ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ກ່າວວ່າ ການເລືອກຕັ້ງ ຈະມີຂຶ້ນ ໃນວັນທີ 2 ກຸມພາ ຕາມກໍານົດ (ສະໄລດ໌/ວີດີໂອ)


Thailand Election Uncertain as US Decries Vote-Blocking
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ

ວີດີໂອກ່ຽວກັບ ບັນຫາ ການເລືອກຕັ້ງໃນໄທ.

ລັດຖະບານໄທກ່າວວ່າ ການເລືອກຕັ້ງ ໃນວັນອາທິດນີ້ ຈະມີ
ຂຶ້ນຕາມໝາຍກໍານົດການ ເຖິງແມ່ນວ່າ ຈະມີຄວາມບໍ່ສະງົບ
ແລະການບໍ່ເຂົ້າຮ່ວມຂອງພວກຝ່າຍຄ້ານກໍຕາມ.

ການຕັດສິນໃຈດັ່ງກ່າວນີ້ ໄດ້ມີຂຶ້ນ ຫຼັງຈາກການພົບປະກັນໃນ
ວັນອັງຄານມື້ນີ້ລະຫວ່າງນາຍົກລັດຖະມົນຕີທີ່ກໍາລັງດີ້ນຮົນຕໍ່
ສູ້ ທ່ານນາງຍິ່ງລັກ ຊິນນະ​ວັດ ແລະ ຄະນະກໍາມະການເລືອກ
ຕັ້ງຂອງໄທ.

ທ່ານນາງ ຍິ່ງລັກ ຢືນຢັດວ່າ ການເລືອກຕັ້ງກ່ອນກຳນົດ
ຕ້ອງມີຂຶ້ນຕາມທີ່ໄດ້ວາງແຜນໄວ້ເພື່ອຈະໄດ້ຍຸຕິວິກິດການ
ທາງການເມືອງທີ່ຍືດເຍື້ອຍາວນານມາໄດ້ຫຼາຍເດືອນແລ້ວນັ້ນທີ່ໄດ້ຂົ່ມຂູ່ຕໍ່ການປົກຄອງ
ຂອງທ່ານນາງ.


ຄະນະກໍາມະການເລືອກຕັ້ງ ໄດ້ພະຍາຍາມເລື່ອນການເລືອກຕັ້ງອອກໄປ ໂດຍກ່າວວ່າ
ການສ່ຽງຕໍ່ການທີ່ຄວາມຮຸນແຮງຈະເພີ່ມທະວີຂຶ້ນນັ້ນ ຈະເຮັດໃຫ້ການລົງປ່ອນບັດເປັນ
ໄປບໍ່ໄດ້.

ແຕ່ລັດຖະບານແລະບັນດາເຈົ້າໜ້າທີ່ຂອງພັກລັດຖະບານ ທີ່ເຂົ້າຮ່ວມໃນກອງປະຊຸມ
ໃນວັນອັງຄານມື້ນີ້ ກ່າວວ່າ ທັງສອງຝ່າຍໄດ້ຕົກລົງທີ່ຈະໃຫ້ມີການເລືອກຕັ້ງ ໃນວັນທີ
2 ກຸມພາ.

ມີຢ່າງນ້ອຍ 10 ຄົນ ຖືກສັງຫານ ໃນຫວ່າງຫຼາຍໆອາທິດຜ່ານມານີ້ ໂດຍການຂັບລົດ
ຜ່ານແລ້ວຍິງປືນ ຫຼືບໍ່ກໍແກວ່ງລະເບີດໃສ່ ແລະການໂຈມຕີຂະໜາດນ້ອຍອື່ນໆນໍາ.

ເຈົ້າໜ້າທີ່ກ່າວວ່າ ໄດ້ມີ 2 ຄົນໄດ້ຮັບບາດເຈັບໃນວັນອັງຄານມື້ນີ້ ເວລາສຽງປືນດັ່ງຂຶ້ນ
ໃນລະຫວ່າງການໂຮມຊຸມນຸມປະທ້ວງລັດຖະບານ ຢູ່ຂ້າງນອກຄ້າຍທະຫານແຫ່ງນຶ່ງ
ບ່ອນທີ່ທ່ານນາງຍິ່ງລັກ ໄດ້ພົບປະກັນນັ້ນ.

ພວກ​ປະ​ທ້ວງຂອງພວກຝ່າຍຄ້ານ ແມ່ນໄດ້ລົບກວນຕໍ່ການເລືອກຕັ້ງກ່ອນກໍານົດ
ແລະໄດ້ ປະກາດວ່າ ຈະອັດເສັ້ນທາງໄປຫາໜ່ວຍປ່ອນບັດຕ່າງໆ ໃນການເລືອກ
ຕັ້ງວັນທີ 2 ກຸມພາຈະມາເຖິງນີ້.

THAI POLITICS VO
please wait
Embed

No media source currently available

0:00 0:01:24 0:00
XS
SM
MD
LG