ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຝ່າຍຄ້ານໄທ ປະທ້ວງ ຮ່າງ​ກົດໝາຍ ​ທີ່​ຈະໃຫ້ ​ນິລະໂທດກຳ (ວີ​ດີ​ໂອ)


THAILAND PROTESTS VO.mov
please wait

No media source currently available

0:00 0:00:49 0:00

​ເລື່ອງ​ການ​ໂຮມ​ຊຸມນຸມຂອງ​​ຊາວ​ໄທ​ຕໍ່ຕ້ານຮ່າງ​ກົດໝາຍ​ນິລະ​ໂທດ​ກໍາ​ຂອງ​ລັດຖະບານ​ ໃນ​ບາງກອກ

ພວກ​ປະ​ທ້ວງ​ຝ່າຍ​ຄ້ານໃນ​ໄທ ພວມໂຮ​ມຊຸມນຸມ​ກັນຢູ່ຂ້າງ​ນອກ​ຕຶກລັດຖະສະພາ​ໃນ​ບາງກອກ ​ເພື່ອ​ສະ​ແດງຄວາມ​ບໍ່ພໍ​ໃຈ​ຕໍ່​ຮ່າງ​ກົດໝາຍ ​ທີ່​ຈະໃຫ້ນິລະ​ໂທດ​ກໍາ​ ແກ່​ພວກ​ທີ່​ມີ​ສ່ວນ​ພົວພັນ​ຈຳ ນວນ​ນຶ່ງ ໃນຄວາມ​ຮຸນ​ແຮງ​ທາງ​ດ້ານ​ການ​ເມືອງ ເມື່ອສອງ​ສາມ​ປີຜ່ານມາ​ນີ້.

​ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ປະມານ 2 ພັນ​ຄົນ ​ໄດ້​ຖືກ​
ຂັດຂວາງບໍ່​ໃຫ້​ເຂົ້າ​ໄປ​ໃນ​ບໍລິ​ເວນ ຕຶກ​ລັດຖະສະພາໃນ​ວັນ​ພຸດ
​ມື້​ນີ້ໂດຍຕໍາຫຼວດ​ປາບ​ຈະລາຈົນທີ່ມີໄມ້ຄ້ອນ​ເປັນ​ອາວຸດ ຊຶ່ງ​ໄດ້​
ຕັ້ງ​ສິ່ງ​ກີດຂວາງ​ ອັນ​ມີ​ທັງແທ່ງຊີມັງ​ແລະ​ໜາ​ມໝາກ​ຈັບ​ ຢູ່ຂ້າງ
ນອກຕຶກລັດຖະສະພາ.

ຝູງ​ຊົນ​ຈຸນີ້ ​ແມ່ນ​ຕໍ່ຕ້ານຮ່າງ​ກົດໝາຍ ​ທີ່ກໍາລັງ​ມີ​ການ​ອະພິປາຍ​ກັນ​ຢູ່​ສະພາ​ໃນຕອນ​ບ່າ​ຍ
ຂອງວັນ​ພຸດ​ມື້​ນີ້ ທີ່​ຈະ​ຍົກ​ເລີກ​ຂໍ້​ຫາ​ຕ່າງໆຕໍ່​ພວກ​ປະປະ​ທ້ວງ​ທີ່ພົວພັນ​ກັບ​ການ​ກໍ່ຄວາມ​ຮຸນ
​ແຮງ​ທາງ​ການ​ເມືອງ ​ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ກໍ່​ລັດຖະປະຫານໂດຍພວກ​ທະຫານ​ໃນ​ປີ 2006
​ທີ່​ໄດ້​ໂຄ່ນ​ລົ້ມ​ອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ ນັ້ນ.

ບາງ​ຄົນ​ຢ້າ​ນວ່າ​ ຮ່າງ​ກົດໝາຍ​ດັ່ງກ່າວ​ນີ້ ​ໃນ​ທີ່​ສຸດຈະ​ໃຫ້​ນິລະ​ໂທດແກ່ນາຍົກລັດຖະມົນຕີ
​ທີ່​ໄດ້ໂຕນໜີອອກ​ນອກ​ປະ​ເທດ ຫຼັງ​ຈາກຖືກ​ຕັດ​ສິນ​ໂທດໃຫ້ຈໍາຄຸກ​ເປັນ​ເວລາ 2 ປີ ​ໃນຂໍ້​ຫາ
​ຂັດ​ແຍ້​ງ ທາງ​ຜົນ​ປະ​ໂຫຍ​ດນັ້ນ.

ນ້ອງ​ສາວ ທ່ານທັກສິນ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ຜູ້​ຊຶ່ງ​ໃນ​ປະ​ຈຸ​ບັນດໍາ​ລົງ​ຕໍາ​ແໜ່​ງ​ເປັນ
ນາຍົກລັດຖະມົນຕີຂອງ​ປະ​ເທດ ​ແລະ​ພັກລັດຖະບານ ​ຄື​ພັກເພື່ອ​ໄທຂອງ​ທ່ານ​ນາງ ​ເປັນ
​ຜູ້ສະ​ເໜີ​ຮ່າງ​ກົດໝາຍສະບັບ​ນີ້.

ໃນ​ອາທິດ​ນີ້ ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້ລັດຖະບານ​ໄທຮັບປະກັນ​ວ່າ
ການ​ໃຫ້ອະ​ໄພຍະ​ໂທດ​ໃດໆ​ກໍ​ຕາມ ຄວນ​ຈະ​ຍົກ​ເວັ້ນ ພວກ​ທີ່ຮັບຜິດຊອບ​ຕໍ່​ການ​ກໍ່ຄວາມ
​ຮຸນ​ແຮງຊຶ່ງ​ຮວມທັງ​ພວກ​ທີ່​ມີ​ສ່ວນ​ພົວພັນ ​ໃນ​ການ​ກໍ່ກວນ​ຄວາມ​ຮຸນ​ແຮງເມື່ອ​ປີ 2010 ນໍາ
ທີ່ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດປະມານ 90 ຄົນ​ນັ້ນ.
XS
SM
MD
LG