ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທວ່າ ຈະເພີ້ມ ການຮ່ວມມື ກັບລາວ ໃຫ້ຫຼາຍຂຶ້ນ


ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນໃໝ່ຂອງໄທ ເຂົ້າຢ້ຽມຄໍານັບແລະພົບປະກັບ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ເນື່ອງໃນໂອກາດທີ່ທ່ານນາງເດີນທາງໄປຢ້ຽມຢາມລາວຢ່າງເປັນທາງການ ເມື່ອວັນທີ 16 ກັນຍາ 2011 ທີ່ຜ່ານມານີ້.
ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນໃໝ່ຂອງໄທ ເຂົ້າຢ້ຽມຄໍານັບແລະພົບປະກັບ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ເນື່ອງໃນໂອກາດທີ່ທ່ານນາງເດີນທາງໄປຢ້ຽມຢາມລາວຢ່າງເປັນທາງການ ເມື່ອວັນທີ 16 ກັນຍາ 2011 ທີ່ຜ່ານມານີ້.

ນາຍົກລັດຖະມົນຕີໄທຢືນຢັນ ທີ່ຈະເສີມຂະຫຍາຍການຮ່ວມມືໃນການພັດທະນາເສດຖະກິດ ແລະສັງຄົມ ຮ່ວມກັບລັດຖະບານລາວໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນໃນການລົງທຶນທາງ ດ້ານພະລັງງານໄຟຟ້າ ແລະການທ່ອງທ່ຽວ.

ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນໃໝ່ຂອງໄທ ໄດ້ໃຫ້ການຢືນຢັນ ໃນ
ໂອກາດເດີນທາງຢ້ຽມຢາມລາວຢ່າງເປັນທາງການ ເປັນຄັ້ງທໍາອິດໃນວັນທີ 16 ກັນຍາ
ທີ່ຜ່ານມານີ້ວ່າ ຈະເສີມຂະຫຍາຍການຮ່ວມມືກັບລັດຖະບານລາວ ໃນການພັດທະນາທາງ
ເສດຖະກິດ ແລະສັງຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນໃນດ້ານການຄ້າ,
ການລົງທຶນ ແລະການທ່ອງທ່ຽວນັ້ນ ຖືເປັນພາກສ່ວນທີ່ມີຄວາມສໍາຄັນຕໍ່ການພັດທະນາ
ທັງສອງປະເທດ ໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.

ກອງປະຊຸມລະຫວ່າງຄະນະລັດຖະບານໄທ ແລະ ລັດຖະບານລາວ ທີ່ຈັດຂຶ້ນໃນໂອກາດທີ່ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນໃໝ່ ຂອງໄທ ເດີນທາງມາຢ້ຽມຢາມປະເທດລາວເປັນ ຄັ້ງທໍາອິດ.
ກອງປະຊຸມລະຫວ່າງຄະນະລັດຖະບານໄທ ແລະ ລັດຖະບານລາວ ທີ່ຈັດຂຶ້ນໃນໂອກາດທີ່ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນໃໝ່ ຂອງໄທ ເດີນທາງມາຢ້ຽມຢາມປະເທດລາວເປັນ ຄັ້ງທໍາອິດ.

ພ້ອມກັນນີ້ທ່ານນາງ ຍິ່ງລັກ ກໍ
ຍັງໄດ້ໃຫ້ການຢືນຢັນວ່າ ລັດຖະ
ບານໄທຈະສືບຕໍ່ການຮັບຊື້ພະ
ລັງງານໄຟຟ້າຈາກລາວ ຕາມ
ທີ່ໄດ້ຕົກລົງໄວ້ກັບລັດຖະບານ
ລາວ ຊຶ່ງກໍຄືການຮັບຊື້ພະລັງ
ງານໄຟຟ້າຈາກລາວ ໃນປະລິ
ມານບໍ່ໜ້ອຍກວ່າ 7,000 MW
ນັບຈາກ 2015 ເປັນຕົ້ນໄປ
ກັບທັງຍັງຈະໃຫ້ການສະໜັບ
ສະໜູນລັດຖະບານລາວ ໃນ
ການເປັນເຈົ້າພາບຈັດກອງປະ
ຊຸມສຸດຍອດຄັ້ງທີ່ 9 ລະຫວ່າງ
ຜູ້ນໍາລັດຖະບານອາຊຽນກັບ
ສະຫະພາບຢູໂຣບ ແລະກອງ
ປະຊຸມສຸດຍອດຄັ້ງທີ 5 ຂອງ
ການຮ່ວມມືທາງເສດຖະກິດໃນລຸ່ມແມ່ນໍ້າ ອິລະວະດີ, ລຸ່ມແມ່ນໍ້າເຈົ້າພະຍາ ແລະລຸ່ມແມ່
ນໍ້າຂອງ ທີ່ກໍານົດຈະມີຂຶ້ນຢ່າງເປັນທາງການໃນທ້າຍປີ 2012 ອີກດ້ວຍ.

ນອກຈາກນັ້ນ ທ່ານນາງ ຍິ່ງລັກ ກໍຍັງໄດ້ສະແດງການຊົມເຊີຍ ຕໍ່ການພັດທະນາທາງ
ເສດຖະກິດໃນລາວ ທີ່ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະໄດ້ຢືນຢັນວ່າ ຈະ
ເສີມຂະຫຍາຍການພົວພັນ-ຮ່ວມມືກັບລາວ ທັງໃນລະດັບທະວິພາຄີ ແລະໃນລະດັບຫຼາຍ
ຝ່າຍຄວບຄູ່ກັນໄປດ້ວຍ ດັ່ງທີ່ທ່ານນາງໄດ້ໃຫ້ການຢືນຢັນວ່າ:

ເຮົາກໍ່ຊື່ນຊົມວ່າ ມື້ນີ້ເສດຖະກິດຂອງລາວນັ້ນ ດີຂຶ້ນ ມີການໂຕບໂຕ 8,6%
ແລ້ວເຮົາກໍ່ໄດ້ລົມກັນ ໃນກອບຄວາມຮ່ວມມືໃນການກຽມໂຕໃນເລື່ອງຂອງ
ໂຄງການ Single Visa ກໍຄືຈະເປັນການ Joint ກັນໃນເລື່ອງຂອງ Visa

ສໍາລັບປະເທດລາວ, ກໍາປູເຈຍ ແລະກໍໄທ ເພື່ອເຮັດໃຫ້ເກີດຄວາມສະດວກ
ກັບນັກທ່ອງທ່ຽວ ແລ້ວກໍການເດີນທາງ.

ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ ຄົນໃໝ່ຂອງໄທ ແລະທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກວດແຖວກອງກຽດຕິຍົດ ໃນພິທີຕ້ອນຮັບທ່ານນາງ ທີ່ນະຄອນຫລວງວຽງ ຈັນ, ວັນທີ 16 ກັນຍາ 2011.
ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ ຄົນໃໝ່ຂອງໄທ ແລະທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກວດແຖວກອງກຽດຕິຍົດ ໃນພິທີຕ້ອນຮັບທ່ານນາງ ທີ່ນະຄອນຫລວງວຽງ ຈັນ, ວັນທີ 16 ກັນຍາ 2011.

ການເດີນທາງຢ້ຽມຢາມປະເທດ
ລາວຢ່າງເປັນທາງການຂອງນາ
ຍົກລັດຖະມົນຕີໄທໃນຄັ້ງນີ້ ເປັນ
ໄປຕາມການເຊີນຂອງທ່ານທອງ
ສິງ ທໍາມະວົງ ນາຍົກລັດຖະມົນ
ຕີລາວ ໃນໂອກາດທີ່ທ່ານນາງ
ຍິ່ງລັກ ໄດ້ກ້າວຂຶ້ນເປັນນາຍົກ
ລັດຖະມົນຕີຄົນໃໝ່ຂອງໄທ
ແລະກໍຖືວ່າລາວເປັນປະເທດທີ່
4 ໃນກຸ່ມອາຊຽນດ້ວຍກັນ ທີ່ນາ
ຍົກລັດຖະມົນຕີຄົນໃໝ່ຂອງໄທ
ໄດ້ເດີນທາງໄປຢ້ຽມຢາມຢ່າງ
ເປັນທາງການ ເຊິ່ງ 3 ປະເທດ
ທີ່ນາຍົກລັດຖະມົນຕີຄົນໃໝ່ຂອງ
ໄທ ໄດ້ເດີນທາງໄປຢ້ຽມຢາມ
ກ່ອນໜ້ານີ້ ກໍຄື ບູໄນ, ອິນໂດເນເຊຍ ແລະກໍາປູເຈຍ ຕາມລໍາດັບ.

ທາງດ້ານສໍານັກງານນາຍົກລັດຖະມົນຕີຂອງລາວ ກໍໄດ້ອອກຖະແຫຼງການຢືນຢັນວ່າ ນອກ
ຈາກການຮ່ວມມືໃນການພັດທະນາທາງເສດຖະກິດແລ້ວ ທາງການລັດຖະບານລາວ ແລະ
ໄທ ກໍຍັງໄດ້ຢືນຢັນທີ່ຈະຮ່ວມກັນແກ້ໄຂບັນຫາກ່ຽວກັບແຮງງານລາວ ທີ່ລັກລອບເຮັດວຽກ ໂດຍຜິດກົດໝາຍຢູ່ໃນໄທ, ການດໍາເນີນການປັກປັນເຂດແດນທາງບົກແລະທາງນໍ້າລະຫວ່າງ
ກັນ ໃຫ້ສໍາເລັດໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະການພັດທະນາການເຊື່ອມຕໍ່ທາງດ້ານຄົມມະ
ນາຄົມ-ຂົນສົ່ງ ຢ່າງຄົບວົງຈອນ.

ໃນປະຈຸບັນນີ້, ອົງການເຄືອຂ່າຍຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ຄາດຄະເນວ່າ ມີແຮງ
ງານລາວຫຼາຍກວ່າ 4 ແສນຄົນ ທີ່ລັກລອບເຮັດວຽກຢູ່ໃນໄທ. ສ່ວນການປັກຫຼັກໝາຍເຂດ
ແດນທາງບົກ ກໍຍັງເຫຼືອພຽງບໍ່ເຖິງ 50 Km ເທົ່ານັ້ນ ກໍຈະດໍາເນີນການສໍາເລັດແລ້ວ. ໃນ​ຂະນະທີ່ເຂດແດນທາງນໍ້າ ຍັງບໍ່ທັນໄດ້ເລີ່ມລົງມືດໍາເນີນການປັກປັນເທື່ອ ຫາກແຕ່ວ່າການ
ກໍ່ສ້າງຂົວຂ້າມແມ່ນໍ້າຂອງ ທີ່ເຊື່ອມຕໍ່ລະຫວ່າງທ່າແຂກໃນແຂວງຄໍາມ່ວນ ກັບຈັງຫວັດນະ
ຄອນພະນົມ ກໍຈະສໍາເລັດແລ້ວ ແລະມີກໍານົດການເປີດໃຊ້ຢ່າງເປັນທາງການໃນວັນທີ 11
ພະຈິກ ປີນີ້ເອງ.

XS
SM
MD
LG