ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະສົງໃນໄທ ປະທ້ວງ ການໂຈມຕີ ວັດວາ ແລະຊາວພຸດ (ສະໄດ໌)


ພະສົງ ຮວມຕົວປະທ້ວງ ຢູ່​ໜ້າ ​ສໍານັກງານອົງການ​ສະຫະປະຊາ​ຊາດ ໃນບາງກອກ, ປະເທດໄທ, ວັນທີ 3 ຕຸລາ 2012.
ພະສົງ ຮວມຕົວປະທ້ວງ ຢູ່​ໜ້າ ​ສໍານັກງານອົງການ​ສະຫະປະຊາ​ຊາດ ໃນບາງກອກ, ປະເທດໄທ, ວັນທີ 3 ຕຸລາ 2012.
ທີ່ປະເທດໄທ ພະສົງຈໍານວນນຶ່ງໄດ້ທໍາການປະທ້ວງ ຕໍ່ຕ້ານຄື້ນ
ຟອງຂອງຄວາມຮຸນແຮງ ທີ່ແນເປົ້າໝາຍໃສ່ປະຊາຄົມທີ່ນັບຖື
ສາສະໜາພຸດ ໃນບັງກລາເເດັສ.

ພະສົງປະມານ 200 ອົງ ພາກັນເດີນຂະບວນປະທ້ວງຢ່າງສັນຕິ
ໃນບາງກອກ ໃນວັນພຸດວານນີ້. ຈໍານວນນຶ່ງພາກັນຖືປ້າຍຮ້ອງຂໍ
ໃຫ້ມີການຢູ່ຮ່ວມກັນຢ່າງສັນຕິແລະສາມັກຄີກັນ. ບາງອົງກໍຖື
ປ້າຍຮຽກຮ້ອງໃຫ້ມີ ການຍຸດຕິການກໍ່ການຮ້າຍໂດຍຊາວມຸສລິມ
ຕ້ານປະຊາຄົມ ຊາວພຸດທີ່ນ້ອຍໆ ໃນບັງກລາເເດັສ.

ພະອົງນຶ່ງ ຈາກເມືອງຈິດຕາກອງ ປະເທດບັງກລາເເດັສ. ຮຽກຮ້ອງ
ໄປຍັງອົງການສະຫະປະຊາຊາດໃຫ້ຊ່ອຍເຫຼືອ ຊຶ່ງເພິ່ນກ່າວວ່າ

ຖ້າຫາກ ສະຫະປະຊາຊາດເຂົ້າມາແຊກແຊງ ແລະຖ້າຫາກວ່າ ສະຫະປະຊາຊາດ ບອກໃຫ້ທາງລັດຖະບານບັງກລາເເດສຍຸຕິເລື່ອງທັງໝົດນີ້ແລ້ວ ອາດຕະມາຄິດວ່າ ເຫດດັ່ງກ່າວນີ້ກໍຈະຍຸຕິລົງ. ແມ່ນແຕ່ຕອນນີ້ ວັດວາອາຮາມແລະໝູ່ບ້ານຂອງ ພວກ
ເຮົານັ້ນກໍກໍາລັງຖືກໂຈມຕີຢູ່ ແລະຖ້າຫາກວ່າ ອົງການສະຫະປະຊາຊາດເຂົ້າແຊກ
ແຊງນັ້ນ ອາດຕະມາກໍຫວັງວ່າ ມັນຈະຍຸຕິລົງ.”


ຊາວມຸສລິມ ໃນບັງກລາເເດັສ. ຫຼາຍພັນຄົນ ໄດ້ກໍ່ການຈະລາຈົນໃນວັນເສົາແລະວັນອາທິດ
ຜ່ານມາ ທໍາການຈູດເຜົາວັດສາສະໜາພຸດຫລາຍແຫ່ງ ໃນເຂດພາກຕາເວັນອອກສຽງໃຕ້
ຂອງປະເທດ.

ການໂຈມຕີດັ່ງກ່າວນີ້ໄດ້ເລີ່ມຂຶ້ນ ຫຼັງຈາກທີ່ຊາວມຸສລິມໄດ້ພົບເຫັນພະຄໍາພີ ໂຄຣານທີ່ຖືກ
ຈູດເຜົາ ແລະໄດ້ໂຍນຄວາມຜິດນີ້ ໃສ່ຊາຍຊາວພຸດຄົນນຶ່ງ.

XS
SM
MD
LG