ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກລັດຖະສະພາ ຈະທຳການກວດສອບ ນາຍົກໄທ ແລະຄົນໃກ້ຊິດ ວ່າ ມີສ່ວນກ່ຽວຂ້ອງກັບແກັ່ງອາຊະຍາກອນຈີນ ໃນລຸ່ມແມ່ນ້ຳຂອງ ຫຼືບໍ່


ທ່ານຈ້າວ ເຫວ່ຍ ນັກທຸລະກິດຈີນ ທີ່ລົງທຶນພັດທະນາຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ທີ່ມີກາສິໂນ King Roman.
ທ່ານຈ້າວ ເຫວ່ຍ ນັກທຸລະກິດຈີນ ທີ່ລົງທຶນພັດທະນາຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ທີ່ມີກາສິໂນ King Roman.

ສະມາຊິກລັດຖະສະພາ ຢືນຢັນວ່າ ຈະທຳການກວດສອບ ນາຍົກລັດຖະມົນຕີໄທ ແລະຄົນໃກ້ຊິດວ່າ ມີສ່ວນກ່ຽວຂ້ອງກັບແກັ່ງອາຊະຍາກອນຈີນ ໃນລຸ່ມແມ່ນ້ຳຂອງ ຫຼືບໍ່ ໂດຍສະເພາະຢູ່ໃນລາວ ມຽນມາ ແລະກຳປູເຈຍນັ້ນ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານຣັງສິມັນ ໂຣມ ສະມາຊິກລັດຖະສະພາ ໃນສັງກັດພັກກ້າວໄກ ທີ່ເປັນພັກການເມືອງຝ່າຍຄ້ານໃນລັດຖະສະພາໄທນັ້ນ ຖະແຫລງຢືນຢັນວ່າ ພັກກ້າວໄກ ຈະສະເໜີໃຫ້ມີການປະຊຸມ ໃນວາລະພິເສດ ຂອງລັດຖະສະພາໄທ ໃນໄວໆນີ້ ເພື່ອດຳເນີນການອະພິປາຍຢ່າງເປີດກວ້າງໃນບັນຫາທີ່ກ່ຽວຂ້ອງກັບບັນດາແກັ່ງອາຊະຍາກຳຈີນ ທີ່ຢູ່ໃນເຂດລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນຢູ່ໃນໄທ ທີ່ມີເຄືອຂ່າຍເຊື່ອມໂຍງກັບແກັ່ງອາຊະຍາກຳຈີນໃນລາວ ມຽນມາ ແລະກຳປູເຈຍນັ້ນ ຍັງຖືເປັນຂະບວນການອາຊະຍາກຳຂ້າມຊາດທີ່ມີການພົວພັນກັບບັນດາຜູ້ມີອຳນາດທາງການເມືອງໃນໄທດ້ວຍ ເພາະກະແສຂ່າວທີ່ເກີດຂຶ້ນໃນເວລານີ້ ກໍຄືຫຼານຊາຍຂອງພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄດ້ເຂົ້າໄປມີສ່ວນພົວພັນກັບທຸລະກິດຂອງແກັ່ງອາຊະຍາກອນຈີນ ໃນໄທດ້ວຍນັ້ນເອງ ດັ່ງທີ່ທ່ານຣັງສິມັນ ໄດ້ຢືນຢັນວ່າ:

“ຂ້າພະເຈົ້າຢືນຢັນວ່າ ພວກເຮົາຈະປະຕິບັດໜ້າທີ່ຢ່າງເຕັມສ່ວນໃນການທີ່ຈະເອົາເລື້ອງນີ້ ມາເວົ້າໃນສະພາ ໃນສ່ວນຂອງພັກກ້າວໄກ ເຮົາຢືນຢັນວ່າ ເຮົາຈະເຮັດໜ້າທີ່ຢ່າງໜັກແໜ້ນ ແລ້ວບໍ່ດົນມານີ້ ກໍລວມໄປເຖິງຫຼານຂອງ ພົນເອກປຣະຍຸດ ທີ່ອາດຈະເຂົ້າໄປກ່ຽວຂ້ອງກັບກຸ່ມທຶນຈີນສີເທົາ ແລະຂ້າພະເຈົ້າກໍມີຄວາມເຊື່ອວ່າ ອາດຈະບໍ່ໃຊ້ພຽງແຕ່ພັກກ້າວໄກ ເທົ່ານັ້ນ ແຕ່ຄົງຮວມໄປເຖິງພັກການເມືອງອື່ນໆ ໃນຝ່າຍຄ້ານ ທີ່ຈະຍົກເອົາເລື້ອງນີ້ເຂົ້າມາເວົ້າໃນສະພາ.”

ແຕ່ຢ່າງໃດກໍຕາມ ພົນຕຳຫຼວດເອກ ຕໍສັກ ສຸຂະວິມົນ ຮອງຜູ້ບັນຊາການ ຕຳຫຼວດແຫ່ງຊາດໄທ ໄດ້ຖະແຫລງຍອມຮັບວ່າ ການປາບປາມແກັ່ງອາຊະຍາກຳຈາກຈີນໃນໄທ ສາມາດປະຕິບັດການໄດ້ຢ່າງຈຳກັດ ເນື່ອງຈາກວ່າ ແກັ່ງອາຊະຍາກຳຈີນ ມີເຄືອຂ່າຍທີ່ກວ້າງຂວາງ ແລະຄວບຄຸມໃນທົ່ວເຂດລຸ່ມນ້ຳຂອງ ຈຶ່ງສາມາດຈະຫລົບໜີການຈັບກຸມຈາກປະເທດນຶ່ງ ໄປອີກປະເທດນຶ່ງໄດ້ຕະຫຼອດເວລາ ໂດຍເຫັນໄດ້ຈາກປະຕິບັດການຂອງຕຳຫຼວດໄທ ໃນໄລຍະຜ່ານມາ ທີ່ສາມາດຈັບກຸມໄດ້ສະເພາະຄົນໄທ ທີ່ຮ່ວມກະທຳຜິດດ້ວຍການເປີດບັນຊີທະນາ ຄານແທນຄົນຈີນ ຫຼື ເອີ້ນວ່າ ບັນຊີມ້ານັ້ນ ສ່ວນຄົນຈີນທີ່ເປັນຫົວໜ້າແກັ່ງນັ້ນ ຕ່າງໄດ້ຫລົບໜີໄປຍັງປະເທດເພື່ອນບ້ານ ໂດຍສະເພາະແມ່ນເຂດເສດຖະກິດພິເສດທີ່ມີບ່ອນຄາສິໂນນັ້ນ ກໍຄືເຂດທີ່ແກັ່ງອາຊະຍາກຳຈີນ ໄດ້ພາກັນຫລົບໜີໄປລີ້ຫຼາຍທີ່ສຸດ ດ້ວຍເຫດນີ້ ທາງການຕຳຫຼວດໄທ ຈຶ່ງໄດ້ຂໍຄວາມຮ່ວມມືຈາກທາງການຈີນໃນໄທ ແລະທາງການຕຳຫຼວດຂອງປະເທດເພື່ອນບ້ານ ເພື່ອຮ່ວມກັນວາງມາດຕະການປາບປາມໃຫ້ມີປະສິດທິພາບສູງຂຶ້ນໃຫ້ໄດ້ໄວທີ່ສຸດ ດັ່ງທີ່ ພົນຕຳຫຼວດເອກ ຕໍສັກ ໄດ້ໃຫ້ການຢືນຢັນວ່າ:

“ເລື້ອງຂອງຄົນຈີນ ໄດ້ຕິດຕໍ່ກັບທ່ານທູດຂອງສະຖານທູດຈີນ ແລ້ວມາວາງມາດຕະການກ່ຽວກັບຄົນຈີນທີ່ມາເຮັດຄວາມຜິດໃນບ້ານເຮົາ ສ່ວນໃຫຍ່ ພວກນີ້ ກໍຈະມີປະຫວັດ ກໍມາຢູ່ເມືອງໄທ ມາຢູ່ດົນ ອັນນີ້ເຮົາຕ້ອງສາວຕໍ່ ບໍ່ແມ່ນວ່າ ເຮົາພຽງແຕ່ຈັບໂຕຍ່ອມແລ້ວສຳເລັດ ແລ້ວກະຜູ້ໃດທີ່ມັນເຮັດໃຫ້ເຂົາເກັ່ງກ້າຂະໜາດນີ້ ອັນນີ້ບໍ່ໄດ້ເລີຍ ເຂົາມາຢູ່ໃນຜືນແຜ່ນດິນໄທ ແລ້ວມາເຮັດສິ່ງຜິດກົດໝາຍ ແລ້ວເຮົາກໍຈະເບິ່ງເຖິງໂຄງຂ່າຍ ເຄືອຂ່າຍໃຜເປັນ ນອມມິນີ ເສັນທາງການເງິນ ການເຊື່ອມຕໍ່ ຫຼືແມ່ນກະທັງບັນຊີມ້າຕ່າງໆທີ່ເຊື່ອມຕໍ່ ເຮົາກະຈະເຮັດຕໍ່ໄປ.”

ກ່ອນໜ້ານີ້ ທ່ານຊູວິດ ກະມົນວິສິດ ນັກທຸລະກິດດ້ານສະຖານບັນເທີງ ແລະອະດີດວຸດທິສະມາຊິກໄທ ຖະແຫລງວ່າ ການທີ່ມີກາສິໂນ King Roman ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວ ນອກ ຈາກຈະເປັນບ່ອນຮອງຮັບບັນດານັກຫຼິ້ນການພະນັນຈາກຈີນເປັນສ່ວນໃຫຍ່ແລ້ວ ກໍຍັງມີບັນດານັກການພະນັນ ທີ່ເປັນຊົນຊາດວ້າ ຈາກເຂດປົກຄອງຕົນເອງ ໃນພາກເໜືອຂອງເຂດລັດສານ ໃນມຽນມາດ້ວຍ ທີ່ໄດ້ພາກັນເດີນທາງມາຫຼິ້ນການພະນັນຢູ່ທີ່ບ່ອນກາສິໂນ King Roman ແລະເປັນທີ່ຮັບຮູ້ກັນເປັນການພາຍໃນວ່າ ສິ່ງທີ່ນັກຫຼິ້ນການພະນັນຊົນຊາດວ້າ ໄດ້ນຳມາແລກປ່ຽນທຶນສຳລັບຫຼິ້ນການພະນັນ ກໍຄືຢາບ້າ ແລະຢາໄອສ໌ ທີ່ມີການຜະລິດຢ່າງຫຼວງຫຼາຍຢູ່ໃນເຂດ ຢຶດຄອງຂອງກອງກຳລັງວ້າ ໃນມຽນມາດັ່ງກ່າວ ສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ກໍຄື ທ່ານຈ້າວ ເຫວີຍ ນັກທຸລະກິດຈີນນັ້ນ ຈະບໍ່ຮູ້ເລື້ອງດັ່ງກ່າວ ແຕ່ທ່ານຈ້າວ ເຫວີຍ ກໍໄດ້ຕອບໂຕ້ການກ່າວຫາດັ່ງກ່າວວ່າ ບໍ່ມີມູນຄວາມຈິງ ແລະໄດ້ດຳເນີນການໃນເຂດເສດຖິກິດພິເສດສາມຫຼ່ຽມຄຳຕາມກົດໝາຍໃນລາວ ຈຶ່ງບໍ່ກ່ຽວຂ້ອງກັບແກັ່ງອາຊະຍາກອນຈີນຂ້າມຊາດແຕ່ຢ່າງໃດ.

XS
SM
MD
LG