ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດຂອງໄທ ຮຽກບັນດາສະມາຊິກສະພາ ກັບຄືນມາປະຊຸມ ທ່າມກາງ ການປະທ້ວງທີ່ຍັງດຳເນີນຢູ່


ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຊູສາມນິ້ວຂຶ້ນ ຊຶ່ງເປັນການຄຳນັບ ໃນຂະນະຮັບຟັງເພງຊາດທີ່ບັນເລງ ຢູ່ດ້ານນອກ ຮ້ານຊັບພະສິນຄ້າ Siam Paragon, ນຶ່ງໃນສະຖານທີ່ຜູ້ຄົນພາກັນໄປຊື້ເຄື່ອງໃຊ້ເຄື່ອງສອຍ ໃນບາງກອກ, ວັນທີ 20 ຕຸລາ 2020.
ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຊູສາມນິ້ວຂຶ້ນ ຊຶ່ງເປັນການຄຳນັບ ໃນຂະນະຮັບຟັງເພງຊາດທີ່ບັນເລງ ຢູ່ດ້ານນອກ ຮ້ານຊັບພະສິນຄ້າ Siam Paragon, ນຶ່ງໃນສະຖານທີ່ຜູ້ຄົນພາກັນໄປຊື້ເຄື່ອງໃຊ້ເຄື່ອງສອຍ ໃນບາງກອກ, ວັນທີ 20 ຕຸລາ 2020.

ໄທຈະຮຽກບັນດາສະມາຊິກສະພາຂອງຕົນກັບຄືນມາຈາກການພັກ ເພື່ອມາປຶກສາຫາລືກ່ຽວກັບການປະທ້ວງເພື່ອປະຊາທິປະໄຕ ທີ່ພວມດຳເນີນຢູ່ໃນປະເທດດັ່ງກ່າວ ອິງຕາມການປະກາດຂອງຄະນະລັດຖະບານ ໃນວັນອັງຄານວານນີ້.

ບັນດາສະມາຊິກສະພາ ແມ່ນຄາດກັນວ່າ ຈະເຂົ້າກອງປະຊຸມໂດຍບໍ່ມີການລົງຄະແນນສຽງ ໃນລະຫວ່າງ ວັນທີ 26 ຫາ 27 ຕຸລາ ອັນເປັນການເຄື່ອນໄຫວທີ່ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ຜູ້ທີ່ກຳລັງຖືກໂຈມຕີ ໄດ້ກ່າວວ່າ ທ່ານໄດ້ອະນຸມັດ.

ການປະທ້ວງ ສ່ວນໃຫຍ່ແລ້ວ ແມ່ນນຳພາໂດຍພວກນັກສຶກສາ ທີ່ໄດ້ຮຽກຮ້ອງໃຫ້ທ່ານປຣະຢຸດລາອອກຈາກຕຳແໜ່ງ ແລະໃຫ້ປ່ຽນແປງລັດຖະທຳມະນູນຂອງໄທ ອື່ນໆອີກຫຼາຍຢ່າງ.

ບັນດາຜູ້ນຳການປະທ້ວງ ໄດ້ຮຽກຮ້ອງ ໃຫ້ວັນອັງຄານ ເປັນມື້ພັກຜ່ອນ ຫຼັງຈາກໄດ້ມີການເດີນຂະບວນປະທ້ວງມາໄດ້ 6 ວັນລຽນຕິດ ເຖິງແມ່ນຈະມີການຫ້າມບໍ່ໃຫ້ຊຸມນຸມກັນຫຼາຍກວ່າ 4 ຄົນ ກໍຕາມ.

ລັດຖະບານໄທ ຍັງໄດ້ສັ່ງໃຫ້ປິດອົງການຂ່າວ Voice TV ທີ່ເປັນເຄືອຂ່າຍຊຶ່ງສ່ວນນຶ່ງແມ່ນຄອບຄົວຂອງອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ເປັນເຈົ້າຂອງ. ອົງການຂ່າວ Voice TV ເປັນນຶ່ງໃນສີ່ອົງການສື່ມວນຊົນ ທີ່ຢູ່ພາຍໃຕ້ການສືບສວນສອບສວນໂດຍລັດຖະບານ ສຳລັບການລາຍງານຂອງຂະບວນການປະທ້ວງນັ້ນ.

ສະມາຄົມບັນດານັກຂ່າວຂອງທ້ອງຖິ່ນແລະຕ່າງປະເທດຢູ່ໃນໄທ ທີ່ເອີ້ນຫຍໍ້ວ່າ FCC Thai ໄດ້ກ່າວໃນຖະແຫລງການສະບັບນຶ່ງ ໃນວັນອາທິດຜ່ານມານີ້ ວ່າ ຕົນແມ່ນ “ມີຄວາມເປັນຫ່ວງຢ່າງຍິ່ງ” ກ່ຽວກັບການສືບສວນສອບສວນຕໍ່ອົງ ການຂ່າວ ໃນສ່ວນກ່ຽວຂ້ອງກັບການປະທ້ວງຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG