ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທ ກ່າວວ່າ ຄໍາຮຽກຮ້ອງ ຂອງຝ່າຍຄ້ານ ບໍ່ຢູ່ໃນ ລັດຖະທໍາມະນູນ (ສະ​ໄລ​ດ໌/​ວີ​ດີ​ໂອ)


ນາຍົກລັດຖະມົນຕີ​ໄທ ກ່າວ​ວ່າ ທ່ານ​ນາງ ຈະບໍ່​ສາມາດ​ປະຕິບັດ​
ຕາມ​ຄໍາ​ຮຽກຮ້ອງ​ຂອງ ຝ່າຍ​ຄ້ານ​ໄດ້ ​ເພາະວ່າ ມັນ​ບໍ່​ຖືກຕ້ອງ​
ຕາມ ລັດຖະທໍາ​ມະນູນ.

ໃນກອງ​ປະຊຸມຂ່າວ​ ຜ່ານ​ທາງ​ໂທລະພາບ​ໃນ​ວັນ​ຈັນ​ມື້​ນີ້ ນາຍົກ
ລັດຖະ ມົນຕີ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ​ໄດ້ເນັ້ນ​ໃຫ້​ຊາບ​ວ່າ
​ທ່ານ​ນາງ ໄດ້​ພົບກັບຫົວໜ້າ​ປະ​ທ້ວງ ທ່ານ ສຸ​ເທບ ​ເທຶອກສຸບັນ
​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້. ທ່າ​ນນາງ ກ່າວ​ວ່າ ການ​ປະຊຸມ
​ໄດ້​ຮັບຄວາມອຸປະຖໍາ​ຈາກ ທະຫານ ທີ່​ກ່າວ​ວ່າ ຕົນ​ຢູ່ເປັນກາງ
​ຂອງ​ຄວາມ​ຂັດ​ແຍ້​ງກັນ​ນີ້.

ທ່ານ​ນາງ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ ສຸ​ເທບ ຮຽກຮ້ອງ​ໃຫ້​
ທ່ານ​ນາງລາ​ອອກ​ຈາກ​ຕໍາ​ແໜ່​ງ ລົບ​ລ້າງ​ລັດຖະບານ ​ແລະ​ຫັນປ່ຽນ​
ລັດຖະບານ ​ໃຫ້​ມາເປັນ “ສະພາປະຊາ​ຊົນ” ແບບ​ບໍ່​ມີ​ການ​ເລື​ອກຕັ້ງ
ຊຶ່ງເປັນ​ໄປ​ບໍ່​ໄດ້​ພາຍ​ໃຕ້​ກົດໝາຍ.

ນາຍົກລັດຖະມົນຕີ ກ່າວ​ວ່າ ທ່ານ​ນາງ ​ໄດ້ມີ​ຄວາມ​ເຕັມ​ໃຈ ທີ່​ຈະ​ເຮັດ​
ທຸກ​ຢ່າງ​ໃຫ້ປະຊາຊົນ​ດີ​ໃຈ ​ແຕ່​ວ່າ ສິ່ງ​ທີ່ ທ່ານ​ນາງ ​ຈະປະຕິບັດໄປ​ ຕ້ອງໄຫ້ຢູ່​ພາຍ​ໃຕ້​ລັດ​ຖະທໍາ​ມະນູນ.

ຄໍາ​ຖະ​ແຫລ​ງຂອງ ທ່ານ​ນາງ ​ມີ​ຂື້ນ​ໃນ​ຂະນະ​ທີ່ ​ເຈົ້າ​ໜ້າ​ທີ່​ຕໍາຫລວດດໍາ​ເນີນ ການ​ຍິງ​ແກ້ສນໍ້າ
ຕາ ປືນ​ທໍ່ນໍ້າ ​ແລະ​ລູກປືນ​ຢາງ​ໃສ່ ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ທີ່​ພະ​ຍາ​ຍາມ​ຍຶດ​ເອົາ​ຕຶກ​ຂອງ
ລັດຖະບານຕ່າງໆ ຢູ່​ໃນ​ບາງກອກ.

ພວກ​ປະ​ທ້ວງ ​ໄດ້​ພາກັນ​ຕັ້ງ​ເປົ້າ​ໝາ​ຍວ່າ ວັນ​ອາທິດ​ວານ​ນີ້ “​ເປັນ​ວັນ​ໄຊຊະນະ” ​ເພື່ອ​ໂຄ່ນ​ລົ້ມ
ລັດຖະບານ ທ່ານ​ນາງ ຍິງ​ລັກ ​ແຕ່​ໄດ້​ຫລົ້ມ​ແຫລວ​ໃນ​ການ​ບັນລຸເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ ທີ່​ຈະ
​ຍຶດ​ເອົາ ສໍາ​ນັກ​ນາຍົກ ລັດຖະມົນຕີ ທີ່​ຕັ້ງ​ຂອງ ລັດ​ຖະບານ ຫລື​ຍຶດ​ເອົາ​ຕຶກ​ຕ່າງໆຂອງ ລັດຖະບານ

Thailand Protest
please wait
Embed

No media source currently available

0:00 0:02:12 0:00
ລິງໂດຍກົງ
XS
SM
MD
LG