ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດພັກຝ່າຍຄ້ານ ຂອງ ໄທ ກຳລັງເປັນຮູບເປັນຮ່າງຂຶ້ນ


ຜູ້ນຳພັກກ້າວໄກ ແລະ ຜູ້ລົງແຂ່ງຂັນເປັນນາຍົກລັດຖະມົນຕີ ທ່ານ ພິທາ ລິ້ມຈະເຣີນຣັດ ຍົກມືທັກທາຍ ໃນຂະນະທີ່ທ່ານເດີນທາງຮອດເພື່ອກ້າວຄຳປາໄສໃນກອງປະຊຸມຖະແຫຼງຂ່າ, 18 ພຶດສະພາ 2023.
ຜູ້ນຳພັກກ້າວໄກ ແລະ ຜູ້ລົງແຂ່ງຂັນເປັນນາຍົກລັດຖະມົນຕີ ທ່ານ ພິທາ ລິ້ມຈະເຣີນຣັດ ຍົກມືທັກທາຍ ໃນຂະນະທີ່ທ່ານເດີນທາງຮອດເພື່ອກ້າວຄຳປາໄສໃນກອງປະຊຸມຖະແຫຼງຂ່າ, 18 ພຶດສະພາ 2023.

ພັກຝ່າຍຄ້ານຂອງ ໄທ ໄດ້ປະກາດພັນທະມິດທີ່ປະກອບມີ 8 ພັກການເມືອງໃນຄວາມພະຍາຍາມທີ່ຈະສ້າງລັດຖະບານໃໝ່ລຸນຫຼັງການເລືອກຕັ້ງທົ່ວໄປເມື່ອວັນອາທິດທີ່ຜ່ານມາ.

ພັກກ້າວໄກ ໄດ້ປະກາດເປັນຜູ້ຊະນະເລີດຢ່າງບໍ່ເປັນທາງການ ໃນການເລືອກ ຕັ້ງເມື່ອວັນອາທິດທີ່ຜ່ານມາ, ໂດຍໄດ້ຮັບບ່ອນນັ່ງສ່ວນຫຼາຍໃນສະພາຕໍ່າຂອງ ໄທ ແລະ ໄດ້ເອົາຊະນະພັກຫົວອະນຸລັກນິຍົມ ແລະ ບັນດາພັກການເມືອງທີ່ ໄດ້ຮັບການໜູນ​ຫລັງໂດຍທະຫານຢ່າງສະບາຍ.

ອີກ 7 ພັກການເມືອງອື່ນໆ, ລວມມີພັກເພື່ອໄທທີ່ໄດ້ຮັບຄວາມນິຍົມກ່ອນການ ເລືອກຕັ້ງນັ້ນ, ໄດ້ຕົກລົງທີ່ຈະສະໜັບສະໜູນພັກກ້າວໄກໃຫ້ເປັນຜູ້​ນຳຂອງພັນ ທະມິດ ແລະ ທ່ານພິທາ ລິ້ມຈະເຣີນຣັດ ໃຫ້ເປັນນາຍົກລັດຖະມົນຕີ ຂອງໄທ.

ຫຼາຍສິບພັກການເມືອງໄດ້ທຳການແຂ່ງຂັນກັນໃນການເລືອກຕັ້ງຂອງໄທ, ເຊິ່ງ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2019. ປະຊາຊົນໄທຫຼາຍລ້ານຄົນໄດ້ລົງຄະແນນ ສຽງເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ 500 ຄົນຂອງໄທ, ຫຼືສະມາຊິກ ສະພາໃນສະພາຕໍ່າ, ດ້ວຍການລົງຄະແນນສຽງຈາກສອງບັດຄະແນນສຽງເພື່ອເລືອກເອົາສະມາຊິກສະພາເຂດ 400 ຄົນ ແລະ ສະມາຊິກ ສະພາທີ່ຢູ່ໃນລາຍຊື່ຂອງ​ພັກ 100 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG