່ບາງກອກ
ບ່ອນເກີດລະເບີດ ທີ່ສານເຈົ້າເອຣະວັນ ທີ່ບາງກອກ

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດ ຊຶ່ງມີຂຶ້ນທີ່ສານເຈົ້າເອຣະ ວັນໃນເຂດໃຈກາງບາງກອກ. ເຈົ້າໜ້າທີ່ກ່າວວ່າ ພວກນັກທ່ອງທ່ຽວ ແມ່ນຮວມຢູ່ໃນບັນ ດາຜູ້ເຄາະຮ້າຍ. ນອກນັ້ນ ຍັງມີອີກຫລາຍໆຄົນໄດ້ຮັບບາດເຈັບ.

ຕຳຫລວດໄດ້ເຜີຍແຜ່ຮູບແຕ້ມຂອງຄົນຮ້າຍທີ່ຈ່ອຍສູງ ຍັງໜຸ່ມ ທີ່ກ່າວກັນວ່າ ເປັນຜູ້ຊາຍ ຕ່າງປະເທດ ທີ່ມີຜົມກູດ ແລະໃສ່ແວ່ນຕາມົນ ທີ່ເຂົາເຈົ້າລະບຸວ່າເປັນຜູ້ຕ້ອງສົງໄສຄົນສຳ ຄັນນັ້ນ.

ຮູບຜູ້ຕ້ອງສົງໄສ ທີ່ຕຳຫຼວດໄທ ນຳອອກເຜີຍແຜ່
ຮູບຜູ້ຕ້ອງສົງໄສ ທີ່ຕຳຫຼວດໄທ ນຳອອກເຜີຍແຜ່

ຜູ້ຊາຍຄົນນີ້ໄດ້ປາກົດໃຫ້ເຫັນຢູ່ໃນໂທລະພາບວົງຈອນປິດ ທີ່ໄດ້ນຳເອົາຖົງໄປວາງໄວ້ຢູ່ ກ້ອງແປ້ນມ້າ ນອກສານເຈົ້າ ຂອງສາສະໜາຮິນດູ ແລະຍ່າງໜີໄປ ກ່ອນທີ່ລະເບີດແຕກ. ເຈົ້າໜ້າທີ່ເຊື່ອວ່າ ຜູ້ກ່ຽວມີສ່ວນຊ່ອຍ ໃນການວາງແຜນໂຈມຕີ ແຕ່ກໍໄດ້ສະແດງຄວາມບໍ່ ແນ່ໃຈວ່າ ການໂຈມຕີນີ້ ພົວພັນກັບກຸ່ມກໍ່ການຮ້າຍນາໆຊາດ.

Bangkok Arrest
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG