ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທ ຈະດຳເນີນມາດຕະການ ຄວບຄຸມ ແລະບັງຄັບໃຊ້ກົດໝາຍ ຕໍ່ແຮງງານຕ່າງດ້າວ


ທາງການໄທ ຂຶ້ນທະບຽນແຮງງານຕ່າງດ້າວ ລາວ ມຽນມາ ແລະ ກຳປູເຈຍ
ທາງການໄທ ຂຶ້ນທະບຽນແຮງງານຕ່າງດ້າວ ລາວ ມຽນມາ ແລະ ກຳປູເຈຍ

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະດຳເນີນມາດຕະການຄວບຄຸມ ແລະບັງຄັບ
ໃຊ້ກົດໝາຍກັບບັນດາແຮງງານຕ່າງດ້າວ ທີ່ທຳງານໃນໄທ ໂດຍຜິດກົດໝາຍຢ່າງ
ເຂັ້ມງວດ ເພື່ອສະກັດກັ້ນການຄ້າມະນຸດ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າ ລັດ
ຖະບານໄທ ຈະດຳເນີນມາດຕະການຢ່າງເຂັ້ມງວດ ເຂົ້າໃນການຄວບຄຸມ ແລະ
ບັງຄັບໃຊ້ກົດໝາຍຕໍ່ບັນດາແຮງງານ ລາວ ມຽນມາ ແລະກຳປູເຈຍ ທີ່ລັກລອບ
ທຳງານໃນໄທ ໂດຍຜິດກົດໝາຍ ໂດຍຖືເປັນມາດຕະການສຳຄັນ ທີ່ຈະສະກັດກັ້ນ
ການຄ້າມະນຸດຂ້າມຊາດໃນໄທ ເນື່ອງຈາກໄທຖືກທາງການສະຫະລັດ ອາເມຣິກາ
ແລະສະຫະພາບຢູໂຣບ ຈັດໃຫ້ເປັນປະເທດນຶ່ງທີ່ມີການລັກລອບຄ້າມະນຸດ
ຂ້າມຊາດ ໃນລະດັບທີ່ຮຸນແຮງ.

ແຮງງານຕ່າງດ້າວທີ່ຜິດກົດໝາຍ ຖືກທາງການໄທ ຈັບໄດ້ ຢູ່ທີ່ ຈັງຫວັດອຸບົນຣາຊະທານີ
ແຮງງານຕ່າງດ້າວທີ່ຜິດກົດໝາຍ ຖືກທາງການໄທ ຈັບໄດ້ ຢູ່ທີ່ ຈັງຫວັດອຸບົນຣາຊະທານີ

ໂດຍເຖິງແມ່ນວ່າ ໃນໄລຍະ 3 ປີທີ່ຜ່ານມາ ລັດຖະບານໄທ ຈະໄດ້ດຳເນີນ
ການພິສູດ ສັນຊາດແຮງງານທີ່ແຈ້ງຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ
ໃນໄທຮ່ວມກັບທາງການລາວ ມຽນມາ ແລະກຳປູເຈຍ ແລ້ວກໍຕາມ ຫາກແຕ່
ການຈັດຕັ້ງປະຕິບັດຕົວຈິງກໍຍັງດຳເນີນໄປຢ່າງຊັກຊ້າ ແລະການຄ້າມະນຸດ
ຂ້າມຊາດ ຍັງຄົງເກີດຂຶ້ນຢູ່ເລື້ອຍມາ ຈຶ່ງເຮັດໃຫ້ລັດຖະບານໄທ ຕ້ອງການແກ້ໄຂ
ບັນຫາດັ່ງກ່າວ ດ້ວຍການຂໍຄວາມຮ່ວມມື ຈາກທາງການລາວ ມຽນມາ ແລະ
ກຳປະເຈຍ ເພື່ອໃຫ້ດຳເນີນການພິສູດສັນຊາດແຮງງານຂອງຕົນ ກ່ອນທີ່ຈະສົ່ງ
ມາທຳງານໃນໄທ ດັ່ງທີ່ພົນເອກປຣະຍຸດ ໄດ້ໃຫ້ການຢືຢັນວ່າ:

“ມັນເປັນເຫດຜົນ ແລະຄວາມຈຳເປັນທີ່ເຮົາຕ້ອງເຮັດ ເພາະວ່າວັນນີ້ ເຂົາກຳລັງ
ເພັ່ງເລັງປະເທດໄທ ໃນເລື່ອງຂອງການຄ້າມະນຸດ ແລະເປັນຂໍ້ຕົກລົງກັນ ລະ
ຫວ່າງເຮົາທັງສີ່ປະເທດ ໃນອາຊ່ຽນນີ້ ແຮງງານຕໍ່ໄປນີ້ ຈະຕ້ອງຂຶ້ນບັນຊີ ຫຼື
ການນຳເຂົ້າທີ່ຊາຍແດນເທົ່ານັ້ນ ບໍ່ມີການຂຶ້ນໃນປະເທດເພາະທີ່ຜ່ານມາ 3 ປີ
ທີ່ລັດຖະບານນີ້ເຂົ້າມາເຮັດ ກໍແກ້ບັນຫາ ກໍໂອເຄຂຶ້ນ ບັນຊີໄດ້ 2 ລ້ານ 3 ລ້ານ
ຄົນ ແຕ່ຄົນເຫຼົ່ານີ້ ຍັງບໍ່ໄດ້ຮັບການພິສູດສັນຊາດທັງໝົດ ແລ້ວຖ້າຍັງພິສູດ
ສັນຊາດບໍ່ໄດ້ ຈະເປັນແຮງງານຊົ່ວຄາວ ແລ້ວກໍຍ້າຍວຽກບໍ່ໄດ້ ນັ້ນແຫລະ
ຄືເອີ້ນວ່າ ການພິສູດສັນຊາດບໍ່ແລ້ວ ຕົ້ນທາງເຂົາຕ້ອງຈັດຊຸດມາພິສູດສັນຊາດ
ໃນປະເທດໄທ ເຂົາກໍເປັນພາລະຂອງເຂົາ.”

ໂດຍກະຊວງແຮງງານໄທ ລາຍງານວ່າ ມີແຮງງານລາວ 256,000 ກວ່າຄົນ ໄດ້ແຈ້ງ
ຈົດທະບຽນຂໍອະນຸຍາດທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງໃນນີ້ ແບ່ງ
ເປັນແຮງລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະ ໄດ້ຮັບອະນຸຍາດໃຫ້ທຳງານຢູ່ໃນ
ໄທຕໍ່ໄປ ຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນ ເປັນແຮງງານ ທີ່ສິ້ນສຸດ
ສັນຍາຈ້າງເມື່ອເດືອນສິງຫາ 2015 ແລະ ການທີ່ຈະສາມາດຄືນມາທຳງານໃນໄທ
ໄດ້ອີກເທື່ອໃໝ່ ກໍຈະຕ້ອງຜ່ານການຂຶ້ນທະບຽນ ກັບທາງການລາວເທົ່ານັ້ນ.

ທາງດ້ານເຄືອຂ່າຍໃຫ້ການຊ່ອຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີ
ແຮງງານລາວ ທີ່ຢູ່ໃນໄທຫຼາຍກວ່າ 4 ແສນຄົນ ໝາຍຄວາມວ່າ ມີແຮງງານລາວ
ຫຼາຍກວ່າ 3 ແສນຄົນ ທີ່ລັກລອບທຳງານໂດຍຜິດກົດໝາຍ ແລະມີຄວາມສ່ຽງສູງ
ທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດໃນໄທ ແຕ່ວ່າໃນໄລຍະ 14 ປີ
ທີ່ຜ່ານມາ ທາງການໄທກັບສາມາດໃຫ້ການຊ່ອຍເຫຼືອແຮງງານລາວ ເຫຼົ່ານີ້ໄດ້
ພຽງ 2,217 ຄົນເທົ່ານັ້ນ.

ທັງນີ້ ໂດຍຫລ້າສຸດ ທາງການໄທໄດ້ບັງຄັບໃຊ້ກົດໝາຍວ່າດ້ວຍ ການຈ້າງແຮງງານ
ຕ່າງດ້າວໃນໄທ ໂດຍກຳນົດໃຫ້ບັນດານາຍຈ້າງ ຈະຕ້ອງຈ້າງແຮງງານທີ່ຂຶ້ນທະບຽນ
ກັບທາງການຂອງປະເທດຕົ້ນທາງ ກໍຄືທາງການລາວ ມຽນມາ ແລະ ກຳປູເຈຍ ຢ່າງ
ຖືກຕ້ອງເທົ່ານັ້ນ ໂດຍຖ້າຫາກບັນດານາຍຈ້າງມີການຝ່າຝືນດ້ວຍການຈ້າງແຮງງານ
ທີ່ຜິດກົດໝາຍ ກໍຈະຕ້ອງຖືກປັບໃໝ ຕັ້ງແຕ່ 4 ແສນ ຫາ 8 ແສນບາດ.

ແຕ່ຢ່າງໃດກໍຕາມ ການບັງຄັບໃຊ້ກົດໝາຍດັ່ງກ່າວຂອງທາງການໄທ ກໍໄດ້ສົ່ງຜົນ
ກະທົບ ຢ່າງຮຸນແຮງຕໍ່ບັນດາຫົວໜ່ວຍທຸລະກິດຕ່າງໆ ໃນໄທ ເນື່ອງຈາກວ່າ ບັນດາ
ແຮງງານຕ່າງດ້າວສ່ວນໃຫຍ່ໃນໄທ ຍັງບໍ່ທັນໄດ້ພິສູດສັນຊາດ ຈຶ່ງຖືເປັນແຮງງານ
ຜິດກົດໝາຍໃນໄທ ຊຶ່ງເມື່ອປະກອບກັບແຮງງານເຫຼົ່ານີ້ຢ້ານວ່າ ຈະຖືກຈັບ ແລະ
ປັບໃໝໂດຍທາງການໄທ ຈຶ່ງໄດ້ພາກັນເດີນທາງກັບຄືນປະເທດ ອັນໄດ້ສົ່ງຜົນກະທົບ
ຕໍ່ຫົວໜ່ວຍທຸລະກິດໃນໄທ ຢ່າງຫລີກລ່ຽງບໍ່ໄດ້ ດ້ວຍເຫດນີ້ ທ່າງການໄທ ຈຶ່ງແກ້ໄຂ
ບັນຫາສະເພາະໜ້າ ດ້ວຍການເລື່ອນບັງຄັບໃຊ້ກົດໝາຍດັ່ງກ່າວອອກໄປ ຈົນເຖິງ
ສິ້ນປີ 2017 ໝາຍຄວາມວ່າ ພາຍໃນໄລຍະດັ່ງກ່າວນີ້ ແຮງງານລາວ ມຽນມາ ແລະ
ກຳປູເຈຍ ຈະຕ້ອງຂຶ້ນທະບຽນກັບທາງການຂອງພວກຕົນໃຫ້ແລ້ວເສັດ ເພື່ອທີ່ຈະໄດ້
ທຳງານຢ່າງຖືກຕ້ອງຕາມກົດໝາຍ ໃນໄທຕໍ່ໄປນັ້ນເອງ.

XS
SM
MD
LG