ສະພາຂອງໄທ ກ່າວໃນວັນພະຫັດວານວ່າ ຕົນມີກຳນົດຈະປະຊຸມກັນອີກໃນວັນທີ 4 ສິງຫານີ້ ເພື່ອພະຍາຍາມເລືອກເອົາ ນາຍົກລັດຖະມົນຕີ ໃນຂະນະທີ່ສະພາບດ້ານການເມືອງທີ່ບໍ່ໄປບໍ່ມາແກ່ຍາວອອກ ຫລັງຈາກການເລືອກຕັ້ງແຫ່ງຊາດ ໃນເດືອນພຶດສະພາຜ່ານມາ, ອີງຕາມອົງການຂ່າວຣອຍເຕສ໌ (Reuters).
ຄວາມພະຍາຍາມສອງຄັ້ງທີ່ຜ່ານມາ ໂດຍພັກກ້າວໄກທີ່ຊະນະການເລືອກຕັ້ງ ເພື່ອໃຫ້ ຜູ້ນໍາຂອງຕົນ, ທ່ານພິທາ ລິ້ມຈະເຣີນຣັດ ໄດ້ຮັບການຮັບຮອງໃຫ້ເປັນນາຍົກລັດຖະມົນຕີໄດ້ຖືກສະກັດກັ້ນ ໂດຍສະມາຊິກສະພາອະນຸລັກນິຍົມ ແລະຖືກແຕ່ງຕັ້ງໂດຍທະຫານ.
ພັກເພື່ອໄທ ຊຶ່ງໄດ້ຢູ່ອັນດັບທີ 2 ໃນເດືອນພຶດສະພາຜ່ານມາ ແລະເປັນສ່ວນນຶ່ງຂອງ 8 ພັກປະສົມ ພ້ອມກັບພັກກ້າວໄກຄາດວ່າ ຈະເປັນພັກຕໍ່ໄປທີ່ຈະຫາທາງເຂົ້າກຳຕຳແໜ່ງ.
ຜູ້ລົງຄະແນນສຽງໃນໄທ ທີ່ມີເສດຖະກິດໃຫຍ່ອັນດັບສອງຂອງຂົງເຂດເອເຊຍຕາເວັນ ອອກສຽງໃຕ້ ໄດ້ຊຸກຍູ້ໃຫ້ພັກກ້າວໄກທີ່ໄດ້ຮັບໄຊຊະນະແບບບໍ່ຄາດຝັນໃນການເລືອກຕັ້ງທີ່ແຂ່ງກັບພັກທີ່ສະໜັບສະໜູນໂດຍທະຫານ ທີ່ໄດ້ຄອບງຳການເມືອງຂອງໄທໃນເກືອບ 1 ທົດສະວັດທີ່ຜ່ານມາ.
ແຕ່ສະພາສູງທີ່ຖືກແຕ່ງຕັ້ງໂດຍທະຫານ ແລະພວກຝ່າຍຄ້ານຈາກພັກອະນຸລັກນິຍົມ ແລະ ການຈັດຕັ້ງພວກສະໜັບສະໜຸນລາດຊະວົງ ໄດ້ຄັດຄ້ານທ່ານພິທາ ຊຶ່ງເຮັດໃຫ້ຄວາມພະຍາຍາມຂອງທ່ານ ທີ່ຈະເປັນນາຍົກລັດຖະມົນຕີນັ້ນ ຢຸດສະງັກລົງ.
ໝາຍກຳນົດຂອງສະພາທີ່ວາງວາລະຂອງຕົນອອກມາ ສໍາລັບວັນທີ 4 ເດືອນສິງຫານີ້ ກ່າວວ່າ ສະພາຕ່ຳຈະ "ພິຈາລະນາ ແລະຮັບຮອງເອົາບຸກຄົນທີ່ມີຄວາມເຫມາະສົມໃຫ້ເປັນນາຍົກລັດຖະມົນຕີ".