ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປຣະຍຸດ ຈັນໂອຊາ ຈະຍົກເລີກ ກົດໄອຍະການເສິກ


່ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ທີ່ທຳນຽບນາຍົກລັດຖະບານ ໃນບາງກອກ. .
່ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ທີ່ທຳນຽບນາຍົກລັດຖະບານ ໃນບາງກອກ. .

ຫົວໜ້າ​ສະພາປົກຄອງ​ທະຫານຂອງ​ໄທ ກ່າວ​ວ່າ ທ່າ​ນ​ໄດ້​ຮ້ອງ
​ຂໍ​ໄປ​ຍັງກະສັດ ​ຂອງໄທ ເພື່ອຂໍອະນຸຍາດ​ ຍົກ​ເລີກ​ກົດ​ໄອ​ຍະ​
ການ​ເສິກ ທີ່ເລີ້ມມີຜົນບັງຄັບໃຊ້ ຫລັງ​ຈາກ​ການກໍ່ລັດຖະປະ
ຫານ ​ໃນ​ປີແລ້ວ​ນີ້.

ນາຍົກລັດຖະມົນຕີ ປຣະຍຸດ ຈັນ​ໂອຊາ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ​ ​ໃນ​ວັນ​ອັງຄານມື້​ນີ້ວ່າ ກະສັດ ພູມີ​ພົນ ອະ​ດຸນຍະ​ເດດ
ຈະ​ຕ້ອງ​ຕັດສິນ​ພະໄທວ່າ ຈະ​ຍົກເລີກ​ກົດ​ໄອ​ຍະ​ການ​ເສິກຫຼືບໍ່
​ເຖິງແມ່ນ​ບາດ​ກ້າວ​ນີ້ແມ່ນມອງກັນວ່າ​ເພື່ອເປັນ​ພິທີ​ການທໍ່ນັ້ນ.

ກົດ​ໄອ​ຍະ​ການ​ເສິກ ​ໄດ້​ມອບ​ອຳນາດໃຫ້ແກ່ທະຫານ​ຢ່າງກວ້າງ​ຂວາງ ​ເພື່ອ​ຄວບ​ຄຸມ​
ສິດເສລີພາບໃນ​ການ​ປາກ​ເວົ້າ ປາບປາມການເປັນປໍລະປັກທາງ​ການ​ເມືອງ ​ແລະ​ກີ​ດ
ກັ້ນບໍ່ໃຫ້ມີ​ການ​ເຕົ້າ​ໂຮມ​ກັນ​ກາຍ​ຫ້າ​ຄົນ.

ຜູ້ນຳ​ທະຫານ​ກ່າວ​ວ່າ ກົດ​ລະບຽບ​ໃໝ່ ​ທີ່​ຈະໃຊ້​ແທນກົດ​ໄອ​ຍະ​ການ​ເສິກ ຈະ​ອອກ “​ໃນ​
ບໍ່​ຊ້າ​ນີ້” ​ແລະ​ຈະອີງ​ຕາມ​ມາດ​ຕາ 44 ຂອງ​ລັດຖະທຳ​ມະນູນສະບັບຊົ່ວຄາວ ທີ່ຂະຫຍາຍ​ອຳນາດ​ ໃຫ້​ແກ່​ພວກທະຫານນັ້ນ.

ນາຍົກລັດຖະມົນຕີ ກ່າວ​ວ່າ ພະລາຊະດຳລັດສະບັບ​ໃໝ່ນີ້ຍັງ​ຈະອະນຸຍາດ​ໃຫ້ ​ພົນລະ
ເຮືອນ​ຖືກ​ດຳເນີນຄະດີໂດຍ​ສານ​ທະຫານໄດ້.

ທະຫານ​ໄດ້​ເຂົ້າຍຶດ​ເອົາອຳນາດ​ໃນ​ເດືອນ​ພຶດສະພາ ຫລັງ​ຈາກ​ອະດີດນາຍົກລັດ ຖະມົນ
ຕີ ຍິ່ງລັກ ຊິນນະ​ວັດ ທີ່ມີບັນຫາ ​ໄດ້​ຖືກ​ສານ​ ສັ່ງ​ໃຫ້​ປົກອອກ​ຈາກ​ຕຳ​ແໜ່ງ. ​ມັນ​ເປັນ​ການ
​ເຮັດລັດຖະປະຫານ ​ຄັ້ງ​ທີ 12 ຂອງພວກທະຫການ ​ໃນ ຮອບ 80 ປີທີ່ຜ່ານມາ.

XS
SM
MD
LG