ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ລັດ​ຖະ​ທຳ​ມະ​ນູນ ໄທ ຕັດ​ສິນ​ວ່າ ພັກ​ອະ​ນາ​ຄົດ​ໃໝ່ ບໍ່​ມີ​ຄວາມ​ຜິດ ໃນ​ຖານ​ຄັດ​ຄ້ານ​ຕໍ່​ຣາ​ຊະ​ວົງ


ພວກ​ທີ່​ສະ​ໜັບ​ສະ​ໜຸນ ພັກ​ອະ​ນາ​ຄົດ​ໃໝ່ ສະ​ແດງ​ປະ​ຕິ​ກິ​ລິ​ຍາ ຫຼັງ​ຈາກ​ສານ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ໄທ ໄດ້​ຕັດ​ສິນ ຜູ້​ນຳ​່​ທີ່​ສຳ​ຄັນ​ຂອງ​ພັກ​ຝ່າຍ​ຄ້ານ ​ວ່າ ບໍ່​ມີ​ຄວາມ​ຜິດ ໃນ​ຖານ​ຄັດ​​ຄ້ານ​ຕໍ່​ຣາ​ຊະ​ວົງ, ​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ ໃນ​ປາງກອກ, ຂ​ອງ​ໄທ, ວັນ​ທີ 21 ມັງ​ກອນ 2020.
ພວກ​ທີ່​ສະ​ໜັບ​ສະ​ໜຸນ ພັກ​ອະ​ນາ​ຄົດ​ໃໝ່ ສະ​ແດງ​ປະ​ຕິ​ກິ​ລິ​ຍາ ຫຼັງ​ຈາກ​ສານ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ໄທ ໄດ້​ຕັດ​ສິນ ຜູ້​ນຳ​່​ທີ່​ສຳ​ຄັນ​ຂອງ​ພັກ​ຝ່າຍ​ຄ້ານ ​ວ່າ ບໍ່​ມີ​ຄວາມ​ຜິດ ໃນ​ຖານ​ຄັດ​​ຄ້ານ​ຕໍ່​ຣາ​ຊະ​ວົງ, ​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ ໃນ​ປາງກອກ, ຂ​ອງ​ໄທ, ວັນ​ທີ 21 ມັງ​ກອນ 2020.

ພັກ​ຝ່າຍ​ຄ້ານ​ຂອງ​ໄທ ພັກ​ອາ​ນາ​ຄົດ​ໃໝ່ ຫຼື Future Forward Party ​ບໍ່ໄດ້​ມີ​ຄວາມ​ຜິດ​ໃດໆ ​ໂດຍ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ​ຂອງ​ປະ​ເທດ ໃນ​ຖານ​ຫາ​ທາງ​ທີ່​ຈະ​ໂຄ່ນ​ລົ້ມ​ລະ​ບອ​ບ​ຣາ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ ຊຶ່ງ​ເຮັດ​ໃຫ້​ພັກ​ດັ່ງ​ກ່າວ ບໍ່​ໄດ້​ຖືກ​ຍຸບ.

ການ​ຟ້ອງ​ຮ້ອງ​ຕໍ່​ພັກ​ນີ້ ຊຶ່ງ​ເປັນ​ການ​ກ່າວ​ຫາ​ພັກ​ອາ​ນາ​ຄົດ​ໃໝ່ ​ທີ່​ໄດ້​ກ່າວ​ຖະ​ແຫລງ​ປະ​ນາມ ກະ​ສັດ​ມະ​ຫາ ວາ​ຈີ​ຣາ​ລົງ​ກອນ ຮວມ​ທັງ​ຂໍ້​ກ່າວ​ຫາ​ຕ່າງໆ ທີ່​ວ່າ ພັກ​ນີ້ ໄດ້​ເຊື່ອມ​ໂຍງ​ກັບກຸ່ມ​ທີ່​ມີ​ອຳ​ນາດ​ພິ​ເສດ ຊຶ່ງ​ເປັນ​ກຸ່ມຕຳ​ນາ​ນ​ໂບ​ຮານ​ລຶກ​ລັບ ​ທີ່​ເປັນ​ພວກທິດ​ສະ​ດີ​ສົມ​ຄົບ​ຄິດ​ນັ້ນ ກ່າວ​ວ່າ ແມ່ນ​ກຳ​ລັງ​ຮ່ວມ​ມື​ກັນ​ເພື່ອ​ນຳ​ໄປ​ສູ່​ການ​ຄອບ​ຄອງ​ໂລກ. ການ​ດູ​ໝິ່ນຣາ​ຊະ​ວົງ ນັ້ນ ເປັນ​ຄະ​ດີ​ອາ​ຍາ ທີ່​ຈະ​ຖືກ​ລົງ​ໂທດ​ໂດຍ​ການ​ຕິດ​ຄຸກຫຼາຍ​ປີ.

ແຕ່​ພັກ​ດັ່ງ​ກ່າວ ຍັງ​ສື່ບ​ຕໍ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ດ້ານ​ກົດ​ໝາຍຫຼາຍ​ຂຶ້ນ ທີ່​ອາດ​ນຳ​ໄປ​ສູ່​ການ​ມ້າງ​ເພ​ພັກ ໂດຍ​ປະ​ກອບ​ມີ​ການ​ຈົ່ມ​ວ່າ ພັກ​ນີ້ ໄດ້​ຮັບ​ເງິນ​ກູ້​ຢືມ​ທີ່​ຜິດ​ກົດ​ໝາຍ ຈາກ​ຜູ້ກໍ່​ຕັ້ງ​ພັກ ຄື ເສ​ດ​ຖີ​ພັນ​ລ້ານ ທ່ານ​ທະ​ນາ​ທອນ ຈຶ່ງ​ຣຸ້ງ​ເຣືອງ​ກິດ ຜູ້​ທີ່​ໄດ້​ກາຍ​ມາ​ເປັນ​ຄູ່​ແຂ່ງ​ທີ່​ສຳ​ຄັນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຍຸດ ຈັນ​ໂອ​ຊາ​ ຜູ້​ທີ່​ໄດ້​ເຂົ້າ​ກຳ​ອຳ​ນາດ ໃນ​ຄັ້ງ​ທຳ​ອິດ​ໃນ​ການກໍ່​ລັດ​ຖະ​ປະ​ຫານ ເມື່ອ​ປີ 2014 ກ່ອນ​ທີ່​ການ​ເລືອກ​ຕັ້ງ​ໄດ້​ເລືອກ​ເອົາ​ທ່ານເມື່ອ​ປີ​ກ່າຍນີ້.

ພັກ​ອະ​ນາ​ຄົດ​ໃໝ່ ໄດ້​ດຶງ​ດູດ​ເອົາ​ການ​ສະ​ໜັບ​ສະ​ໜຸນ ຈາກ​ພວ​ກ​ຊາວ​ໜຸ່ມ​ໄທຫຼາຍ​ລ້ານ​ຄົນ ຜູ້​ທີ່​ຕ້ອງ​ການ​ຢາກ​ໃຫ້​ມີ​ການ​ປ່ຽນ​ແປງ​ຈາກ​ການ​ກຳ​ອຳ​ນາດ​ມາ​ຢາວ​ນານໂດຍ​ກຸ່ມ​ພວກ​ຄົນ​ຊັ້ນ​ສູງ​ຫົວ​ອະ​ນຸ​ລັກ​ນິ​ຍົມ ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ຈາກ​ທະ​ຫານນັ້ນ ຊຶ່ງ​ພັກ​ດັ່ງ​ກ່າວ ໄດ້​ເຂົ້າ​ມາ​ເປັນ​ອັນ​ດັບ​ທີ​ສາມ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ​ກາຍນີ້.

ອ່ານ​ຂ່າວ​ນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG