ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ​ ລັດຖະບານໄທ ກໍາລັງ​​ ຂະຫຍາຍ​ວົງ ກວ້າງອອກ (ສະໄລດ໌)


ບັນດາ​ພວກ​​​ຕໍ່ຕ້ານ​ລັດຖະບານ ກໍາລັງ​​ຂະຫຍາຍ​ການ​ປະ
ທ້ວງ​ຂອງ​ເຂົາ​​ເຈົ້າ ​ໄປ​ຕາມ​ຕຶກ​​ໂຮງການລັດຖະບານທີ່​ສຳ
ຄັນໆ ​ໃນບາງກອກ
ບັນດາ​ພວກ​​​ຕໍ່ຕ້ານ​ລັດຖະບານ ກໍາລັງ​​ຂະຫຍາຍ​ການ​ປະ ທ້ວງ​ຂອງ​ເຂົາ​​ເຈົ້າ ​ໄປ​ຕາມ​ຕຶກ​​ໂຮງການລັດຖະບານທີ່​ສຳ ຄັນໆ ​ໃນບາງກອກ
ບັນດາ​ພວກ​ໂຮມ​ຊຸມນຸມຕໍ່ຕ້ານ​ລັດຖະບານ ກໍາລັງຂະຫຍາຍ​
ການ​ປະ​ທ້ວງ​ຂອງ​ເຂົາເຈົ້າ ​ໄປ​ຕາມ​ຕຶກໂຮງການລັດຖະບານ
ທີ່​ສຳຄັນໆ ​ໃນບາງກອກ ອັນ​ເປັນ ຄວາມ​ພະຍາຍາມ​ເພື່ອ​ຂັບ
​ໄລ່ນາຍົກລັດຖະມົນຕີ ຜູ້​ທີ່​ກໍາລັງ​ປະ​ເຊີນ​ໜ້າກັບການ ​ລົງ​ມະ
ຕິ​ບໍ່​ໄວ້​ວາງ​ໃຈ​ ຢູ່​ໃນ​ສະພາ​ແຫ່ງ​ຊາດ.

ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ຫລາຍ​ພັນ​ຄົນ ພາກັນ​ອ້ອມ​ກະຊວງ​
ພາຍ​ໃນ ​ໃນ​ວັນ​ອັງ ຄານ​ມື້​ນີ້ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີຈະ​ພາ
ກັນ​ປະ​ທ້ວງ​ຕະຫຼອດຄືນ​ທີ່​ນັ້ນ. ພວກ​ປະ​ທ້ວງ​ໄດ້​ຍຶດ​ເອົາ​ບາງ
ສ່ວນຂອງກະຊວງ​ການ​ເງິນ ​ແລະ​ກະຊວງ​ການ​ຕ່າງປະ​ເທດ
​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້​ຕັ້ງ​ຄ້າຍ​ ຢູ່​ນອກ​ຕຶກ​ໂຮງການ
​ລັດຖະບານ​ອຶ່ນໆ​ຫລາຍ​ແຫ່ງ.

ພວກ​ປະ​ທ້ວງ​ພາກັນ​ຮຽກຮ້ອງ​ໃຫ້ ນາຍົກລັດຖະມົນຕີ ຍິ່ງຣັກ ຊິນນະ​ວັດ ລາ​ອອກ. ​ເຂົາ​ເຈົ້າ​
ກ່າວ​ວ່າ ລັດຖະບານ​ຂອງ​ທ່ານນາງຖືກຄວບ​ຄຸມໂດຍອັນ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າເປັນອ້າ​ຍທີ່​ສໍ້
​ລາດ​ບັງ​ຫຼວງຂອງ​ທ່ານນາງ ຄືທ່ານ ທັກສິນ ຊິນນະ​ວັດ ທີ່​ຖືກ​ຂັບ​ໄລ່​ອອກຈາກ​ຕຳ​ແໜ່​ງ ​ແລະ​ໄປລີ້​ໄພຢູ່ຕ່າງປະ​ເທດ​ນັ້ນ.

ການ​ປະ​ທ້ວງດັ່ງກ່າວ ​ແມ່ນ​ຢູ່​ພາຍ​ໃຕ້​ການ​ນໍາພາ​ຂອງພັກ​ປະຊາທິປັດທີ່​ໄດ້​ເລີ້ມ ​ທຳ​ການ​ອະ
ພິປາຍ​ກັນຢູ່​ໃນ​ສະພາ​ ​ເພື່ອ​ລົງມະຕິ​ບໍ່​ໄວ້​ວາງ​ໃຈ. ທ່ານ​ນາງ ຍິ່ງຣັກ ຊຶ່ງ​ພັກເພື່ອ​ໄທຂອງ​ທ່ານ​
ນາງ​ຄວບ​ຄຸມ​ສະພາ​ແຫ່ງ​ຊາດ​ນັ້ນ ​ໄດ້​ກ່າວ​ຕໍ່​ບັນດາ​ສະ ມາ​ຊິກ​ສະ​ພາ​ ​ໃນ​ວັນ​ອັງຄານມື້ນີ້ວ່າ
ທ່ານ​ນາງຈະ​ບໍ່​ລາ​ອອກ.

XS
SM
MD
LG