ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ເຕືອນພວກປະທ້ວງ ທີ່ຈະພາໃຫ້ເກີດຄວາມສ່ຽງ ຕໍ່ການແຜ່ໄວຣັສ


ພວກປະທ້ວງສະໜັບສະໜູນປະຊາທິປະໄຕ ເຕົ້າໂຮມກັນຮຽກຮ້ອງໃຫ້ລັດຖະບານລາອອກ ຍຸບສະພາ ແລະເລືອກຕັ້ງໃໝ່ ເມື່ອວັນທີ 16 ສິງຫາ 2020.
ພວກປະທ້ວງສະໜັບສະໜູນປະຊາທິປະໄຕ ເຕົ້າໂຮມກັນຮຽກຮ້ອງໃຫ້ລັດຖະບານລາອອກ ຍຸບສະພາ ແລະເລືອກຕັ້ງໃໝ່ ເມື່ອວັນທີ 16 ສິງຫາ 2020.

ນາຍົກລັດຖະມົນຕີໄທ ທີ່ໜຸນຫຼັງໂດຍພວກທະຫານ ໄດ້ເຕືອນພວກປະທ້ວງ ໃນວັນພະຫັດວານນີ້ຕໍ່ການສ່ຽງໃນການເຮັດໃຫ້ການລະບາດຂອງໂຄວິດ-19 ຮ້າຍແຮງຂຶ້ນຕື່ມ ໃນຂະນະທີ່ພວກເຂົາເຈົ້າວາງແຜນປະທ້ວງ ຕໍ່ຕ້ານລັດຖະ ບານຄັ້ງໃຫຍ່ ໃນວັນເສົາ ແລະວັນອາທິດຈະມາເຖິງນີ້
ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ພວກປະທ້ວງໄດ້ເຕົ້າໂຮມກັນເກືອບທຸກມື້ ມາເປັນເວລາສອງເດືອນແລ້ວ ເພື່ອຮຽກຮ້ອງໃຫ້ທ່ານປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີອະດີດຜູ້ນຳທະຫານ ລາອອກຈາກຕຳແໜ່ງ ແລະປ່ຽນລັດຖະທຳມະນູນທີ່ເຂົາເຈົ້າກ່າວວ່າ ທີີ່ໄດ້ອອກ ເພື່ອແກ່ຍາວການຄອບງໍາຂອງພວກທະຫານ ຫຼັງຈາກການເລືອກຕັ້ງປີກາຍນີ້.

ທ່ານປຣະຍຸດ ອະດີດຜູ້ບັນຊາການທະຫານ ກ່າວວ່າ ທ່ານໄດ້ຖືກເລືອກຕັ້ງຢ່າງ ເປັນທຳໂດຍຖະແຫຼງຜ່ານທາງໂທລະພາບວ່າ ທ່່ານເຂົ້າໃຈຄຳຮ້ອງທຸກ ແຕ່ໄດ້ຮຽກຮ້ອງໃຫ້ພວກປະທ້ວງ ເປັນຫ່ວງກັບເລື້ອງ “ໂຄວິດກ່ອນ” ໃນປັດຈຸບັນ.

ທ່່ານກ່າວວ່າ “ເວລາພວກທ່ານພາກັນເຕົ້າໂຮມກັນເປັນກຸ່ມ ພວກທ່ານພາກັນ ສ້າງຄວາມສ່ຽງ ທີ່ຮ້າຍແຮງຂອງການຕິດແປດໃໝ່ ແລະເປັນເຊັ່ນນັ້ນ ພວກ ທ່ານຍັງສ້າງຄວາມສ່ຽງທີ່ໃຫຍ່ຫຼວງໃຫ້ແກ່ຊີວິດການເປັນຢູ່ຂອງຫຼາຍສິບ

ລ້ານ ຄົນຕໍ່ເພື່ອນຊາວໄທດ້ວຍກັນ.”

“ການປະທ້ວງຂອງພວກທ່ານ ເຮັດໃຫ້ການຟື້ນໂຕຄືນຂອງເສດຖະກິດຊັກຊ້າ ເພາະວ່າ ພວກທ່່ານໄດ້ກໍ່ໃຫ້ເກີດຜົນກະທົບ ຕໍ່ຄວາມເຊື່ອໝັ້ນຂອງທຸລະກິດ ແລະພວກທ່ານຍັງກໍ່ໃຫ້ເກີດຜົນກະທົບ ຕໍ່ບັນດານັກທ່ອງທ່ຽວທີ່ກັບຄືນມາປະ ເທດຂອງພວກເຮົາ ເວລາ ພວກເຮົາພ້ອມແລ້ວທີ່ຈະຕ້ອນຮັບເຂົາເຈົ້າ.”

ປະເທດໄທຍັງບໍ່ໄດ້ມີການຕິດແປດຂອງໄວຣັສໂຄໂຣນາຢູ່ໃນທ້ອງຖິ່ນມາເປັນເວ ລາ 14 ວັນແລ້ວ ນັບແຕ່ວັນທີ 3 ກັນຍາເປັນຕົ້ນມາ ຫຼັງຈາກນັກໂທດຢູ່ໃນຄຸກ ຄົນນຶ່ງກວດພົບວ່າຕິດກັບພະຍາດດັ່ງກ່າວ ຫຼັງຈາກກວ່າຮ້ອຍມື້ທີ່ບໍ່ມີກໍລະນີໃໝ່ ຢູ່ໃນທ້ອງຖິ່ນ.

ແຕ່ພວກຝ່າຍຄ້ານກ່າວວ່າ ທ່ານປຣະຍຸດ ໄດ້ສວຍໃຊ້ສະພາບການທາງດ້ານ ສາທາລະນະສຸກນີ້ເພືີ່ອຜົນປະໂຫຍດຂອງຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG