ທ່ານ ອະພິສິດ ເວດຊາຊີວະ ຜູ້ນໍາພັກປະຊາທິປັດ ແລະອະດີດນາຍົກ ລັດຖະມົນຕີ ໄດ້ທໍາການປະກາດດັ່ງກ່າວ ເມື່ອວັນເສົາວານນີ້ ຫຼັງຈາກກອງປະຊຸມ ລະດັບຄະນະບໍລິ ຫານຂອງພັກ. ທ່ານອະພິສິດ ເວົ້າວ່າ ໄດ້ມີ ການຕັດສິນໃຈດັ່ງກ່າວ ເພື່ອພະຍາຍາມຮັບປະກັນວ່າ ການປະຕິຮູບທາງການເມືອງ ຈະຖືກຈັດຕັ້ງປະຕິບັດ.
ພວກປະທ້ວງຢູ່ຕາມຖະໜົນຫົນທາງໄດ້ທວງໃຫ້ ນາຍົກລັດຖະມົນຕີຮັກສາການຊົ່ວຄາວ
ທ່ານນາງຢິ່ງລັກ ຊິນນະວັດ ລາອອກ ກ່ອນການເລືອກຕັ້ງເມື່ອວັນທີ 2 ກຸມພາປີ ໜ້ານີ້ ແລະໃຫ້ໂອນລັດຖະບານໃຫ້ແກ່ສະພາປະຊາຊົນ ທີ່ແຕ່ງຕັ້ງເອົານັ້ນ.
ທ່ານນາງ ຢິ່ງລັກ ຊິນນະວັດ ໄດ້ຍຸບສະພາ ເມື່ອວັນທີ 9 ທັນວາຜ່ານມາ ແລະຮຽກຮ້ອງໃຫ້ມີການເລືອກຕັ້ງໃນທັນທີ ເພື່ອຜ່ອນເບົາຄວາມເຄັ່ງຕຶງລົງ ແຕ່ການປະທ້ວງຕໍ່ຕ້ານທ່ານນາງ ກໍຍັງຄົງບໍ່ລົດລະ ໂດຍໄດ້ຮື້ຟື້ນຄືນອີກໃນວັນສຸກແລະວັນເສົາວານນີ້ ແລະ ພວກປະທ້ວງກໍານົດຈະໂຮມຊຸມນຸມກັນຄັ້ງໃຫຍ່ອີກ ຢູ່ໃນເມືອງຫຼວງບາງກອກ ໃນວັນອາທິດມື້ນີ້.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ