ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ສະໝັກນາຍົກລັດຖະມົນຕີໄທ ຈາກ​ພັກ​ນິ​ຍົມ​ປະ​ຊາ​ທິ​ປະ​ໄ​ຕ ປະເຊີນໜ້າ ກັບ​ການຂາດຄຸນສົມບັດ


ຄະນະກຳມາ​ທິການເລືອກຕັ້ງຂອງປະເທດໄທ ກຳລັງ​ຊັ່ງຊາ​ ໃນນາທີສຸດທ້າຍ ຕໍ່​ການທ້າທາຍ​ທາງດ້ານກົດໝາຍ ຕໍ່ຜູ້ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ທີ່ມີ​ຄະ​ແນນນຳໜ້າ ໃນການແຂ່ງຂັນເປັນນາຍົກລັດຖະມົນຕີຂອງປະເທດ ໃນກໍລະນີທີ່ອາດເຮັດ​ໃຫ້​ມີ​ການປ່ຽນແປງ​ຕໍ່ນັກການເມືອງອາ​ຊີບ​ຄົນນຶ່ງ​ທີ່​ຕ້ອງ​ຕິ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ພວກ​ທະ​ຫານຮ້າຍແຮງທີ່ສຸດນັ້ນ.

ການ​ຟ້ອງ​ຮ້ອງ​ຕໍ່ຜູ້ນຳພັກກ້າວໄກ ທ່ານພິທາ ລິ້ມຈະເລີນຣັດ ​ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄະ​ດີ ທີ່ໄດ້​ເຮັດ​ໃຫ້ດາຣາ ທີ່ກຳລັງ​ມີ​ຊື່​ສຽງຂຶ້ນມາ​ອີກ​ຄົນ​ນຶ່ງ ຂອງປະເທດໄທ ຂອງ​ຂະ​ບວນການເຄື່ອນໄຫວປະຊາທິປະໄຕເມື່ອສີ່ປີກ່ອນ ແລະໄດ້​ກໍ່​ໃຫ້​ເກີດຄື້ນຟອງ​ການປະທ້ວງ​ຕໍ່ຕ້ານລັດຖະບານ.

ໃນ​ທັງສອງ​ຄະ​ດີ “ເປັນ​ຂໍ້​ກຳ​ນົດ​ທາງດ້ານກົດໝາຍດຽວກັນ” ທີ່ທ່ານເຈດ ໂດນໍວານິກ ປະທານຄະນະກົດໝາຍ ຢູ່ມະຫາວິທະຍາໄລບັນດານັກຊ່ຽວຊານຂອງປະເທດໄທ.

ຂໍ້ກຳນົດດັ່ງກ່າວ ຫ້າມບັນດາຜູ້ສະໝັກເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງສາທາລະນະ​ຫຼື​ຕຳແໜ່ງ​ໃນ​ລັດ​ຖະ​ບານ ຈາກການຖືຮຸ້ນຢູ່ ໃນບໍລິສັດສື່ມວນຊົນ. ບໍ່​ເທົ່າ​ໃດມື້ກ່ອນ ການປ່ອນບັດລົງຄະແນນສຽງ ໃນວັນທີ 14 ພຶດສະພາ ເພື່ອເອົາບ່ອນນັ່ງບັນ ດາສະມາຊິກສະພາຕໍ່າຂອງປະເທດໄທ ຜູ້ສະໝັກຄົນນຶ່ງສຳລັບພັກລັດຖະບານ ທີ່ສະໜັບສະໜູນ ພັກພະລັງ ປຣະຊາ​ຣັດ ໄດ້ຍື່ນຟ້ອງຕໍ່ຄະນະກຳມາ​ທິການ ​ໂດຍກ່າວຫາທ່ານພິທາ ວ່າມີຮຸ້ນຢູ່ໃນບໍ​ລິ​ສັດ iTV ທີ່ບໍ່​ມີ​ການ​ເຄື່ອນ​ໄຫວ​ແລ້ວ ນັ້ນ ຍ້ອນ​ບໍ່​ໄດ້ເປີດເຜີຍ​ຮຸ້ນ​ເຫຼົ່າ​ນີ້ຢູ່ໃນບັນດາຊັບສົມສິນຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG