ພວກປະທ້ວງຝ່າຍຄ້ານຂອງໄທ ພາກັນເດີນຂະບວນປະທ້ວງ
ໃນເມືອງຫຼວງຂອງປະເທດອີກໃນວັນພະຫັດມື້ນີ້ ໃນການຮື້ຟຶນ
ຄືນໃໝ່ຄວາມພະຍາຍາມ ທີ່ຈະໂຄ່ນລົ້ມນາຍົກລັດຖະມຸນຕີ
ຢິ່ງລັກ ຊິນນະວັດ.
ມີພວກປະທ້ວງ ປະມານ 2 ພັນ 500 ເຂົ້າປະກອບສ່ວນ
ຊຶ່ງແມ່ນນ້ອຍກວ່າຄັ້ງກອ່ນໆ ກ່ອນທີ່ທ່ານນາງ ຢິ່ງລັກ
ປະກາດຍຸບສະພາແຫ່ງຊາດແລະຮຽກໃຫ້ມີການເລືອກຕັ້ງ
ໃໝ່ ເພື່ອຊ່ວຍຜ່ອນຄາຍວິກິດການທາງການເມືອງຂອງ
ປະເທດ.
ແຕ່ຝ່າຍຄ້ານກ່າວວ່າ ນັ້ນຍັງບໍ່ພຽງພໍ. ຜູ້ປະທ້ວງຄົນນຶ່ງ ນາງແກ້ວພາ ທະລັກບໍາສຸກ
ກ່າວວ່າ ລາວມອງເບິ່ງລັດຖະບານຊຸດປະຈຸບັນນີ້ວ່າ ບໍ່ຖືກຕ້ອງຊອບທໍາ ຊຶ່ງນາງເວົ້າວ່າ:
“ເຖິງແມ່ນ ທ່ານນາງຢິ່ງລັກ ຈະໂຕ້ແຍ້ງວ່າ ທ່ານນາງໄດ້ຖືກເລືອກຕັ້ງໂດຍ
ສຽງສ່ວນຫຼາຍກໍຕາມ ແຕ່ທ່ານນາງກໍຄວນຈະຟັງສຽງຈາກປະຊາຊົນໃນ
ຂະນະນີ້. ຈະມາອ້າງວ່າ ຖືກເລືອກຕັ້ງມາກໍໄດ້ ແຕ່ວ່າການເລືອກຕັ້ງນັ້ນ
ບໍ່ຖືກຕ້ອງ. ຜົນອອກມາກໍຄື ທ່ານນາງບໍ່ໄດ້ຖືກເລືອກມາຢ່າງຖືກຕ້ອງຄືກັນ.”
ພວກປະທ້ວງຕ້ອງການໃຫ້ທ່ານນາງ ຢິ່ງລັກ ມອບໂອນອໍານາດໃຫ້ແກ່ ສະພາປະຊາຊົນ
ທີ່ຖືກແຕ່ງຕັ້ງເອົາ. ພວກເຂົາເຈົ້າກ່າວວ່າ ທ່ານນາງເປັນພຽງແຕ່ຫຸ່ນເຊີດ ທີ່ບົງການໂດຍ
ອ້າຍຂອງທ່ານນາງ ກໍຄືອະດີດນາຍົກລັດຖະມົນຕີ ທັກສິນ ຊິນນິວັດ ທີ່ຖືກໂຄ່ນລົ້ມນັ້ນ.
ມີຜູ້ຄົນເຖິງ 2 ແສນຄົນ ໄດ້ໄປໂຮມຊຸມນຸມກັບກຸ່ມຝ່າຍຄ້ານ ໃນການປະທ້ວງບາງຄັ້ງ
ທີ່ຜ່ານມາ ຊຶ່ງໃນບາງຄັ້ງນັ້ນ ພວກນັກເຄື່ອນໄຫວໄດ້ເຂົ້າຍຶດເອົາກະຊວງແລະຕຶກອາ
ຄານລັດຖະບານຫຼາຍຫຼັງ.
ການເດີນຂະບວນປະທ້ວງໄດ້ເລີ່ມຂຶ້ນໃນທ້າຍເດືອນຕຸລາ ໃນການຕອບໂຕ້ຕໍ່ຮ່າງກົດ
ໝາຍສະບັບນຶ່ງ ທີ່ລັດຖະບານຢື່ນສະເໜີຕໍ່ສະພາ ທີ່ຈະອະນຸຍາດໃຫ້ທ່ານທັກສິນ ກັບ
ຄືນເມືອບ້ານເກີດເມືອງນອນໄດ້ ຈາກການລີ້ໄພຢູ່ໃນຕ່າງປະເທດ ແລະຫຼີກລ່ຽງຈາກ
ການຕິດຄຸກ ໃນຄະດີສໍ້ລາດບັງຫຼວງນັ້ນ.

ພາບການປະທ້ວງ ຢູ່ບາງກອກ
1/14
Anti-government protest leader Suthep Thaugsuban, center, with his wife Srisakul Promphan, in white, arrives at the Democracy monument, in Bangkok, Thailand, Dec. 15, 2013.
2/14
Anti-government protesters near the Democracy monument wave Thai national flags and shout slogans, Bangkok, Thailand, Dec. 15, 2013.
3/14
An anti-government protester looks at other protesters during an evening rally at the Democracy monument, Bangkok, Thailand, Dec. 15, 2013.
4/14
Anti-government protesters hold a long Thai national flag on the gate and fence around the prime minister's office, known as Government House, in Bangkok, Dec. 13, 2013.
5/14
A protester with a Thai national flag walks past concrete barriers sprayed with "Failed Government" outside the fence around Government House, wrapped by a long banner in the colors of the national flag in Bangkok, Dec. 13, 2013.
6/14
Anti-government protesters remove barbed wire after briefly entering the compound of the prime minister's office, known as Government House, in Bangkok, Dec. 12, 2013.
7/14
Anti-government protesters use a ladder as they try to remove barbed wire placed inside a gate at Government House in Bangkok, Dec. 12, 2013.
8/14
Police wear their riot gear inside Government House, as anti-government protesters gather behind its fence and gates in Bangkok, Dec. 12, 2013.
9/14
A group of Buddhist monks walk past a sleeping anti-government protester at a protest camp on a road near Government House in Bangkok, Dec. 11, 2013.
10/14
Anti-government protesters dance as they wait for their leader Suthep Thaugsuban to address them from the stage near Government House in Bangkok, Dec. 10, 2013.
11/14
Anti-government protesters dance during a rally outside Government House in Bangkok, Dec. 10, 2013.
Previous slide
Next slide