ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ຢ້ຽມຢາມມຽນມາ


ທ່ານນາງຍິ່ງລັກ ນາຍົກລັດຖະມົນຕີໄທ.
ທ່ານນາງຍິ່ງລັກ ນາຍົກລັດຖະມົນຕີໄທ.

ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ທໍາ​ການ​ຢ້ຽມຢາ​ມມຽນມາ​ເປັນ​ເວລາ​ນຶ່ງ​ມື້ ​ທີ່​ແນ​ໃສ່​ເພື່ອ​ຍົກ​ລະດັບ​ສາຍ​ພົວພັນ​ທາງ​ການ​ທູດ​ແລະ​ເສ​ດຖະກິດ.

ທ່ານ​ນາງ​ຍິ່ງ​ລັກ ​ເດີນທາງ​ໄປ​ຮອດ​ນະຄອນຫລວງ​ດ້ານການ​ປົກຄອງ​ເນ​ປີ​ຕໍ ໃນ​ວັນ​ພຸດ​ມື້​ນີ້​ເພື່ອ​ສົນທະນາ​ຫາລື​ກັບ​ພວກ​ຜູ້​ນໍາ​ຂັ້ນ​ສູງຂອງ​ມຽນມາ. ໜັງສືພິມ​ພາສາ​ອັງກິດ The Nation ຂອງ​ໄທ ​ເວົ້າ​ວ່າ ປະທານາທິບໍດີ​ມຽນມາ ທ່ານ Thein Sein ​ໄດ້​ຈັດ​ງານ​ລ້ຽງ​ອາຫານ​ຄໍ່າຮັບຮອງນາຍົກລັດຖະມົນຕີ​ໄທ ກ່ອນ​ທ່ານ​ນາງ​ເດີ​ນທາງ​ກັບ​ຄືນ​ປະ​ເທດ.

ນີ້ແມ່ນ​ເປັນການ​ຢ້ຽມຢາມມຽນມາຢ່າງ​ເປັນ​ທາງ​ການ​ຄັ້ງ​ທໍາ​ອິດຂອງ​ທ່ານ​ນາງ​ຍິ່ງ​ລັກ ນັບ​ຕັ້ງ​ແຕ່​ເຂົ້າ​ຮັບ​ຕໍາ​ແໜ່​ງ​ເມື່ອ​ສອງ​ເດືອນ​ຜ່ານ​ມາ.

ໃນ​ເດືອນ​ແລ້ວ​ນີ້ ທ່ານ​ນາງ​ກໍ​ໄດ້​ໄປ​ຢ້ຽມຢາມ​ແບບ​ດຽວ​ກັນ​ນີ້ ທີ່​ກໍາປູ​ເຈຍ​ແລະ ສປປ ລາວ ຊຶ່ງ​ຢູ່​ທີ່​ກໍາປູ​ເຈຍ​ນັ້ນ ທ່ານ​ນາງ​ໄດ້​ເລີ່​ມຕົ້ນດໍາ​ເນີນ​ຂັ້ນ​ຕອນ​ໃນ​ການປັບປຸງ​ສາຍ​ພົວພັນສອງ​ຝ່າຍທີ່​ບາດໝາງ​ລົງ​ຍ້ອນ​ການ​ປະ​ທະ​ກັນ​ໃນ​ເຂດ​ຊາຍ​ແດນ​ຫລາຍ​ບັ້ນລະຫວ່າງ​ທະຫານ​ຂອງ​ສອງ​ປະ​ເທດ ທີ່ເກີດ​ຂຶ້ນກ່ອນ​ທ່ານ​ນາງ​ຍິ່ງ​ລັກ ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ເດືອນ​ສິງຫາ​ນັ້ນ.

XS
SM
MD
LG