ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ສັ່ງການໃຫ້ນຳໃຊ້ກຳລັງທະຫານ ໃນການປາບປາມຂະບວນການຄ້າຢາເສບຕິດ ຢ່າງເດັດຂາດ


ນາຍົກລັດຖະມົນຕີໄທ ພົນເອກ ປຣາຢຸດ ຈັນໂອຊາ ກ່າວຖະແຫລງ ຢູ່ໃນນະຄອນຫຼວງບາງກອກ
ນາຍົກລັດຖະມົນຕີໄທ ພົນເອກ ປຣາຢຸດ ຈັນໂອຊາ ກ່າວຖະແຫລງ ຢູ່ໃນນະຄອນຫຼວງບາງກອກ

ນາຍົກລັດຖະມົນຕີໄທ ສັ່ງການໃຫ້ນຳໃຊ້ກຳລັງທະຫານ ເຂົ້າໃນການປາບປາມຂະບວນການຄ້າຢາເສບຕິດຢ່າງເດັດຂາດຫຼາຍຂຶ້ນ ໃນຂະນະທີ່ການປາບປາມຢູ່ໃນລາວ ຍັງບໍ່ມີການຮ່ວມມືຢ່າງຈິງຈັງ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງວ່າດ້ວຍສະພາ ວະການຄ້າຢາເສບຕິດທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງໃນປະເທດໄທ ແລະປະເທດເພື່ອນບ້ານໃນລຸ່ມແມ່ນ້ຳຂອງດ້ວຍກັນນັ້ນ ເຮັດໃຫ້ລຳພັງແຕ່ກຳລັງຕຳຫຼວດເທົ່ານັ້ນ ບໍ່ສາມາດຮັບມືໄດ້ຢ່າງເທົ່າທັນກັບສະພາບການທີ່ເກີດຂຶ້ນ ຈຶ່ງໄດ້ສັ່ງການໃຫ້ນຳໃຊ້ກຳລັງທະຫານ ເຂົ້າຮ່ວມໃນການປາບປາມດ້ວຍ ໂດຍສະເພາະແມ່ນການປະຈຳການຢູ່ເຂດຊາຍແດນ ສະໜາມບິນ ແລະທ່າເຮືອສາກົນ ຊຶ່ງລວມເຖິງການປະສານງານຢ່າງໃກ້ຊິດກັບທາງການຕຳຫຼວດ-ທະຫານຂອງປະເທດເພື່ອນບ້ານດ້ວຍນັ້ນ ກໍໄດ້ເປັນຜົນເຮັດໃຫ້ການປາບປາມໃນໄລຍະກວ່າ 1 ປີທີ່ຜ່ານມາ ມີປະສິດທິພາບສູງຂຶ້ນໂດຍເຮັດໄດ້ຈາກການຈັບກຸມແກັ່ງຄ້າຢາເສບຕິດໃນເຂດລຸ່ມແມ່ນ້ຳຂອງ ແລະດ່ານຊາຍແດນຕ່າງໆໄດ້ເພີ້ມຂຶ້ນ ດັ່ງທີ່ ພົນເອກ ປຣະຢຸດ ໃຫ້ການຢືນຢັນວ່າ:

“ກອງທັບກໍໄດ້ເຂັ້ມຂົ້ນໃນເລື້ອງຂອງການເຝົ້າລະວັງຫຼາຍຂຶ້ນ ທັງທາງບົກ ທາງອາກາດ ທັງແນວຊາຍແດນ ໃນເລື້ອງຂອງສານຕັ້ງຕົ້ນຢາເສບຕິດ ກໍໄດ້ໃຫ້ລະ ງັບການນຳເຂົ້າ ມີການຈັບກຸມດຳເນີນຄະດີ ໃນປີ 65 ແລະ 66 ຫຼາຍກວ່າ 1,500 ຄະດີ ຈັບຜູ້ຕ້ອງຫາຫຼາຍກວ່າ 2,500 ຄົນ ໄດ້ຂອງກາງຢາບ້າກວ່າ 800 ລ້ານເມັດ ຢາໄອສ໌-ເຮໂຣອິນ-ເຄຕາມີນ ກວ່າ 80 ລ້ານກຣາມ ຄວາມຮ່ວມມືລະຫວ່າງປະເທດ ໃນປີ 65 ເຮົາສາມາດດຳເນີນຄະດີຢາເສບຕິດໄດ້ເຖິງ 144 ຄະດີ ຢຶດຂອງກາງເປັນຢາໄອສ໌-ເຮໂຣອິນ-ເຄຕາມີນ ໄດ້ຫຼາຍກວ່າ 1 ລ້ານ 9 ແສນກຣາມ.”

ນອກຈາກນີ້ ສຳນັກງານປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ກັບສຳນັກງານປາບປາມຢາເສບຕິດຂອງລັດຖະບານສະຫະລັດອາເມຣິກາ (DEA) ກໍໄດ້ຕົກລົງຂະຫຍາຍການຮ່ວມມືກັນໃຫ້ໃກ້ຊິດຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມມທໃນດ້ານການສືບສວນ-ສອບສວນ ແລະທາງດ້ານການຂ່າວ ທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດຢູ່ໃນເຂດລຸ່ມແມ່ນ້ຳຂອງນັ້ນ ໂດຍແນໃສ່ການຂະຫຍາຍໄປສູ່ການຢຶດຊັບຂອງເຄືອຂ່າຍການຄ້າຢາເສບຕິດໃຫ້ໄດ້ຫຼາຍຂຶ້ນ ແລະທາງການໄທ ກໍໝັ້ນໃຈວ່າ ການຮ່ວມມືດັ່ງກ່າວນີ້ ຈະເຮັດໃຫ້ສາມາດຢຶດຊັບຂອງເຄືອຂ່າຍຄ້າຢາເສບຕິດໄດ້ເພີ້ມຂຶ້ນ ຈາກ 2 ໝື່ນກວ່າລ້ານບາດ ໃນປີ 2022 ເປັນ 1 ແສນລ້ານບາດໃນປີ 2023.

ໂດຍຈາກການຮ່ວມມທປາບປາມການຄ້າຢາເສບຕິດໃນເຂດລຸ່ມແມ່ນ້ຳຂອງໃນປີ 2022 ທີ່ຜ່ານມາ ທາງການໄທສາມາດຈັບກຸມນັກຄ້າຢາເສບຕິດໃນໄທ ໄດ້ 1 ແສນກວ່າຄົນ ແລະຢຶດຊັບໄດ້ຫຼາຍກວ່າ 2 ໝື່ນລ້ານບາດ ໂດຍເພີ້ມຂຶ້ນເກີນກວ່າ 100 ເປີເຊັນ ທຽບກັບປີ 2021 ຈຶ່ງສະແດງໃຫ້ເຫັນວ່າ ການຄ້າຢາເສບຕິດໄດ້ກາຍເປັນເຄືອຂ່າຍທີ່ໃຫຍ່ຂຶ້ນນັບມື້ ທັງກໍຍັງຍາກທີ່ຈະປາບປາມໃຫ້ໝົດໄປໄດ້ຢ່າງສິ້ນເຊີງອີກດ້ວຍ ຊຶ່ງກໍເຊັ່ນດຽວກັນກັບສະພາບການໃນລາວ ທີ່ການປາບປາມການຄ້າຢາເສບຕິດທີ່ຖືເປັນວາລະແຫ່ງຊາດ ນັບແຕ່ເດືອນກໍລະກົດ 2021 ເປັນຕົ້ນມານັນ ກໍປາກົດວ່າ ຍັງບໍ່ທັນໄດ້ຮັບການຮ່ວມມືຈາກພາກສ່ວນກ່ຽວຂ້ອງ ແລະປະຊາຊົນຢ່າງແທ້ຈິງ ດັ່ງທີ່ ພົນເອກວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ການ ຢືນຢັນວ່າ:

“ຄະນະພັກ-ຄະນະນຳບາງຂະແໜງການ ຍັງບໍ່ທັນຍົກສູງຄວາມຮັບຜິດຊອບໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດວາລະແຫ່ງຊາດ ພ້ອມນັ້ນ ກໍຍັງບໍ່ທັນເປັນເຈົ້າການໃນການລົງໂຄສະນາເຜີຍແຜ່ ວາລະແຫ່ງຊາດ ຜົນຮ້າຍຂອງຢາເສບຕິດກໍຍັງເຮັດບໍ່ທັນໄດ້ດີ ຂອດປະສານງານລະຫວ່າງກະຊວງກັບຂະແໜງ ການກ່ຽວຂ້ອງ ຍັງຂາດຄວາມຄ່ອງຕົວ ຍ້ອນແຕ່ລະພາສ່ວນ ຍັງບໍ່ທັນແຕ່ງ ຕັ້ງຜູ້ປະສານທີ່ຈະແຈ້ງເທື່ອ ການຕອບສະໜອງດ້ານບຸກຄະລາກອນ ງົບປະ ມານ ວັດຖຸອຸປະກອນ ພາຫະນະຈຳເປັນ ເພື່ອມາຮັບໃຊ້ໃຫ້ແກ່ວາລະແຫ່ງຊາດ ແມ່ນມີຄວາມຊັກຊ້າ ເຮັດໃຫ້ການເຄື່ອນໄຫວວາລະແຫ່ງຊາດບໍ່ສາມາດດຳເນີນ ໄປຕາມແຜນທີ່ໄດ້ວາງໄວ້.”

ໃນປີ 2022 ຕຳຫຼວດລາວ ສາມາດປາບປາມການຄ້າຢາເສບຕິດໄດ້ 4,707 ຄະດີ ຈັບກຸມຜູ້ຕ້ອງຫາ 6,873 ຄົນ ຢຶດຢາບ້າ-ຢາໄອສ໌ ກວ່າ 17 ໂຕນ ເຮໂຣອິນ 175 ກິໂລກຣາມ ຝິ່ນ 250 ກິໂລກຣາມ ກັນຊາກວ່າ 13,966 ກິໂລກຣາມ ຢຶດພາຫະນະ-ອາວຸດແລະອຸບປະກອນສື່ສານທັນສະໄໝ ກວ່າ 2 ໝື່ນລາຍການ ສ່ວນທາງການໄທ ກໍປະເມີນວ່າ ການຄ້າຢາເສບຕິດໃນເຂດລຸ່ມແມ່ນ້ຳຂອງ ຄິດເປັນມູນຄ່າຫຼາຍກວ່າ 100,000 ລ້ານໂດລາ ໃນແຕ່ລະປີ.

XS
SM
MD
LG