ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະມົນຕີ​ໄທ ສະ​ເໜີ ​ແຜນການ​ຮ່ວມ​ມື ​ກັບ​ທາງ​ການ​ລາວ ໃນດ້ານການທ່ອງທ່ຽວ


ທ່ານ​ນາງ​ກອບ​ການ ວັດທະນະ​ວະ​ລາງກູນ ລັດຖະມົນຕີ​ວາ​ການ​ກະຊວງ​ທ່ອງ​ທ່ຽວ ​ແລະກິ​ລາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​​ກຳລັງ​​ຕຽມ​ສະ​ເໜີ ​ແຜນ​ຄວາມ​ຮ່ວມ​ມື ດ້ານ​ການທ່ອງທ່ຽວ​​ ຕໍ່​ລັດຖະບານ ​ຂອງ​ປະ​ເທດ​ເພື່ອນ​ບ້ານ ​ຢ່າງ​ເປັນ​ທາງ​ການ​ ພາຍ​ໃນ​ເດືອນ​ມັງກອນ 2015 ຕໍ່​ໄປ.
ທ່ານ​ນາງ​ກອບ​ການ ວັດທະນະ​ວະ​ລາງກູນ ລັດຖະມົນຕີ​ວາ​ການ​ກະຊວງ​ທ່ອງ​ທ່ຽວ ​ແລະກິ​ລາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​​ກຳລັງ​​ຕຽມ​ສະ​ເໜີ ​ແຜນ​ຄວາມ​ຮ່ວມ​ມື ດ້ານ​ການທ່ອງທ່ຽວ​​ ຕໍ່​ລັດຖະບານ ​ຂອງ​ປະ​ເທດ​ເພື່ອນ​ບ້ານ ​ຢ່າງ​ເປັນ​ທາງ​ການ​ ພາຍ​ໃນ​ເດືອນ​ມັງກອນ 2015 ຕໍ່​ໄປ.

ລັດຖະມົນຕີ​ໄທ ສະ​ເໜີ​ແຜນການ​ຮ່ວມ​ມື​ກັບ​ທາງ​ການ​ລາວ​
ໃນ​ການ​ລົນ​ນະ​ລົງ ​ແລະ​ການ​ປະຊາສຳພັນ ​ເພື່ອ​ການ​ສົ່ງ​ເສີມ ​
ແລະ​ຂະຫຍາຍ​ຕະຫລາດ​ການທ່ອງທ່ຽວ ​ໃນ​ຕ່າງປະ​ເທດ
​ຮ່ວມ​ກັນ​ໃຫ້​ກວ້າງ​ຂວາງ ຫຼາຍຂຶ້ນ.

ທ່ານ​ນາງ​ກອບ​ການ ວັດທະນະ​ວະ​ລາງກູນ ລັດຖະມົນຕີ​ວາ​ການ​
ກະຊວງ​ທ່ອງ​ທ່ຽວ ​ແລະກິ​ລາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ໄດ້​ຮ່າງແຜນ​ຄວາມ​ຮ່ວມ​ມື​ ດ້ານ​ການ
ທ່ອງທ່ຽວ​ກັບປະ​ເທດເພື່ອນ​ບ້ານ​ ໃນ​ລຸ່ມ​ແມ່ນ້ຳຂອງດ້ວຍ​ກັນ​ ສຳ​ເລັດ​ສົມບູນ​ແລ້ວ ​ແລະ​
ປັດຈຸບັນ​ກໍ​ກຳລັງ​ຢູ່​ໃນ​ລະຫວ່າງ​ການ​ຕຽມ​ສະ​ເໜີ ​ແຜນ​ຄວາມ​ຮ່ວມ​ມື​ດັ່ງກ່າວ​ ຕໍ່​ລັດຖະບານ
​ຂອງ​ປະ​ເທດ​ເພື່ອນ​ບ້ານ ​ຢ່າງ​ເປັນ​ທາງ​ການ​ ພາຍ​ໃນ​ເດືອນ​ມັງກອນ 2015 ຕໍ່​ໄປ.

​ໂດຍ​ແຜນການ​ດັ່ງກ່າວ​ນີ້ ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ໃນ​ການ​ລົນ​ນະ​ລົງ ​ແລະ​ການ​ປະຊາ
ສຳ​ພັນ​ ເພື່ອ​ການ​ສົ່ງ​ເສີມ ​ແລະ​ຂະຫຍາຍ​ຕະຫລາດ​ ການ​ທ່ອງ​ທ່ຽວ​ ໃນ​ຕ່າງປະ​ເທດ ​ຮ່ວມ​ກັບປະ​ເທດເພື່ອນ​ບ້ານ ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ດ້ວຍ​ກັນ ​ໃຫ້​ກວ້າງຂວາງຫຼາຍຂຶ້ນ ລວມ​ເຖິງ​ການ​ນຳ​ໃຊ້​ລະ​ບົບ Single Visa ຫຼື ວີ​ຊາ​ດຽວ ​ແລະ​ຈັດ​ກິ​ດຈະ​ກຳການທ່ອງທ່ຽວ​ຮ່ວມ​ກັນ​
ດ້ວຍ ທັງນີ້​ ​ໂດຍ ສປປ ລາວ​ຈະ​ເປັນປະ​ເທດ​ທຳ​ອິດ ທີ່ທາງ​ການ​ໄທ​ຈະ​ນຳ​ສະ​ເໜີ ແຜນການ​ ຮ່ວມ​ມື​ດັ່ງກ່າວ​ນີ້ ດັ່ງ​ທີ່​ທ່ານ​ນາງ​ກອບ​ການ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ເຊື່ອມ​ຕໍ່​ການທ່ອງທ່ຽວ​ລະຫວ່າງ 2-3 ປະ​ເທດ​ ຕິດ​ຕໍ່​ກັນ​ນີ້ ອັນ​ທີ​ໜຶ່ງ​ກໍຄື​
ເ​ລື້ອງ ວີ​ຊາ​ດຽວ ອັນ​ດັບ​ຕໍ່​ໄປ​ກໍ​ຄື​ວ່າ ​ໃນ​ແງ່​ຂອງ​ການ​ທຳ​ການ​ຕະຫລາດ​ຮ່ວມ​ກັນ
ຄິດ​ວ່າ​ທາງ​ນະຄອນ​ພະນົມ​ນີ້ ກໍ​ຈະ​ເປັນສາຍ​ໜຶ່ງ ທີ່​ໜ້າ​ສົນ​ໃຈ​ ທີ່ເຊື່​ອມຕໍ່ໄປ​ຈົນ​
ເຖິງ​ຫວຽດນາມ​ໄດ້​ດ້ວຍ​ອີກ ສ່ວນ​ໜຶ່ງ​ທີ່​ໄດ້​ມີ​ການ​ເວົ້າລົມ​ກັນ ກໍ​ຄື​ທີ່​ເອີ້​ນວ່າ Tour
De Khong ກໍ​ຈະ​ເປັນ​ອີກ​ອັນ​ໜຶ່ງ ທີ່​ວ່າ​ຈະ​ເຊື່ອມ​ຕໍ່ຫຼາຍຈັງ​ຫວັດ ​ໃນປະ​ເທດ​ໄທ​
ກັບ​ລາວ ​ແລ້ວ​ກໍ​ອາດ​ຈະ​ໄປ​ປະ​ເທດ​ອື່ນໆ​ໄດ້ ​ໃນ​ອະນາ​ຄົດ​ເຊັ່ນ​ກັນ.”

ບັນດານັກທ່ອງທ່ຽວ ຊາວຕ່າງປະເທດ ໄດ້ພາກັນ ເດີນທາງເຂົ້າໄປທ່ຽວ ສະຖານທ່ອງທ່ຽວທຳມະຊາດ ຢູ່ທີ່ແຂວງຫລວງພະບາງ.
ບັນດານັກທ່ອງທ່ຽວ ຊາວຕ່າງປະເທດ ໄດ້ພາກັນ ເດີນທາງເຂົ້າໄປທ່ຽວ ສະຖານທ່ອງທ່ຽວທຳມະຊາດ ຢູ່ທີ່ແຂວງຫລວງພະບາງ.

ທ່ານ​ນາງ​ກອບ​ການ ຍັງ​ໄດ້​ສະ​ແດງ​ຄ​ວາ​ມ​ເຊື່ອ​ໝັ້ນດ້ວຍ​ວ່າ
ການ​ຮ່ວມ​ມື​ດັ່ງກ່າວ ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າ​ງຊາດ
​ພາກັນ​ເດີນທາງ​ມາ​ທ່ອງ​ທ່ຽວ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງຫຼາຍຂຶ້ນ
ຢ່າງ​ຕໍ່​ເນື່ອງ ​ເພາະ​ເຫັນ​ວ່າການ​ເດີນທາງ​ມາ​ທ່ອງ​ທ່ຽວ​ໃນ​ເຂດ
​ລຸ່ມ​ແມ່ນ້ຳຂອງ​ມີ​ຄວາມ​ຫລາກຫຼາຍທັງ​ທາງ​ດ້ານ​ວັດທະນະທຳ
ປະ​ເພນີ ປະວັດ​ສາດ ​ແລະ​ທຳ​ມະ​ຊາດ​ທີ່ສວຍ​ງາມ​ອີກ​ດ້ວຍ.

ທາງ​ດ້ານ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ​ ແລະ​ທ່ອງ​ທ່ຽວ
ຂອງ​ລາວ ກໍ​ໄດ້​ຄາດໝາຍ​ວ່າ ​ໃນ​ຕະຫລອດ​ປີ 2014 ຈະ​ມີ​ນັກ
​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ​ເດີນທາງ​ເຂົ້າມາ​ໃນ​ລາວ ​ບໍ່​ນ້ອຍ​ກວ່າ
3 ລ້ານ 9 ​ແສນ​ຄົນ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ພາກ​ບໍລິການ​ໃນ​ລາວ ​ມີ​
ລາຍ​ຮັບຫຼາຍກວ່າ 650 ລ້ານ​ດອນ​ລາ ​ເພີ້​ມຂຶ້ນ​ເກີນ​ກວ່າ 10 ​ເປີ​ເຊັນ ທຽບ​ກັບປີ 2013 ​ແລະ​ຖ້າ​ຫາກ​ວ່າ​ສະພາບ​ການ​ ຍັງ​ສາມາດ​ຈະ​ຮັກສາ​ ລະດັບ​ການ​ເຕີບ​ໂຕ​ດັ່ງກ່າວ​ນີ້​ ໄດ້​
ຢ່າງ​ຕໍ່​ເນື່ອງ ກໍ​ຍັງ​ເຮັດໃຫ້ຄາດໝາຍວ່າ​ ຈະ​ມີ​ນັກ​ທ່ອງ​ທ່ຽວ​ເດີນທາງ​ເຂົ້າມາ​ໃນ​ລາວ​ ເພີ້​ມ
ຂຶ້ນ​ເປັນ 10 ລ້ານ​ກວ່າ​ຄົນ​ໃນ​ປີ 2020 ຊຶ່ງ​ຈະ​ເຮັດ​ໃຫ້​ພາກ​ບໍລິການ​ໃນ​ລາວ​ ມີ​ລາຍ​ຮັບ​ເພີ້​ມ
ຂຶ້ນເປັນຫຼາຍກວ່າ 1,600 ລ້ານດອນ​ລາ​ອີກ​ດ້ວຍ.

ສຳ​ຫລັບ​ສາ​ເຫດ​ສຳຄັນ​ ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ​ເດີນທາງ​ເຂົ້າມາ​ໃນ​ລາວ
​ເພີ້​ມຂຶ້ນ ກໍ​ໄດ້​ຮັບ​ການ​ຊີ້​ແຈງ​ຈາກ ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ທະ​ແຫລງ ຂ່າວ ວັດທະນະທຳ​ ​ແລະ​ທ່ອງ​ທ່ຽວ ວ່າ ​ເປັນ​ຍ້ອນ​ການ​ພັດທະນາ​ພາກ​ບໍລິການ ​ແລະ ​ທ່ອງ​ທ່ຽວ​ໃນ​ລາວ ​ທີ່​ກ້າວ​ໄປ​ສູ່​ລະດັບ​ມາດຕະຖານ​ສາກົນ ຫຼາຍຂຶ້ນ​ເລື້ອຍໆ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ການ​ທີ່​ລາວ​ໄດ້​ຮັບ​ລາງວັນ​ ລະດັບ​ໂລກ​ໃນ​ຖານະ​ປະ​ເທດ ​ທີ່​ເປັນ​ຈຸດໝາຍ​ປາຍທາງ​ ຍອດ​ນິຍົມ​ ຂອງ​ບັນດາ​ນັກທ່ອງ​ທ່ຽວ ຈາກ​ທົ່ວ​ໂລກ​ມາ​ຢ່າງ​ຕໍ່​ເນື່ອງ.

​ໂດຍ​ເລີ້ມ​ຈາກ​ປີ 2008 ທີ່ New York Times ຈັດ​ໃຫ້​ລາວ​ເປັນ 1 ​ໃນ 53 ປະ​ເທດ​ໜ້າ
​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ຕາມ​ດ້ວຍ​ການທ່ອງທ່ຽວ​ທຳ​ມະ​ຊາດ​ ທີ່​ປະຊາຊົນ​ມີ​ສ່ວນ​ຮ່ວມ​
ຢູ່​ເຂດ​ປ່າສະຫງວນນ້ຳຫ້າ ​ໃນ​ແຂວງ​ຫລວງ​ນ້ຳທາ ​ໄດ້​ຮັບ​ລາງວັນ​ດີ​ເດັ່ນ​ຈາກ​ອົງ​ການ
ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ ສ່ວນ​ເມືອງມໍລະດົກ​ໂລກ​ຫລວງ​ພະ​ບາງ ກໍ​ໄດ້​
ຫຼຽນຄຳ​ໃນ​ຖານະ​ເມືອງ​ທ່ອງ​ທ່ຽວ​ອັນ​ດັບ 1 ​ໃນ​ໂລກ​ຈາກ​ວາລະສານ Wanderlust ຂອງ​
ອັງກິດ​ເຖິງ 6 ປີ​ຕໍ່​ກັນ ​ແລະ​ປີ 2013 ສະພາ​ການທ່ອງທ່ຽວ ​ແລະ​ການ​ຄ້າ​ສະຫະພາບ​ຢູ​ໂຣບ
ກໍ​ຍົກຍ້ອງ​ໃຫ້​ລາວ​ເປັນ​ປະ​ເທດ ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ດັ່ງ​ທີ່​ທ່ານ​ບໍ່​ແສງຄຳ ​ໄດ້​ໃຫ້
ການ​ຢືນຢັນ​ວ່າ:

“​ໃນ​ລະຍະ​ເວລາ​ທີ່​ຜ່ານ​ມາ ຍ້ອນ​ຄວາມ​ພະຍາຍາມ ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ ​ແລະ​ໄດ້​ມີ​ຜົນສຳ​ເລັດ​ຢ່າງ​ຕໍ່​ເນື່ອງ​ຂອງ​ຂະ​ແໜງ​ການທ່ອງທ່ຽວ ຈຶ່ງ​ໄດ້​ເຮັດ​ໃຫ້ ສປປ ລາວ ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ ​ແລະ​ໄດ້​ຮັບ​ລາງວັນ​ທີ່​ເປັນ​ກຽດຫຼາຍຄັ້ງ ​ແລະ​ຫລ້າ​ສຸດ ດັ່ງ​ທີ່​ພວກ​ເຮົາ​ໄດ້​ຮັບ​ຊາບ​ນຳ​ກັນ​ແລ້ວ​ວ່າ ​ໃນຕົ້ນປີ 2013 ປະ​ເທດ​ລາວ​ເຮົາ​ກໍ​ໄດ້​ຮັບ​ລາງວັນ​ອັນ​ດັບ 1 ຈາກ​ສະພາ​ການທ່ອງ​ທ່ຽວ ​ແລະ​ການ​ຄ້າ​ຢູ​ໂຣບ ​ເປັນ​ປະ​ເທດ​ທີ່​ໜ້າ​ທ່ຽວ​ທີ່​ສຸດ​ໃນ​ໂລກ.”

ສຳ​ຫລັບໃນ​ປີ 2013 ກໍ​ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ເກືອບ 3 ລ້ານ 8 ​ແສນ​ຄົນ ຊຶ່ງ​ເພີ້​ມຂຶ້ນ ຈາກ 3 ລ້ານ 3 ​ແສນກວ່າ​ຄົນ ​ໃນ​ປີ 2012 ທັງ​ກໍ​ຍັງ​ຖື​ເປັນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຂົ້າມາ​ໃ​ນລາວເກີນ​ກວ່າ​ລະດັບ​ຄາດ​ໝາຍ​ໃນ​ແຜນການ​ປີ 2015 ທີ່​ວາງ​ໄວ້ ທີ່​ຈຳນວນ 3 ລ້ານ 7 ​ແສນ 5 ໝື່ນ​ກວ່າ​ຄົນ​ອີກ​ດ້ວຍ.

XS
SM
MD
LG