ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ເຄືອ​ຂ່າຍ​ປະຊາຊົນ​ໄທ​ ​ຟ້ອງ​ຮ້ອງ​ຕໍ່​ ສານ​ຂອງ​ໄທ​ ຂໍໃຫ້​ມີ​ຄໍາ​ສັ່ງ ​ຍົກ​ເລີກ​ສັນ​ຍາ​ EGAT


ເຄືອຂ່າຍປະຊາຊົນໄທ ຍື່ນໜັງສືເຖິງເອກອັກຄະລັດຖະທູດລາວ ປະຈຳປະເທດໄທ ເພື່ອຄັດຄ້ານ ແຜນການກໍ່ສ້າງເຂື່ອນໄຊຍະບູລີ ໃນເດືອນເມສາ, 2011
ເຄືອຂ່າຍປະຊາຊົນໄທ ຍື່ນໜັງສືເຖິງເອກອັກຄະລັດຖະທູດລາວ ປະຈຳປະເທດໄທ ເພື່ອຄັດຄ້ານ ແຜນການກໍ່ສ້າງເຂື່ອນໄຊຍະບູລີ ໃນເດືອນເມສາ, 2011

​​ເຄືອ​ຂ່າຍ​ປະຊາຊົນ​ໄທ​ເພື່ອ​ການ​ອະນຸ​ລັກ​ແມ່​ນໍ້າ​ຂອງ ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກຄອງ​ຂອງ​ໄທ ​ເພື່ອ​ຂໍ​ໃຫ້​ມີ​ຄໍາ​ສັ່ງ​ຍົກ​ເລີກ​ສັນ​ຍາ​ທີ່ EGAT ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກໂຄງການ​​ເຂື່ອນ​ໄຊຍະ​ບູລີ​ໃນ​ລາວ.

ເຄືອ​ຂ່າຍ​ປະຊາຊົນ​ໄທ​ເພື່ອ​ການ​ອະນຸ​ລັກຊັບພະຍາກອນ​ທໍາ​ມະ​ຊາດ​ໃນ​ລຸ່ມ​ແມ່​ນໍ້າ​ຂອງ
​ໄດ້​ເຄື່ອນ​ໄຫວ​ອີກ​ເທື່ອ​ໃໝ່​ໃນ​ວັນ​ທີ 7 ​ເດືອນ​ສິງຫາ​ນີ້ ​ດ້ວຍ​ການ​ຮ່ວມ​ກັນ​ຢື່ນ​ຄໍາ​ຮ້ອງ​
ເຖິງ​ຄະນະ​ຕຸລາການ​ສານ​ປົກຄອງ​ຂອງ​ໄທ ​ເພື່ອ​ຂໍ​ໃຫ້​ມີ​ຄໍາ​ສັ່ງ​ຍົກ​ເລີກສັນຍາ​ ທີ່​ການ​ໄຟ
ຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໄດ້​ຕົກລົງ​ຈະ​ຮັບ​ຊື້​ກະແສ​ໄຟຟ້າ​ຈາກ​ໂຄງການ
​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບຸລີ​ໃນ​ລາວ ​ດ້ວຍ​ເຫດຜົນ​ທີ່ວ່າໂຄງການດັ່ງກ່າວ ຍັງບໍ່ໄດ້ທໍາການສຶກ
ສາຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ ຢ່າງ​ໄດ້​ມາດຕະຖານ​ສາກົນ.

ໃນໂອກາດ​ດຽວ​ກັນ​ນີ້ ​ເຄືອ​ຂ່າວ​ປະຊາຊົນ​ໄທ ກໍ​ຍັງ​ໄດ້​ອອກ​ຖະ​ແຫຼ​ງການ​ຢືນຢັນ​ອີກດ້ວຍ
​ວ່າ ​ຈະ​ດໍາ​ເນີນ​ການ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກຄອງ​ຂອງ​ໄທເຊັ່ນ​ກັນ ຖ້າ​ຫາກ​ວ່າ​ກຸ່ມ​ບໍລິສັດ​ ຊ.
ການ​ຊ່າງ​ຈໍາກັດ (ມະຫາຊົນ) ຍັງ​ຄົງ​ຢືນຢັນ​ທີ່​ຈະ​ທໍ​າການກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ຕໍ່​ໄປ​ ກັບ
​ທັງ​ຍັງ​ຈະ​ຟ້ອງ​ຮ້ອງ​ທະນາຄານໃນ​ໄທ​ ທຸກ​ທະນາຄານ ​ທີ່​ຈະ​ຕົກລົງ​ອະນຸມັດ​ເງິນ​ກູ້​ຢືມ​
ໃຫ້​ກັບ​ບໍລິສັດ ຊ. ການ​ຊ່າງ ​ອີກ​ດ້ວຍ.

ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ທີ່ຈັດຂຶ້ນໃນປີ 2010
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ທີ່ຈັດຂຶ້ນໃນປີ 2010

ທັງ​ນີ້​ກໍ​ເນື່ອງ​ຈາກ​ເຄືອ​ຂ່າຍ​
ປະຊາຊົນ​ໄທເຫັນ​ວ່າ ການ​
ກະທໍາ​ດັ່ງກ່າວ​ຂອງ​ທະນາ
ຄານ​ໃນ​ໄທ​ ແລະ​ກຸ່ມ​ບໍລິ​ສັດ
ຊ. ການ​ຊ່າງ​ນັ້ນ​ເປັນ​ສິ່ງ​ທີ່
​ຂັດ​ຕໍ່​ກົດໝາຍ​ໄທ ​ໂດຍສະ
​ເພາະ​ແມ່ນ​ສັນຍາ​ຊື້​ຂາຍ​ພະ
ລັງງານ​ໄຟຟ້າ​ຈາກ​ເຂື່ອນ
​ໄຊ​ຍະ​ບູລີ​ລະຫວ່າງ​ລາວກັບ​ໄທ​ນັ້ນ ​ໄດ້​ຈັດ​ທໍາ​ຂຶ້ນ ໂດ​ຍບໍ່​ໄດ້​ໃຫ້​ຂໍ້​ມູນ​ຂ່າວສານ​ແກ່​ປະຊາ
ຊົນ​ໄທໃນ​ວົງ​ກວ້າງ ຈຶ່ງ​ເປັນ​ການ​ຂັດ​ຕໍ່​ລັດຖະທໍາ​ມະນູນ​ການ​ປົກຄອງ​ຂອງໄທ​ໂດຍ​ກົງ.

ນອກຈາກ​ນີ້ ການ​ທີ່​ປາກົດວ່າ ຍັງຄົງມີ​ການ​ສືບ​ຕໍ່​ດໍາ​ເນີນ​ໂຄງການ​ໃນ​ລາວຢູ່​ເລື້ອຍ​ມາ ກໍ
​ຍັງ​ເປັນ​ການ​ຂັດ​ຕໍ່​ມະຕິ​ຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ (MRC) ​ທີ່​ໄດ້​ກໍານົດ​ໃຫ້​ທໍາ
​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສັງຄົມ ​ແລະ​ສິ່ງ​ແວດ​ລ້ອມທໍາ​ມະ​ຊາດ​ຢ່າງ​ຄົບ​ຖ້ວນ
​ເສຍ​ກ່ອນ​ອີກດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ໄທ​ໄດ້​ຕົກ​ລົງທີ່​ຈະ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຈາກ​ລາວ​ເຖິງ
7,000 ​ເມ​ກາ​ວັດ ນັບ​ຈາກ​ປີ 2015 ​ເປັນ​ຕົ້ນ​ໄປ ນອກຈາກ​ຈະ​ເປັນ​ການ​ລະ​ເມີດ​ຕໍ່​ສິດ​ທິ
ຂັ້ນ​ພື້ນຖານ​ຂອງ​ຜູ້​ບໍລິ​ໂພ​ກ​ໃນໄທ​ ກ່ຽວ​ກັບ​ທາງ​ເລືອກ​ໃນ​ການຊົ​ມ​ໃຊ້​ພະລັງງານ​ໄຟຟ້າ
​ແລ້ວ ການ​ຕົກລົງ​ຮັບ​ຊື້​ພະລັງງ​ານໄຟຟ້າ​ດັ່ງກ່າວ​ນີ້​ກໍ​ຍັງ​ເກີນກວ່າ​ລະດັບ​ຄວາມ​ຕ້ອງການ
​ທີ່​ເປັນ​ຈິງ​ໃນ​ໄທ​ອ່ີ​ກດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ບໍລິຫານ​ເຄືອຂ່າຍ​ປະຊາຊົນ​ໄທ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທ ກໍຍັງໄປປະທ້ວງແລະ ຍື່ນໜັງສືຕໍ່ ລັດຖະສະພາໄທ ທີ່ບາງກອກໃນວັນທີ 18 ເມາສາ 2011
ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທ ກໍຍັງໄປປະທ້ວງແລະ ຍື່ນໜັງສືຕໍ່ ລັດຖະສະພາໄທ ທີ່ບາງກອກໃນວັນທີ 18 ເມາສາ 2011

​“ໃນ​ປະ​ເທດ​ໄທ​ນີ້ ​ໄຟຟ້າ​
ຂອງ​ເຮົາ​ນີ້​ ລົ້ນ​ເຫຼືອ​ແລ້ວ
ໝາຍ​ເຖິງ​ວ່າ​ ລົ້ນ​ເກີນ
60% ຈາກ​ທີ່​ໃຊ້​ຕົວ​ຈິງ
​ເຮົາ​ບໍ່​ໄດ້​ກໍາລັງ​ເວົ້າ​ເຖິງ
​ເລື່ອ​ງທີ່​ບໍ່​ເປັນ​ຈິງ ຄື​ບໍ່
​ແມ່ນ​ຄັດຄ້ານ​ໂດຍພວກ
​ເຮົາ​ບໍ່​ມີ​ເຫດຜົນ ຫຼື​ບໍ່​ມີ
​ຫຼັກ​ຖານໃນທີ່ນີ້ ຖາມ​ວ່າ
​ຖ້າ​ລາວ​ຍັງ​ມຸ້ງ​ໜ້າ​ຈະ​ສ້າງ
​ເຂື່ອນ 40 ກວ່າ​ໂຄງການ
​ຫຼື 60 ​ໂຄງການ​ຢ່າງ​ທີ່​ເຂົາ​ເຈົ້າ​ເຄີຍ​ຄິດ​ໄວ້​ນັ້ນ​ແລ້ວ ລາວ​ຈະ​ໄປ​ຂາຍ​ໃຫ້ໃຜ.”

ກ່ອນ​ໜ້າ​ນີ້ ທ່ານ ວີຣະພົນ ວີຣະວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງ ງານ​ແລະ​ບໍ່​ແຮ່ ​ໄດ້​ຖະ​ແຫຼງຢືນຢັນ​ວ່າ​ທາງ​ການ​ລາວ​ໄດ້​ວ່າ​ຈ້າງ​ບໍລິສັດ POYRY ຈາກ​ສະ​ວິດ​ເຊີ​ແລນ​ດ໌ ​ແລະ​ບໍລິສັດ CNR ຈາກ​ຝຣັ່ງ​ເສດ ຊຶ່ງ​ທັງ​ສອງ​ບໍລິສັດ​ກໍ ຢືນຢັນ​ວ່າ​ສາມາດ​ທີ່​ຈະ​ປ້ອງ​ກັນ​ຜົນ​ກະທົບ​ໄດ້​ຢ່າງ​ແນ່ນອນ.

ແຜນທີ່ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນລາວ
ແຜນທີ່ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນລາວ

ຊຶ່ງ​ກໍ​ຄື​ການ​ສ້າງ​ລະບົບ​ທາງ​ປາ​ຜ່ານ​ໂດຍ
​ໃຊ້​ເທ​ກ​ໂນ​ໂລ​ຍີ່ ທີ່​ທັນ​ສະ​ໄໝ ພ້ອມດ້ວຍ
​ການ​ສ້າງ​ອູ່​ຂອງ​ປາ ປ່ອງ​ປາຂຶ້ນ-ລົງ​ໃນ​ລະ
ບົບ​ປະຕູ​ເດີນ​ເຮືອ ​ແລະ​ການ​ສ້າງສະຖານີ​
ທີ່​ຕິດ​ຕັ້ງ​ລະບົບ​ກັງ​ຫັນ​ນໍ້າ​ ທີ່​ເປັນ​ມິດ​ກັບ
ປາ​ແລະ​ສັດ​ນໍ້າ​ທຸກ​ຊະນິດ ສ່ວນການ​ປ້ອງ
​ກັນ​ຜົນ​ກະທົບ​ຕໍ່​ບັນຫາ​ດິນ​ຕົກ​ຕະກອນ​ນັ້ນ
ກໍ​ຈະ​ມີ​ການ​ກໍ່ສ້າ​ງປະຕູ​ລະບາຍ​ດິນ​ຕົກ​ຕະ
ກອນ​ຂະໜາດ 8x3 ​ແມັດ ຈໍານວນ 10 ປະ
ຕູ​ ທີ່​ຕິດ​ຕັ້ງ​ຢູ່​ຕໍ່າ​ກວ່າລະດັບ​ປະຕູ​ນໍ້າ​ລິນ
24​ແມັດ ທີ່​ຈະ​ເປີດ​ໃຫ້​ດິນ​ຕະກອນ​ໄຫຼ​ຜ່ານ
​ໄດ້​ທັງ​ໝົດ​ ໃນ​ໄລຍະ​ນໍ້ານອງ.

ທັງ​ນີ້​ໂດຍ​ເຂື່ອນ​ໄຊ​ຍະ​ບຸລີຈະ​ມີ​ອ່າງ​ຂະໜາດ
272,000 Km2 ສາມາດ​ຮອງ​ຮັບນໍ້າ​ໄດ້​ເຖິງ
735 ລ້ານ​ແມັດ​ກ້ອນ ຕົວ​ເຂື່ອນ​ສູງ 40 ​ແມັດ
ຍາວ 820 ​ແມັດ ​ໂດຍ​ມີ​ຊ່ອງ​ທາງ​ເດີນ​ເຮືອ
​ເຂົ້າ-ອອກຢູ່​ເບື້ອງ​ເທິງ​ແລະ​ລຸ່ມ ທີ່​ສາມາດ​ຮອງ​ຮັບ​ເຮືອບັນທຸກ​ສິນຄ້າ​ແລະ​ໂດຍສານຂະໜາດ
500 ​ໂຕນໄດ້​ຕະຫຼອດ​ປີ ຊຶ່ງ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ເພີ່ມ​ຂຶ້ນຈາກ 3,500 ລ້ານ​ໂດ​ລາ ​ເປັນ 3,600
ລ້ານ​ໂດ​ລາ.

XS
SM
MD
LG