ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ຮຽກຮ້ອງໃຫ້ປະຊາຊົນ ຢູ່ໃນຄວາມສະຫງົບ ຂະນະທີ່ ກໍລະນີທຳອິດ ຂອງ MERS ໄດ້ຮັບການຢືນຢັນ


ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ
ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ

ນາຍົກລັດຖະມົນຕີຂອງໄທ ທ່ານປຣະຍຸດ ຈັນໂອຊາ ຮຽກຮ້ອງ
ບໍ່ໃຫ້ປະຊາຊົນຕື່ນຕົກໃຈ ຫລັງຈາກໄທໄດ້ໃຫ້ການຢືນຢັນກ່ຽວ
ກັບກໍລະນີທຳອິດຂອງໂຣກລະບົບຫາຍໃຈອັກເສບຈາກພາກຕາ
ເວັນອອກກາງຫຼື MERS.

ທ່ານກ່າວຕໍ່ພວກນັກຂ່າວໃນວັນສຸກມື້ນີ້ວ່າ ກະລຸນາຢ່າຕື່ນຕົກ
ໃຈ ພວກເຮົາໄດ້ເອົາມາດຕະການກ່ຽວກັບເລື້ອງນີ້ແລ້ວ. ຖ້າຜູ້ ໃດຫາກມີຄວາມສົງໄສກ່ຽວກັບອາການຂອງໂຣກ ກະລຸນາຕິດ
ຕໍ່ໂຮງໝໍເຫລົ່ານີ້ ພວກເຮົາຕ້ອງໄດ້ ຊ່ອຍເຫຼືອຊຶ່ງກັນ ແລະກັນ ແລະກະລຸນາໃຫ້ມີຄວາມລະມັດລະວັງ.

ຄົນປ່ວຍໂຣກຫົວໃຈຄົນນຶ່ງຈາກປະເທດໂອມານ ໄດ້ຮັບການຢືນຢັນໃນວັນພະຫັດວານນີ້
ວ່າ ເປັນກໍລະນີທຳອິດ ຂອງຜູ້ຕິດເຊື້ອໄວຣັສ MERS ຢູ່ໃນປະເທດໄທ.

ນາຍົກລັດຖະມົນຕີໄທກ່າວວ່າ ປະເທດຂອງທ່ານໄດ້ກະກຽມເປັນຢ່າງດີເພື່ອຮັບມືກັບສະ ຖານະການ ອີງຕາມປະສົບພະການທີ່ຜ່ານມາ.

ທ່ານປຣະຍຸດເວົ້າວ່າ “ໂຮງໝໍ 69 ແຫ່ງ ທີ່ມີປະສົບພະການ ໃນການຮັບມືກັບໂຣກລະບົບ ຫາຍໃຈອັກເສບຮ້າຍແຮງ ຫຼື SARS ແລະໄຂ້ຫວັດສັດປີກ ເວລານີ້ກຳລັງກຽມພ້ອມທີ່ຈະ ປິ່ນປົວໂຣກ MERS. ພວກເຂົາເຈົ້າຈະກວດສອບເບິ່ງພະນັກງານ ແລະອຸບປະກອນການ ແພດວ່າມີພຽງພໍບໍ ຕະຫລອດທັງຄວາມພ້ອມ ຂອງຫ້ອງກັກຄົນປ່ວຍ ເພື່ອປິ່ນປົວທີ່ແຍກ ຈາກຄົນອື່ນ. ດ້ວຍເຫດນີ້ພວກເຮົາຈຶ່ງສາມາດລະບຸໂຕຜູ້ຊາຍຄົນນັ້ນໄດ້ໃນເວລານີ້ຍ້ອນ ວ່າພວກເຮົາໄດ້ເສີມສ້າງໃຫ້ຕື່ນຕົວຕະຫລອດມາ.

ເຈົ້າໜ້າທີ່ກ່າວຕໍ່ວີໂອເອວ່າ ທ່ານໝໍຄົນນຶ່ງທີ່ໂຮງພະຍາບານນາໆຊາດບຳຣຸງຣາດ ໄດ້ສົງ ໄສວ່າຜູ້ຊາຍຄົນນີ້ອາດຕິດເຊື້ອ MERS ຍ້ອນລາວມາຈາກຕ່າງປະເທດທີ່ໄດ້ຈົ່ມວ່າ ມີບັນ ຫາກ່ຽວກັບລະບົບຫາຍໃຈແລະໄຂ້ທີ່ບໍ່ແຮງ.

ທ່ານ Thanarath Phalipat ຜູ້ອຳນວຍການພະແນກລະບາດວິທະຍາ ຂອງກະຊວງສາ ທາລະນະສຸກກ່າວວ່າ ນອກນັ້ນ ຍັງມີການຕິດຕາມເບິ່ງອາການຂອງບຸກຄົນອື່ນໆອີກ 59 ຄົນກ່ຽວກັບເຊື້ອໄວຣັສນີ້ ທັງຢູ່ທີ່ໂຮງໝໍ ແລະຢູ່ຕາມບ້ານເຮືອນ ຊຶ່ງໃນນັ້ນ ແມ່ນຮວມທັງ ພວກຜູ້ໂດຍສານສອງແຖວ ທີ່ນັ່ງຢູ່ທາງໜ້າ ແລະທາງຫລັງ ຂອງຊາວໂອມານຄົນນີ້ ໃນ ຖ້ຽວບິນເດີນທາງໄປບາງກອກ ພ້ອມທັງພະນັກງານການແພດ ຄົນງານໃນໂຮງແຮມແລະ ຄົນຂັບແທັກຊີ.

Sokor Mers
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG