ສະພາແຫ່ງຊາດຂອງໄທ ໄຂກອງປະຊຸມນັດທໍາອິດຂຶ້ນໃນວັນຈັນມື້ນີ້ ທ່າມກາງຄວາມຫວັງທີ່ວ່າ ທ່ານນາງຢິ່ງລັກ ຜູ້ທີ່ຄາດກັນວ່າຈະໄດ້ເປັນນາຍົກລັດຖະມົນຕີນັ້ນ ຈະສາມາດກູ້ເອົາສະຖຽນລະພາບກັບຄືນມາສູ່ປະເທດຊາດ ຫລັງຈາກໄດ້ປະເຊີນກັບຄວາມປັ່ນປ່ວນທາງການເມືອງ ມາເປັນເວລາ 5 ປີ.
ອົງມົງກຸດລາດຊະກຸມມານ ມະຫາ ວະຊີີລາລົງກອນ ຊົງມີກໍານົດຈະສະເດັດໄປເປັນປະທານ ໃນພິທີໄຂກອງປະຊຸມໃນຕອນແລງວັນຈັນມື້ນີ້ ແລະຄາດວ່າສະພາຊຸດໃໝ່ທີ່ມີສະມາຊິກ 500 ຄົນນັ້ນ ຈະເລືອກເອົາປະທານສະພາໃນວັນອັງຄານມື້ອື່ນຢ່າງໄວທີ່ສຸດ. ສ່ວນການຄັດເລືອກ ເອົານາຍົກລັດຖະມົນຕີນັ້ນ ອາດສາມາດມີຂຶ້ນໄດ້ພາຍໃນທ້າຍອາທິດ.
ເກືອບເປັນທີ່ແນ່ນອນແລ້ວວ່າ ທ່ານນາງຢິ່ງລັກຈະໄດ້ຄອງຕໍາແໜ່ງດັ່ງ ກ່າວ ຫລັງຈາກທີ່ທ່ານນາງໄດ້ດຶງເອົາພັກນ້ອຍໆເຂົ້າມາຮ່ວມນໍາ ຊຶ່ງ ເວລານີ້ແມ່ນຄອບຄອງບ່ອນນັ່ງລວມກັນເຖິງ 60% ຂອງສະພາແຫ່ງຊາດ. ໄຊຊະນະທີ່ພັກເພື່ອໄທຂອງທ່ານນາງໄດ້ຮັບຢ່າງຖ້ວມລົ້ນ ໃນການເລືອກຕັ້ງເມື່ອວັນທີ 3 ຕົ້ນເດືອນນີ້ ໄດ້ພາໃຫ້ມີຄວາມຫວັງກັນວ່າ ທ່ານນາງຈະໄດ້ຮັບການສະໜັບສະໜູນຈາກປະຊາຊົນ ຢ່າງຫລວງ ຫລາຍ ສໍາລັບນະໂຍບາຍຕ່າງໆຂອງທ່ານນາງ.