ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທ ເນັ້ນຢ້ຳວ່າ ຈະໃຊ້ມາດຕາການ ຄວບຄຸມ ແລະ ກົດໝາຍ ຕໍ່ແຮງງານຕ່າງດ້າວ


ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າ ລັດຖະບານ ໄທ ຈະດຳເນີນມາດຕະການຢ່າງເຂັ້ມງວດ ເຂົ້າໃນການຄວບຄຸມ ແລະ ບັງຄັບໃຊ້ກົດ ໝາຍ ກັບບັນດາແຮງງານຕ່າງດ້າວຜິດກົດໝາຍ.
ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າ ລັດຖະບານ ໄທ ຈະດຳເນີນມາດຕະການຢ່າງເຂັ້ມງວດ ເຂົ້າໃນການຄວບຄຸມ ແລະ ບັງຄັບໃຊ້ກົດ ໝາຍ ກັບບັນດາແຮງງານຕ່າງດ້າວຜິດກົດໝາຍ.

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະດຳເນີນມາດຕະການຄວບຄຸມ ແລະບັງຄັບໃຊ້ ກົດໝາຍ ກັບບັນດາແຮງງານຕ່າງດ້າວ ທີ່ລັກລອບທຳງານໃນໄທ ໂດຍຜິດກົດໝາຍ ຢ່າງເຂັ້ມງວດ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າ ລັດຖະບານ ໄທ ຈະດຳເນີນມາດຕະການຢ່າງເຂັ້ມງວດ ເຂົ້າໃນການຄວບຄຸມ ແລະ ບັງຄັບໃຊ້ກົດ ໝາຍ ກັບບັນດາແຮງງານ ຈາກລາວ ມຽນມາ ແລະ ກຳປູເຈຍ ທີ່ລັກລອບທຳງານໃນໄທ ໂດຍຜິດ ກົດໝາຍ ທັງຈະດຳເນີນການພິສູດສັນຊາດແຮງງານ ທີ່ແຈ້ງຈົດທະບຽນ ຢ່າງ ຖືກຕ້ອງ ຕາມກົດໝາຍໃນໄທແລ້ວນັ້ນ ແລະຈະຂໍຄວາມຮ່ວມມືຈາກທາງການລາວ ມຽນມາ ແລະ ກຳປູເຈຍ ເພື່ອໃຫ້ດຳເນີນການພິສູດສັນຊາດ ແຮງງານຂອງຕົນ ກ່ອນທີ່ ຈະສົ່ງມາທຳງານ ໃນໄທອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ຂັ້ນຕອນຕໍ່ໄປ ກໍປະເທດຕົ້ນທາງ ແຮງງານຕ່າງດ້າວຕ້ອງມີການກວດສອບ ມີການ ຮັບຮອງສັນຊາດ ຊຶ່ງທີ່ຜ່ານມານັ້ນ ກໍບໍ່ໄດ້ຮັບຮອງມາຕັ້ງແຕ່ຕົ້ນ ພວກທີ່ຍັງບໍ່ເປັນການ ຖາວອນ ແລະ ພິສູດສັນຊາດຍັງບໍ່ໄດ້ ເຫຼົ່ານີ້ ກໍຄົງຈະຕ້ອງລະມັດລະວັງ ໃນເລື້ອງຂອງ ການເຄື່ອນຍ້າຍໄປ ທີ່ນັ້ນທີ່ນີ້ ມັນອາດຈະຜິດກົດໝາຍ ແລະ ຕ້ອງຖືກດຳເນີນການ ຕາມກົດໝາຍ ອາດຈະມີການຮຽກຮັບຜົນປະໂຫຍດ.”

ໂດຍກະຊວງແຮງງານໄທ ລາຍງານວ່າ ມີແຮງງານລາວ 256,000 ກວ່າຄົນ ໄດ້ແຈ້ງຈົດ ທະບຽນຂໍອະນຸຍາດທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງໃນນີ້ແບ່ງເປັນແຮງ ງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະໄດ້ຮັບອະນຸຍາດໃຫ້ທຳງານຢູ່ໃນໄທຕໍ່ໄປ ຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນເປັນແຮງງານ ທີ່ສິ້ນສຸດສັນຍາຈ້າງ ນັບແຕ່ເດືອນສິງຫາ 2015 ເປັນຕົ້ນມາແລ້ວ.

ພວກແມ່ຍິງ ກຳລັງເຮັດວຽກ ຢູ່ທີ່ໂຮງງານຕັດຍິບ ແຫ່ງໜຶ່ງ ໃນລາວ.
ພວກແມ່ຍິງ ກຳລັງເຮັດວຽກ ຢູ່ທີ່ໂຮງງານຕັດຍິບ ແຫ່ງໜຶ່ງ ໃນລາວ.

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານ ລາວທີ່ຢູ່ໃນໄທຫຼາຍກວ່າ 4 ແສນຄົນ ຊຶ່ງໃນນີ້ ຫຼາຍກວ່າ 3 ແສນຄົນ ທີ່ລັກລອບທຳງານ ໂດຍຜິດກົດໝາຍ ແລະ ມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ ແຕ່ໃນ ລະຍະ 14 ປີ ທີ່ຜ່ານມາ ທາງການໄທ ກັບສາມາດໃຫ້ການຊ່ວຍເຫຼືອແຮງງານລາວ ເຫຼົ່ານີ້ ໄດ້ພຽງ 2,217 ຄົນເທົ່ານັ້ນ.

ທັງນີ້ ເຈົ້າໜ້າທີ່ຕຳຫຼວດໄທ ໄດ້ທຳການຄວບຄຸມຕົວແມ່ຍິງລາວ 43 ຄົນ ຢູ່ທີ່ສະຖານບັນ ເທີງແຫ່ງໜຶ່ງ ໃນເຂດອຳເພີໂຂງຈຽມ ຈັງວັດອຸບົນຣາຊະທານີ ເມື່ອກາງເດືອນທັນວາ 2015 ທີ່ຜ່ານມາ ດ້ວຍຂໍ້ຫາຮ່ວມກັນຂາຍບໍລິການທາງເພດ ໂດຍຜິດກົດໝາຍ ຊຶ່ງໃນນີ້ ກໍມີເຖິງ 14 ຄົນທີ່ເປັນເຍົາວະຊົນ ທີ່ອາຍຸຕ່ຳກວ່າ 18 ປີ ລວມຢູ່ດ້ວຍ.

ທັງນີ້ ໂດຍອີງຕາມກົດໝາາຍອາຍາ ຂອງໄທນັ້ນ ການກະທຳຄວາມຜິດ ກົດໝາຍໃນຂໍ້ ຫາທີ່ເປັນຜູ້ຂາຍບໍລິການທາງເພດ ຈະມີໂທດຈຳຄຸກເປັນເວລາ 1 ເດືອນ ແລະ ປັບໃໝ ບໍ່ເກີນ 1,000 ບາດ ແຕ່ຖ້າຫາກວ່າ ຜູ້ກະທຳຄວາມຜິດ ເປັນເຍົາວະຊົນ ທີ່ອາຍຸຕ່ຳກວ່າ 18 ປີ ຈະບໍ່ຖືວ່າ ມີຄວາມຜິດດັ່ງກ່າວ ແຕ່ຈະຖືກສົ່ງຕົວໄປຢູ່ໃນສູນຟື້ນຟູສະພາບຈິດໃຈ ແລະ ຝຶກອົບຮົມວິຊາຊີບ ເປັນເວລາ 6 ເດືອນ ແລະຕໍ່ຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນ ປະເທດ ທີ່ເປັນພູມລຳເນົາ.

ແຕ່ຢ່າງໃດກໍຕາມ ການກຳນົດບົດລົງໂທດດັ່ງກ່າວ ກໍນັບວ່າ ເປັນການລົງໂທດທີ່ບໍ່ຮຸນ ແຮງ ແລະ ຜົນທີ່ຕິດຕາມມາ ກໍຄືການລັກລອບຂາຍບໍລິການທາງເພດໃນໄທ ຍັງຄົງເກີດ ຂຶ້ນຢ່າງກວ້າງຂວາງ ຊຶ່ງໃນນີ້ ກໍລວມເຖິງແມ່ຍິງລາວ ຈຳນວນບໍ່ນ້ອຍ ທີ່ຍັງພາກັນເດີນ ທາງມາຂາຍບໍລິການທາງເພດ ໃນໄທຢູ່ເລື້ອຍມາ ທັງຍັງມີທ່າອຽງເພີ້ມຈຳນວນ ຫຼາຍຂຶ້ນ ນັບມື້ອີກດ້ວຍ.

ໂດຍເຖິງແມ່ນວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນລາວ ຈະໄດ້ເລີ້ມດຳເນີນ ມາດ ຕະການ ບໍ່ອະນຸຍາດໃຫ້ເຍົາວະຊົນລາວ ທີ່ອາຍຸຕ່ຳກວ່າ 18 ປີ ເດີນທາງໄປໄທ ໂດຍລຳ ພັງ ຢ່າງເດັດຂາດ ເມື່ອບໍ່ນານມານີ້ ຊຶ່ງຖືເປັນມາດຕະການ ທີ່ໄດ້ຈັດຕັ້ງປະຕບັດ ຮ່ວມກັນ ກັບທາງການໄທ ພາຍໃຕ້ເປົ້າໝາຍ ເພື່ອປ້ອງກັນບໍ່ໃຫ້ເຍົາວະຊົນລາວ ຕ້ອງຕົກໄປເປັນ ເຫຍື່ອຂອງການຄ້າມະນຸດໃນໄທ ໂດຍສະເພາະແມ່ນ ເຍົາວະຊົນລາວເພດຍິງ ທີ່ຖືເປັນ ກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກບັງຄັບ ໃຫ້ຕ້ອງ ຂາຍບໍລິການທາງເພດ ຢູ່ໃນໄທເພີ້ມຂຶ້ນນັບມື້ນັ້ນ.

ຫາກແຕ່ສຳລັບເຍົາວະຊົນລາວ ທີ່ມີຜູ້ປົກຄອງເດີນທາງໄປດ້ວຍນັ້ນ ກໍຍັງຄົງໄດ້ຮັບການ ອະນຸຍາດໃຫ້ເດີນທາງໄປໄທໄດ້ ຕາມປົກກະຕິ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຫຼາຍພາກສ່ວນ ຢ້ານວ່າ ການດຳເນີນມາດຕະການດັ່ງກ່າວນີ້ ອາດຈະບໍ່ມີປະສິດທິຜົນ ໃນການປະຕິບັດ ຕົວຈິງ ຖ້າຫາກວ່າ ເຈົ້າໜ້າທີ່ຂອງທາງການລາວ ແລະໄທ ບໍ່ຈິງຈັງ ໃນການກວດກາ ເອກະສານ ແລະ ໜັງສືເດີນທາງຂອງເຍົາວະຊົນລາວ ແລະ ຜູ້ປົກຄອງ ຢ່າງຮອບຄອບ ເພາະໃນຄວາມເປັນຈິງ ຄືຂະບວນການຄ້າມະນຸດ ຍ່ອມສາມາດ ທີ່ຈະປອມແປງເອກະ ສານໄດ້ ຕະຫຼອດເວລານັ້ນເອງ.

XS
SM
MD
LG