ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ຝ່າຍ​ຄ້ານ​ຂອງ ໄທ ໄດ້​ຮັບ​ໄຊ​ຊະ​ນະ​ຄັ້ງ​ໃຫຍ່​ ໃນ​ການ​ເລືອກ​ຕັ້ງ


ທ່ານ ພິ​ທາ ລິ້ມ​ຈະ​ເຣີນ​ຣັດ, ຜູ້​ນຳ​ພັກ​ກ້າວ​ໄກ, ຢືນ​ຖ່າຍ​ຮູບ​ກັບ​ສື່ມວນ​ຊົນ ໃນ​ຂະ​ນະ​ທີ່​ທ່ານ​ປະ​ກາດ​ໄຊ​ຊະ​ນະ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກໃນ​ ບາງກອກ, 15 ພຶດ​ສະ​ພາ 2023.
ທ່ານ ພິ​ທາ ລິ້ມ​ຈະ​ເຣີນ​ຣັດ, ຜູ້​ນຳ​ພັກ​ກ້າວ​ໄກ, ຢືນ​ຖ່າຍ​ຮູບ​ກັບ​ສື່ມວນ​ຊົນ ໃນ​ຂະ​ນະ​ທີ່​ທ່ານ​ປະ​ກາດ​ໄຊ​ຊະ​ນະ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກໃນ​ ບາງກອກ, 15 ພຶດ​ສະ​ພາ 2023.

ສອງ​ພັກ​ຝ່າຍ​ຄ້ານ​ທີ່​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ​ ໄດ້​ຮັ​ບ​ໄຊ​ຊະ​ນະຢ່າງ​ໜ້າ​ອັດ​ສະ​ຈັນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປະ​ເທດ ໄທ ເມື່ອ​ວັນ​ອາ​ທິດ​ວານນີ້, ໃນ​ຂະ​ນະ​ທີ່ຫຼາຍ​ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ຂອງ​ເຂົາ​ເຈົ້າ​ເພື່ອ​ເລືອກ​ເອົາ​ຜູ້​ທີ່​ຈະ​ມາ​ນຳ​ພາ​ລັດ​ຖະ​ບານ​ຂອງ​ປະ​ເທດ.

ດ້ວຍ​ຄະ​ແນນ​ສຽງ​ຖືກ​ນັບ 99 ເປີ​ເຊັນ​ໃນ​ຕອນ​ເຊົ້າ​ວັນ​ຈັນຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ​ນັ້ນ, ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ໄດ້​ທຳ​ນາຍ​ວ່າ ​ພັກກ້າວ​ໄກ​ຈະ​ຊະ​ນະ 113 ບ່ອນ​ນັ່ງ​ຈາກທັງ​ໝົດ 400 ບ່ອນ​ນັ່ງ ໃນ​ສະ​ພາ, ແລະ ພັກ​ເພື່ອ​ໄທ ​ຊະ​ນະ 112 ບ່ອນ​ນັ່ງ. ອີກ 100 ບ່ອນ​ນັ່ງ​ຈະ​ເປັນ​ຂອງ​ພັກ​ຕ່າງໆ​ອີງ​ຕາມ​ສັດ​ສ່ວນ.

ພັກ​ລວມ​ໄທ​ສ້າງ​ຊາດ​ຂອງ​ທ່ານ ປ​ຣະ​ຢຸດ ໄດ້ 23 ບ່ອນ​ນັ່ງ​ຢູ່​ໃນ​ອັນ​ດັບ​ທີ 5. ຜູ້​ນຳ​ພັກ​ກ້າວ​ໄກ ທ່ານ ພິ​ທາ ລິ້ມ​ຈະ​ເ​ຣີນ​ຣັດ, ອາ​ຍຸ 42 ປີ, ໄດ້​ກ່າວ​ເຖິງ​ຜົນ​ທີ່​ອອກ​ມາ​ວ່າ “ໜ້າ​ຕື່ນ​ເຕັ້ນ” ແລະ ໄດ້​ປະ​ຕິ​ຍານ​ທີ່​ຈະ​ຊື່​ສັດ ​ຕໍ່​ມູນ​ເຊື້ອ​ພັກ​ຂອງ​ທ່ານເວ​ລາ​ທີ່ຕັ້ງ​ລັດ​ຖະ​ບານ​ຂຶ້ນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ.

ທ່ານ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ວ່າ “ມັນ​ຈະ​ເປັນ​ພັກ​ທີ່​ຖືກ​ໜູນຫຼັງໂດຍ​ການ​ຕໍ່​ຕ້ານ​ຜະ​ເດັດ​ການ ແລະ ທະ​ຫານ​ຢ່າງ​ແນ່ນອນ. ມັນ​ປອດ​ໄພ​ທີ່​ຈະ​ຄາດ​ວ່າ​ລັດ​ຖະ​ບານ​ສຽງ​ສ່ວນ​ນ້ອຍ​ແມ່ນບໍ່​ມີ​ຄວາມ​ເປັນ​ໄປ​ໄດ້ ​ອີກ​ຕໍ່​ໄປ​ຢູ່​ທີ່ນີ້ ​ໃນ​ປະ​ເທດ ໄທ.”

ທ່ານ ພິ​ທາ ໄດ້​ກ່າວ​ວ່າ​ຂໍ້​ຕົກ​ລົງ​ລັດ​ຖະ​ບານ​ປະ​ສົມລະ​ຫວ່າງ​ພັກ​ກ້າວ​ໄກ ແລະ ພັກເພື່ອ​ໄທ ແມ່ນ “ມີ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ແນ່ນອນ,” ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ຜູ້​ນຳ​ພັກເພື່ອ​ໄທ ທ່ານນາງ ແພ​ທອງ​ທານ ຊິນ​ນະ​ວັດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ພັກ​ກ້າວ​ໄກ ໃນ​ຄວາມ​ສຳ​ເລັດ​ຂອງ​ເຂົາ​ເຈົ້າ ​ໂດຍໄດ້​ກ່າວ​ວ່າ “ພວກ​ເຮົາ​ສາ​ມາດ​ເຮັດ​ວຽກ​ຮ່ວມ​ກັນ.”

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ມີ​ເວ​ລາ 60 ວັນ​ທີ່​ຈະ​ຢືນ​ຢັນ​ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ.

ທ່ານ​ນາງ ສາວ​ວະ​ນີ ທີ. ອາ​ເລັກ​ແຊນ​ເດີ, ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອຸ​ບົນ ຣາດ​ຊະ​ທາ​ນີ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ໄທ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ​ຜົນ​ການ​ເລືອກ​ຄັ້ງ​ໃນ​ປັດ​ຈຸ​ບັນ​ນີ້​ແມ່ນ​ສັນ​ຍານ​ທີ່​ດີ​ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ນີ້​ແມ່ນ​ປະ​ຊາ​ຊົນ​ທີ່​ເວົ້າ​ວ່າ ​ພວກ​ເຮົາ​ຢາກ​ໄດ້​ການ​ປ່ຽນ​ແປງ. ເຂົາ​ເຈົ້າ​ເວົ້າ​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ຮັບ​ມັນ​ໄດ້​ອີກ​ຕໍ່​ໄປ. ປະ​ຊາ​ຊົນ​ແມ່ນ​ອຶ​ດ​ອັດຫຼາຍ. ເຂົາ​ເຈົ້າ​ຕ້ອງ​ການ​ການ​ປ່ຽນ​ແປງ, ແລະ ເຂົາ​ເຈົ້າ​ກໍ​ສາ​ມາດ​ບັນ​ລຸ​ມັນ​ໄດ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG