ພວກປະທ້ວງຝ່າຍຄ້ານ ໄດ້ພາກັນໂຮມຊຸມນຸມເດີນຂະບວນ
ຢູ່ຂ້າງນອກຕຶກໂຮງການພາສີອາກອນໃນບາງກອກ ໃນວັນ
ພະຫັດມື້ນີ້ ຊຶ່ງເປັນອີກມື້ນຶ່ງ ຂອງການປະທ້ວງ ທີ່ແນໃສ່
ພະຍາຍາມຫາທາງໂຄ່ນລົ້ມລັດຖະບານ.
ເຖິງແມ່ນວ່າໄດ້ມີຜູ້ຄົນຈໍານວນຫຼາຍພັນຄົນ ອອກມາເດີນ
ຂະບວນປະທ້ວງ ແລະອີກຈຳ ນວນຫຼວງຫຼາຍ ພາກັນກາງ
ເຕັ້ນ ຕັ້ງຄ້າຍນອນຢູ່ຕາມທາງແຍກທີ່ສໍາຄັນໆຫຼາຍແຫ່ງ
ໃນທົ່ວບາງກອກກໍຕາມ ແຕ່ເປັນທີ່ປະກົດວ່າ ຂະບວນການ
ຂອງພວກປະທ້ວງພວມສູນເສຍ ແຮງກະຕຸ້ນສະໜັບສະໜຸນ.
ຜູ້ນໍາພາການປະທ້ວງ ທ່ານສຸເທບ ເທືອກສຸບັນ ຮຽກຮ້ອງໃຫ້ສະພາ ທີ່ບໍ່ໄດ້ຖືກເລືອກ
ຈາກປະຊາຊົນ ເຂົ້າເຮັດໜ້າທີ່ແທນລັດຖະບານຊຸດປະຈຸບັນ ໃນອັນທີ່ທ່ານສຸເທບ
ເວົ້າວ່າ ສໍ້ລາດບັງຫຼວງ ແລະຫລິ້ນພັກຫລິ້ນພວກນັ້ນ.
ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ໄດ້ປະຕິເສດ ບໍ່ຍອມລາອອກ. ທ່ານນາງຍັງ
ຢືນຢັດທີ່ຈະໃຫ້ມີການເລືອກຕັ້ງກ່ອນກໍານົດ ໃນວັນທີ 2 ກຸມພາ ເຖິງແມ່ນພວກຝ່າຍ
ຄ້ານ ກ່າວວ່າ ເຂົາເຈົ້າບອຍຄອດບໍ່ຍອມເຂົ້າຮ່ວມການເລືອກຕັ້ງດັ່ງກ່າວນີ້ກໍຕາມ.
ການປະທ້ວງໃນອາທິດນີ້ແມ່ນສະຫງົບ ຊຶ່ງທາງຕໍາຫຼວດສ່ວນໃຫຍ່ແລ້ວແມ່ນໄດ້ຢູ່
ຫ່າງໆແລະຫຼີ້ກເວັ້ນການປະເຊີນໜ້າກັນກັບພວກປະທ້ວງ ແຕ່ວ່າພວກປະທ້ວງ
ກໍບໍ່ປະສົບຜົນສໍາເລັດໃນການປິດລັດຖະບານລົງ ຕາມທີ່ໄດ້ວາງແຜນໄວ້ນັ້ນ.