ສານລັດຖະທຳມະນູນຂອງ ໄທ ໄດ້ຕັດສິນໃຫ້ພົ້ນໂທດ ສຳລັບພັກການເມືອງຝ່າຍຄ້ານ ທີ່ໄດ້ທຳການປຸກລະດົມຕໍ່ຕ້ານລັດຖະບານຫຼາຍທີ່ສຸດໃນວັນອັງຄານວານນີ້, ເປັນການຜ່ອນຜັນສຳລັບເຂົາເຈົ້າ ຕໍ່ການຖືກຍຸບທີ່ໃກ້ຈະເກີດຂຶ້ນ ແຕ່ ໄດ້ຕັ້ງເງື່ອນໄຂສຳລັບການຍຸບທີ່ອາດເປັນໄປໄດ້ຂອງເຂົາເຈົ້າ ຍ້ອນເງິນກູ້ຢືມທີ່ເຂົາເຈົ້າໄດ້ຮັບ ໃນການກ່າວຫາລະເມີດກົດໝາຍການເລືອກຕັ້ງນັ້ນ.
ພັກອະນາຄົດໃໝ່ທີ່ໄດ້ເຕີບໂຕຂຶ້ນຢ່າງວ່ອງໄວນັ້ນ ໄດ້ເປັນເສົາຫຼັກທີ່ສຳຄັນຂອງກຸ່ມຝ່າຍຄ້ານຂອງ ໄທ ໃນສະພາແຫ່ງຊາດ ນັບຕັ້ງແຕ່ໄດ້ຮັບອັນດັບທີສາມໃນການເລືອກຕັ້ງແຫ່ງຊາດເມື່ອເດືອນມີນາປີກາຍນີ້ ເຊິ່ງຜູ້ນຳການກໍ່ລັດຖະປະຫານ ປີ 2014 ທ່ານ ປຣະຢຸດ ຈັນໂອຊາ ໄດ້ກັບຄືນສູ່ການຄອງອຳນາດ, ແລະ ເປັນການສະແດງເຖິງການສິ້ນສຸດການປົກຄອງໂດຍທະຫານດົນຫ້າປີຢ່າງຊັດເຈນ.
ເຖິງແມ່ນເຂົາເຈົ້າຈະມີບົດບາດທີ່ນ້ອຍກວ່າໃນພັກ ເພື່ອໄທ ທີ່ໃຫຍ່ກວ່າຂອງກຸ່ມນັ້ນ, ເຂົາເຈົ້າໄດ້ມີການແຂງຂໍ້ຫຼາຍກວ່າ ໃນການຂັດແຍ້ງຕໍ່ການກຳອຳນາດຂອງທະຫານ ຜ່ານພັກຕົວແທນຂອງເຂົາເຈົ້າເອງຄື ພັກ ພະລັງ ປະຊາຣັດ, ແລະ ສະພາສູງທີ່ຖືກແຕ່ງຕັ້ງຂຶ້ນ.
ທ່ານ ນັດທະພອນ ໂທປຣະຢູນ, ທະນາຍຄວາມ ແລະ ອະດີດທີ່ປຶກສາຜູ້ກວດກາລັດຖະບານ ໄທ, ໄດ້ຮ່າງຄຳຮ້ອງຮຽນເມື່ອປີກາຍນີ້ ທີ່ກ່າວຫາ ພັກອະນາຄົດໃໝ່ ກ່ຽວກັບ ການພະຍາຍາມທີ່ຈະໂຄ່ນລົ້ມກະສັດ, ເຊິ່ງລັດຖະທຳມະນູນ ກຳນົດວ່າ ບໍ່ໃຫ້ມີການຕຳໜິຕິຕຽນ. ເພື່ອສ້າງຄະດີຂອງລາວນັ້ນ, ທ່ານ ນັດທະພອນ ໄດ້ອ້າງເຖິງຄຳປາໄສຂອງຜູ້ນຳພັກ, ກົດລະບຽບຂອງພັກ ແລະ ແມ່ນກະທັງໂລໂກ້ຂອງເຂົາເຈົ້າ ເຊິ່ງແມ່ນຮູບ ສາມຫຼ່ຽມ ເຊິ່ງທ່ານໄດ້ປຽບທຽບມັນວ່າເປັນສັນຍາລັກຂອງແສງສະຫວ່າງ, ເປັນແນວໂນ້ມທີ່ຖືກສົມມຸດຂຶ້ນໂດຍສະມາຄົມລັບ ກ່ຽວກັບ ການຄອບຄອງໂລກ.
ພັກດັ່ງກ່າວໄດ້ປະຕິເສດການກ່າວຫາ ວ່າເປັນການກະຕຸ້ນທາງການເມືອງ.
ບໍ່ດົນຫຼັງຈາກຕອນທ່ຽງໃນ ບາງກອກ ເມື່ອວັນອັງຄານວານນີ້, ສານລັດຖະທຳມະນູນໄດ້ປະກາດວ່າ ຫຼັກຖານທີ່ຖືກມອບໃຫ້ແມ່ນບໍ່ສາມາດສະໜັບສະໜູນການຕັດສິນກະທຳຜິດ.
ໃນການທັກທາຍຜູ້ສະໜັບສະໜູນທີ່ຮ້ອງເຊຍເຕັມຢູ່ໃນຫ້ອງຂອງສຳນັກງານໃຫຍ່ຂອງພັກ ສອງສາມຊົ່ວໂມງຕໍ່ມານັ້ນ, ຜູ້ນຳພັກອະນາຄົດໃໝ່ ທ່ານ ທະນະທອນ ຈວງຣຸ້ງເຣືອງກິດ ກໍໄດ້ກ່າວດ້ວຍນ້ຳສຽງທີ່ມີຄວາມປອງດອງ ແລະ ຄັດຄ້ານ, ເຊື້ອເຊີນພັກຕ່າງໆທີ່ກຳອຳນາດມາຮ່ວມ ເພື່ອປະຕິຮູບລະບຽບແຜນການກັບເຂົາເຈົ້າ.