ສານ ໄທ ແຫ່ງນຶ່ງໄດ້ທຳການພິພາກສາ ຜູ້ນຳພັກຝ່າຍຄ້ານທ່ານ ທະນາທອນ ຈຶງຣຸ້ງເຣືອງກິດ ກ່ຽວກັບ ການຖືຫຸ້ນສ່ວນໃນບໍລິສັດສື່ມວນຊົນແຫ່ງນຶ່ງ ໃນລະຫວ່າງການລົງແຂ່ງຂັນເອົາຕຳແໜ່ງທາງການເມືອງ, ເປັນການລະເມີດກົດໝາຍການເລືອກຕັ້ງ ທີ່ໄດ້ຕັດສິດດາວລຸ້ງຂອງຂະບວນການສະໜັບສະໜູນປະຊາທິປະໄຕຂອງປະເທດຈາກສະພາແຫ່ງຊາດ.
ສານລັດຖະທຳມະນູນໄດ້ຕັດສິນວ່າ ສະມາຊິກສະພາ ແລະ ຜູ້ນຳພັກອະນາຄົດໃໝ່ ບໍ່ໄດ້ຂາຍຫຸ້ນສ່ວນຂອງລາວໃນບໍລິສັດສື່ມວນຊົນ V-Luck ກ່ອນລົງທະບຽນແຂ່ງຂັນ ໃນການເລືອກຕັ້ງທົ່ວໄປຂອງ ໄທ ທີ່ໄດ້ຈັດຂຶ້ນໃນວັນທີ 24 ມີນາ, ເປັນການເລືອກຕັ້ງຄັ້ງທຳອິດຫຼັງຈາກການປົກຄອງໂດຍທະຫານ 5 ປີ.
ທ່ານ ທະນາທອນ ໄດ້ປະຕິເສດຕໍ່ການກະທຳຜິດ ແລະ ໄດ້ເອີ້ນຄະດີດັ່ງກ່າວວ່າມີຈຸດປະສົງທາງການເມືອງ, ທີ່ກຳນົດຂຶ້ນມາໂດຍລັດຖະບານສະໜັບສະໜູນທະຫານ ທີ່ໄດ້ໄຕ່ຂຶ້ນໄປກຳອຳນາດຫຼັງຈາກການເລືອກຕັ້ງທີ່ສໍ້ໂກງ ແລະ ບໍ່ມີຜົນສະຫຼຸບທີ່ແນ່ນອນ.
ລຸນຫຼັງການພິພາກສາຂອງສານໃນມື້ນີ້, ໂຄສົກຂອງພັກອະນາຄົດໃໝ່ທ່ານນາງ ປານນິກາ ວານິດ ໄດ້ປະຕິເສດຕໍ່ການຄາດຄະເນກັນທີ່ວ່າ ການຕັດສິນນີ້ອາດ ເຮັດໃຫ້ພັກປົກຕົກຢູ່ໃນຄວາມສ່ຽງ.
ທ່ານນາງໄດ້ກ່າວຕໍ່ວີໂອເອວ່າ “ມັນບໍ່ໄດ້ສົ່ງຜົນກະທົບຕໍ່ພັກ ຫຼື ວຽກງານທາງການເມືອງຂອງທ່ານ ເພາະວ່າທ່ານ ທະນາທອນ ໄດ້ຢູ່ເປັນຜູ້ນຳພັກ ແລະ ໃນຖານະເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີ, ສະນັ້ນວຽກງານຂອງພັກຈະສືບຕໍ່ໄປພາຍໃນສະພາແຫ່ງຊາດ ແລະ ນອກສະພາແຫ່ງຊາດ.”
ທ່ານນາງ ປານນິກາ ບໍ່ໄດ້ໃຫ້ຄຳເຫັນວ່າ ການລົງໂທດແມ່ນສົມຄວນໄດ້ຮັບບໍ່, ສຳລັບຄວາມຢ້ານກົວວ່າຈະເຮັດໃຫ້ພັກມີບັນຫາທາງກົດໝາຍເພີ່ມເຕີມ.
ທ່ານນາງໄດ້ເວົ້າວ່າ “ອີງຕາມກົດໝາຍຂ້າພະເຈົ້າບໍ່ສາມາດໃຫ້ຄຳເຫັນກ່ຽວກັບການຕັດສິນນັ້ນ, ແຕ່ຂ້າພະເຈົ້າຄິດວ່າ ທຸກຄົນໃນປະເທດ ໄທ, ຫຼັງຈາກທີ່ເຂົາເຈົ້າໄດ້ຟັງ ການໃຫ້ເຫດຜົນຂອງສານນັ້ນ, ເຂົາເຈົ້າສາມາດຕັດສິນດ້ວຍຕົນເອງວ່າມັນມີຄວາມຍຸຕິທຳ ຫຼືບໍ່ໃນຄະດີດັ່ງກ່າວ.”
ທ່ານ ທະນາທອນ ຍັງອາດປະເຊີນກັບການຖືກຂັງຄຸກ 10 ປີ ແລະ ຫ້າມຫຼິ້ນການເມືອງ 20 ປີຖ້າຄະນະກຳມາທິການເລືອກຕັ້ງມອບຄະດີໃຫ້ສານອາຍາໃນເວລານີ້.
ສະພາເພື່ອສິດທິມະນຸດ ອາຊຽນ, ເຊິ່ງແມ່ນກຸ່ມຂອງສະມາຊິກສະພາໃນອະດີດ ແລະ ປັດຈຸບັນຈາກທົ່ວພາກພື້ນເອເຊຍຕາເວັນອອກສຽງໃຕ້, ໄດ້ກ່າວປະນາມການພິພາກສາດັ່ງກ່າວ ໃນຖະແຫຼງການສະບັບນຶ່ງ.