ຜູ້ຕ້ອງສົງໄສຄົນໜຶ່ງໄດ້ຖືກຈັບກຸມ ເຊິ່ງເປັນຜູ້ທີ່ມີຮູບພາບກົງກັບມືລະເບີດ ທີ່ສານເຈົ້າໃນ ບາງກອກ. ເຫດລະເບີດແຕກ ໃນວັນທີ 17 ສິງຫາທີ່ຜ່ານມາ, ໄດ້ເຮັດໃຫ້ມີ 20 ເສຍຊີວິດແລະບາດເຈັບຫຼາຍກວ່າ 100 ຄົນ, ເຊິ່ງໃນນັ້ນ ຫຼາຍຄົນແມ່ນນັກທ່ອງທ່ຽວ
ເອເຊຍ. ນັກຂ່າວ VOA Steve Herman ມີລາຍງານຈາກ ບາງກອກ, ເຊິ່ງ ພຸດທະສອນ ມີລາຍລະອຽດ ມາສະເໜີທ່ານ.
ຜູ້ບັນຊາການຕຳຫຼວດແຫ່ງຊາດ ພົນໂທ ປຣະວຸດ ຖາວອນສິຣິ ໄດ້ກ່າວຕໍ່ນັກຂ່າວວ່າ ຜູ້ຊາຍທີ່ໄດ້ຖືກຈັບກຸມໃນວັນອັງຄານທີ່ຜ່ານມາແມ່ນສະມາຊິກຄົນສຳຄັນຂອງກຸ່ມທີ່ມີຄວາມຮັບຜິດຊອບກັບການວາງລະເບີດ.
ໂຄສົກຕຳຫຼວດຍັງບໍ່ຢືນຢັນເທື່ອວ່າ ຮູບພາບຜູ້ຊາຍອາຍຸ 25 ປີຈາກແຂວງ Xinjiang ທີ່ຢູ່ໃນໜັງສືເດີນທາງ ຈີນ ເຊິ່ງໄດ້ມີການອອກອາ ກາດຢ່າງກວ້າງທາງໂທລະພາບ ວ່າແມ່ນຜູ້ສົງໄສທີ່ຖືກຈັບຢູ່ເຂດຊາຍແດນ ຕິດກັບກຳປູເຈຍ ຫຼື ບໍ່.
ການອອກອາກາດທາງໂທລະພາບທຸກໆຊ່ອງ ໃນຕອນແລງຂອງວັນອັງຄານວານນີ້, ນັກຂ່າວໂທລະພາບທະຫານ ຮ້ອຍຕີ ປາຣິຍາ ເນຕຣະວິຊຽນ ໄດ້ກ່າວວ່າ ຜູ້ຕ້ອງສົງໄສແມ່ນ
“ຄ້າຍຄື” ຜູ້ຊາຍນຸ່ງເສື້ອສີເຫຼືອງທີ່ເຫັນຢູ່ໃນພາບກ້ອງວົງຈອນປິດ ວ່າເປັນຜູ້ທີ່ໄດ້ວາງລະ
ເບີດຢູ່ສານເຈົ້າ ເອຣະວັນ ກ່ອນເກີດເຫດລະເບີດພຽງໜ້ອຍດຽວ.
ທ່ານນາງ ປາຣິຍາ ກ່າວວ່າ “ຜູ້ຕ້ອງສົງໄສໄດ້ຖືກນຳມາສືບສວນສອບສວນເພື່ອຫາຂໍ້ມູນເພີ່ມເຕີມ. ພວກເຮົາຢາກຂໍກ່າວຢ້ຳວ່າພວກເຮົາມີຂັ້ນຕອນ ແລະ ເຈົ້າໜ້າທີ່ຕ້ອງ ລະມັດລະວັງແທ້ໆໃນການດຳເນີນວຽກງານຂອງພວກເຂົາ. ດັ່ງນັ້ນພວກເຮົາຈິ່ງຢາກຂໍໃຫ້ສະທາລະນະຊົນທົ່ວໄປຈົ່ງເຂົ້າໃຈ ແລະ ອົດທົນດ້ວຍ.”
ບັນດາເຈົ້າໜ້າທີ່ໃນວັນອັງຄານວານນີ້ ຍັງໄດ້ເປີດເຜີຍຮູບພາບຂອງຜູ້ຊາຍສັນຊາດ ເທີກີ ຄົນໜຶ່ງ ແລະຮູບແຕ້ມ ຜູ້ຊາຍອີກສອງຄົນ ທີ່ໄດ້ມີການອອກໝາຍຈັບ ໃນຂໍ້ຫາ “ການຄອບຄອງລະເບີດ ຢ່າງຜິດກົດ ໝາຍ.”
ຕັ້ງແຕ່ວັນເສົາແລ້ວເປັນຕົ້ນມາ, ອາຄານຫ້ອງພັກສອງຫຼັງໄດ້ຖືກເຂົ້າກວດຄົ້ນ, ເຊິ່ງເປັນຜົນເຮັດໃຫ້ມີການຈັບກຸມຊາຍຊາວຕ່າງຊາດອາຍຸ 28 ປີຄົນໜຶ່ງ ແລະ ໃນອັນທີ່ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ລາວມີລະເບີດຫຼາຍຊະນິດ ແລະອົງປະກອບຂອງການຜະລິດລະເບີດຫຼາຍ ຢ່າງ. ນອກນັ້ນ ລາວຍັງໄດ້ຖືກພົບວ່າ ມີໜັງສືເດີນທາງ ເທີກີ ປອມຈຳນວນຫຼາຍເຫລັ້ມອີກດ້ວຍ.
ມີການຄາດຄະເນວ່າ ການໂຈມຕີດັ່ງກ່າວນັ້ນ ອາດເປັນການຕອບໂຕ້ ຕໍ່ການທີ່ ໄທ ໄດ້ສົ່ງຊົນເຜົ່າ ວີເກີ ຫຼາຍກວ່າຮ້ອຍຄົນໄປປະເທດ ຈີນ ໃນເດືອນກໍລະກົດທີ່ຜ່ານມາ.