ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາຊົນໄທ ຈະຟ້ອງຮ້ອງບັນດານັກລົງທຶນກໍ່ສ້າງເຂື່ອນໄຟຟ້າ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດໃນແມ່ນໍ້າຂອງ


ເຂື່ອນໄຊຍະບູລີ ຕັ້ງຢູ່ເທິງແມ່ນໍ້າຂອງ ຂອງແຂວງໄຊຍະບູລີ, ສປປ ລາວ.
ເຂື່ອນໄຊຍະບູລີ ຕັ້ງຢູ່ເທິງແມ່ນໍ້າຂອງ ຂອງແຂວງໄຊຍະບູລີ, ສປປ ລາວ.

ເຄືອຂ່າຍປະຊາຊົນໄທ ຈະຟ້ອງຮ້ອງບັນດານັກລົງທຶນກໍ່ສ້າງເຂື່ອນໄຟຟ້າ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດໃນແມ່ນໍ້າຂອງ ໂດຍສະເພາະແມ່ນນັກລົງທຶນຂອງໄທໃນລາວ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ປະສານງານໃນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມແມ່ນໍ້າຂອງ ເປີດ ເຜີຍວ່າ ເຄືອຂ່າຍປະຊາຊົນໄທ ໄດ້ສໍາເລັດການສຶກສາວິໄຈ ແລະລວບລວມຂໍ້ມູນກ່ຽວກັບຜົນກະທົບ ຈາກການສ້າງເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງເມື່ອບໍ່ດົນມານີ້ ໂດຍຂໍ້ມູນທີ່ໄດ້ຈັດການວິໄຈດັ່ງກ່າວ ຈະໄດ້ນໍາສະເໜີ ຕໍ່ຄະນະລັດ ຖະບານຊຸດໃໝ່ຂອງໄທ ໃນໄຕມາດທີ 3 ໃນປີ 2023 ນີ້, ເພື່ອຂໍໃຫ້ລັດຖະ ບານໄທສະໜັບສະໜຸນ ການຕັ້ງກອງທຶນບັນເທົາຜົນກະທົບ ຈາກການກໍ່ສ້າງເຂື່ອນໄຟຟ້າໃນ​ລຳແມ່ນໍ້າຂອງ ໂດຍເງິນສົມທົບເຂົ້າກອງທຶນນັ້ນ ຈະໄດ້ຈາກບັນດາບໍລິສັດ ທີ່ລົງທຶນກໍ່ສ້າງເຂື່ອນ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດ ລ້ອມທໍາມະຊາດໃນແມ່ນໍ້າຂອງເປັນຫຼັກ ສ່ວນວິທີການທີ່ຈະໄດ້ເງິນສົມທົບກໍມີທັງການເຈລະຈາເພື່ອເຮັດຂໍ້ຕົກລົງແລະການຟ້ອງຮ້ອງຕໍ່ສານຍຸຕິທໍາ ໃນກໍລະ ນີທີ່ເຈລະຈາແລ້ວຕົກລົງກັນບໍ່ໄດ້ ເພາະຜົນກະທົບທີ່ເກີດຂຶ້ນນັ້ນ ຖືເປັນຄວາມຮັບຜິດຊອບໂດຍກົງຂອງບັນດາບໍລິສັດ ທີ່ລົງທຶນກໍ່ສ້າງເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງ ໂດຍສະເພາະແມ່ນບັນດາບໍລິສັດເອກະຊົນຂອງໄທ ທີ່ໄປລົງທຶນກໍ່ສ້າງເຂື່ອນໃນ​ລຳແມ່ນໍ້າຂອງໃນລາວ ທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມແບບຂ້າມພົມແດນ ກໍຄືສົ່ງຜົນກະທົບທັງໃນເຂດປະເທດລາວ ແລະໄທນັ້ນ, ດັ່ງທີ່ຜູ້ປະສານງານເຄືອຂ່າຍປະຊາຊົນໄທ ໄດ້ໃຫ້ການຢືນຢັນວ່າ:

ເຊິ່ງຕາມຫຼັກການແລ້ວ ​ໃຜເຮັດໃຫ້ແມ່ນໍ້າເສຍຫາຍ ຄົນນັ້ນ ຈະຕ້ອງຮັບຜິດ ຊອບ, ແຕ່ໃນຂະນະດຽວກັນ ຍັງບໍ່ມີໃຜເວົ້າເຖິງເລື້ອງບໍລິສັດເອກະຊົນ ທີ່ໄປສ້າງເຂື່ອນ ແລ້ວກໍສົ່ງຜົນກະທົບ ຕໍ່ວິຖີຊີວິດຂອງຜູ້ຄົນທີ່ໃຊ້ນໍ້າໃນແມ່ນໍ້າຂອງ ເຮົາກໍສະເໜີໃຫ້ຕັ້ງກອງທຶນ ແລ້ວກໍເກັບພາສີມາ, ອັນທີສອງນີ້ ຕ້ອງຍອມຮັບວ່າຕອນນີ້ ປະເທດໄທນິ ເປັນໂຕລະຄອນສໍາຄັນ ໃນການເຮັດໃຫ້ແມ່ນໍ້າຂອງປ່ຽນແປງ. ນັ້ນໝາຍເຖິງວ່າ ໃນຂະນະທີ່ປະເທດລາວ ຈະປະກາດໂຕເອງຈະເປັນ Battery of Asia, ປະເທດໄທກໍຈະປະກາດໂຕເອງ ເປັນ Hub ໃນການຊື້ຂາຍໄຟຟ້າ. ເພາະສະນັ້ນ ມັນກໍຄືການລູບໜ້າ-ຈັບດັງ ທີ່ຈະແກ້ໄຂບັນ ຫາເລື້ອງນີ້ ແບບກົງໄປ-ກົງມາ.

ສ່ວນຜູ້ປະສານງານຂອງ International Rivers ໃນລຸ່ມແມ່ນໍ້າຂອງ ເຊິ່ງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 4 ຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ທີ່ນະຄອນວຽງຈັນ ໃນຊ່ວງວັນທີ 2-5 ເມສາ 2023 ທີ່ຜ່ານມານີ້ເປີດເຜີຍວ່າ ຄະນະຜູ້ແທນຂອງລັດຖະບານໄທ ໄດ້ສະເໜີໃຫ້ມີການສຶກສາ-ວິໄຈ ເພື່ອປ້ອງກັນຜົນກະທົບແບບຂ້າມພົມແດນ ໃນທຸກໆໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແມ່ນໍ້າຂອງ ທີ່ນໍາສະເໜີເຂົ້າສູ່ຂະບວນການປຶກສາຫາລືຮ່ວມມືກັນລະຫວ່າງປະເທດສະມາຊິກ ກ່ອນທີຈະເລີ້ມລົງມືກໍ່ສ້າງໂຕຈິງ ແຕ່ວ່າຄະນະຜູ້ແທນຂອງລັດຖະບານລາວໄດ້ສະແດງທ່າທີບໍ່ເຫັນດີນໍາ ແລະສະເໜີໃຫ້ມີການເຈລະຈາໃນລາຍລະອຽດຢ່າງຮອບດ້ານເສຍກ່ອນ ເຊິ່ງການສະແດງທ່າທີດັ່ງກ່າວ ຂອງຄະນະຜູ້ແທນລັດຖະບານລາວ ຍ້ອນຢ້ານວ່າຈະສົ່ງຜົນກະ ທົບຕໍ່ແຜນການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງໃນລາວ ແລະຍັງຈະສົ່ງຜົນກະທົບເຖິງເຂື່ອນໄຟຟ້າເທິງແມ່ນໍ້າຂອງ 11 ແຫ່ງໃນຈີນ ທີ່ເປັນເປັນຮຸ້ນສ່ວນຍຸດທະສາດຂອງລາວດ້ວຍ ໂດຍສະເພາະແມ່ນໃນສ່ວນກ່ຽວກັບປະລິມານນໍ້າ ແລະການເປີດ-ປິດການລະບາຍນໍ້າຂອງເຂື່ອນເທິງແມ່ນໍ້າຂອງທັງ 11 ແຫ່ງໃນຈີນນັ້ນ, ດັ່ງທີ່ຜູ້ປະສານງານອົງການແມ່ນໍ້າຂອງສາກົນ ຢືນຢັນວ່າ:

“ສິ່ງທີ່ເຮົາຕ້ອງການຄືລະບົບການບໍລິຫານຈັດການທີ່ມັນເປັນທໍາ, ທີ່ມັນຮັບຜິດ ຊອບວ່າ ຊ່ວງໃດນໍ້າຄວນຈະຂຶ້ນຕາມທໍາມະຊາດ, ຊ່ວງໃດນໍ້າຄວນຈະແຫ້ງຕາມລະດູການເຫຼົ່ານີ້ນິ ຈະຕ້ອງຖືກຍົກຂຶ້ນມາໂອ້ລົມກັນ ແລ້ວກໍນໍາມາສູ່ການແກ້ໄຂບັນຫາ, ອັນທີ 1 ເຮົາຕ້ອງຢຸດເບິ່ງວ່າ ນີ້ແມ່ນຕະຄອງສົ່ງນໍ້າ ຫຼືກັອກ ນໍ້າ ທີ່ຈະມີກັອກຢູ່ທາງເທິງ ແລ້ວກໍກົດວ່າຊິໃຫ້ມັນໄຫຼມາເທົ່າໃດ, ແຕ່ວ່າມັນຄືລະບົບນິເວດ ທີ່ມັນບໍ່ແມ່ນແຕ່ລໍານໍ້າ ແຕ່ມັນໝາຍເຖິງໃຫ້ການມີສ່ວນຮ່ວມກັບພາກປະຊາຊົນ ແລ້ວເຮົາກໍຈະບໍລິຫານຈັດການຊັບພະຍາກອນ ຮ່ວມກັນແນວ ໃດ ໃຫ້ເຮົາຢູ່ນໍາກັນຢ່າງຜາສຸກ.”

ໃນນັ້ນ, ຂໍ້ຕົກລົງ MRC ປີ 1995 ກໍານົດໃຫ້ ຕ້ອງສະເໜີຂໍ້ມູນ ໂຄງການພັດທະນາຕ່າງໆເຂົ້າສູ່ການປຶກສາຫາລືລະຫວ່າງປະເທດສະມາຊິກ ກ່ອນຈະລົງມືກໍສ້າງ ໂດຍມີເປົ້າໝາຍເພື່ອສ້າງຄວາມໝັ້ນໃຈວ່າ ປະເທດທີ່ເປັນເຈົ້າຂອງໂຄງການນັ້ນ ໄດ້ດໍາເນີນການສຶກສາ ເພື່ອປ້ອງກັນຜົນກະທົບທີ່ຈະມີຕໍ່ສະພາບແວດລ້ອມທໍາມະຊາດ ແລະສັງຄົມທີ່ໄດ້ມາດຕະຖານສາກົນແລ້ວ ແຕ່ວ່າ ຈີນ ບໍ່ໄດ້ເປັນສະມາຊິກຂອງ MRC ຈຶ່ງບໍ່ມີພັນທະຕ້ອງສະເໜີຂໍ້ມູນໂຄງການເຂົ້າສູ່ການປຶກສາຫາລືດັ່ງກ່າວແຕ່ຢ່າງໃດ.

XS
SM
MD
LG