ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີໄທ ສັ່ງໃຫ້ເລັ່ງເຈລະຈາ ເປີດດ່ານເພີ້ມ ເພື່ອເຮັດໃຫ້ມູນຄ່າການຄ້າຊາຍແດນ ກັບລາວ ສູງຂຶ້ນ


ລົດຄັນນຶ່ງຢູ່ດ່ານກວດກາພາສີຊາຍແດນ ລະຫວ່າງ ໄທ ກັບ ລາວ ເຊິ່ງມີສິ່ງກີດຂວາງຕັ້ງຢູ່. (Photo by Panumas SANGUANWONG / AFP)
ລົດຄັນນຶ່ງຢູ່ດ່ານກວດກາພາສີຊາຍແດນ ລະຫວ່າງ ໄທ ກັບ ລາວ ເຊິ່ງມີສິ່ງກີດຂວາງຕັ້ງຢູ່. (Photo by Panumas SANGUANWONG / AFP)

ລັດຖະມົນຕີໄທ ສັ່ງການໃຫ້ເລັ່ງເຈລະຈາຕົກລົງເປີດດ່ານ ເພື່ອເພີ່ມມູນຄ່າການຄ້າຊາຍແດນກັບປະເທດເພື່ອນບ້ານໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການເປີດດ່ານການຄ້າຊາຍແດນລະຫວ່າງ ໄທ ກັບລາວນັ້ນ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານ ຈຸຣິນ ລັກສະນະວິສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າຂອງໄທ ໄດ້ມີຄຳສັ່ງໃຫ້ກົມເຈລະຈາການຄ້າຕ່າງປະເທດເລັ່ງດຳເນີນການເຈລະຈາຕົກລົງເປີດດ່ານການຄ້າຊາຍແດນກັບປະເທດເພື່ອນບ້ານໃຫ້ຫຼາຍຂຶ້ນໃນຕະຫຼອດປີ 2021 ນີ້ ເພາະວ່າການລະບາດຂອງໄວຣັສ COVID-19 ນັບແຕ່ປີ 2020 ເປັນຕົ້ນມາໄດ້ສົ່ງຜົນເຮັດໃຫ້ຕ້ອງປິດດ່ານຊາຍແດນ ໄທ ກັບປະເທດເພື່ອນບ້ານເຖິງ 51 ດ່ານຈາກທັງໝົດ 97 ດ່ານ ແລະເຮັດໃຫ້ມູນຄ່າການຄ້າຊາຍແດນລະຫວ່າງໄທກັບປະເທດເພື່ອນບ້ານຫຼຸດລົງເກີນກວ່າ 8 ເປີເຊັນໃນປີ 2020 ທຽບກັບປີ 2019 ສະນັ້ນເພື່ອເພີ່ມມູນຄ່າການຄ້າຊາຍແດນໃຫ້ສູງຂຶ້ນ ຈຶ່ງຈະຕ້ອງມີການເປີດດ່ານຊາຍແດນເພີ່ມຂຶ້ນດ້ວຍນັ້ນເອງດັ່ງທີ່ທ່ານຈຸຣິນ ຢືນຢັນວ່າ:
“ຕ້ອງເລັ່ງລັດການຄ້າຊາຍແດນ ເພາະທັນທີທີ່ເຮົາສົ່ງສິນຄ້າຂ້າມແດນ ຕົວເລກການສົ່ງອອກຈະເພີ່ມຂຶ້ນເປັນບວກໄປເລື້ອຍໆທັນທີ ນຳລາຍໄດ້ເຂົ້າປະເທດທັນທີ ເພາະສະນັ້ນ ການຄ້າຊາຍແດນຈະເປັນຫົວໃຈສຳຄັນ ແລະ ມີບົດບາດສຳຄັນ. ການຄ້າຊາຍແດນຈະເດີນໄດ້ກໍຕໍ່ເມື່ອດ່ານທຸກດ່ານທີ່ຢູ່ອ້ອມປະເທດໄທ ຕ້ອງເປີດເພື່ອໃຫ້ການຄ້າລະຫວ່າງພົມແດນເດີນໜ້າໄດ້.”

ທັງນີ້ ລາວກັບໄທມີດ່ານການຄ້າຊາຍແດນລະຫວ່າງກັນ 49 ດ່ານ ຫາກແຕ່ວ່າຍ້ອນການລະບາດຂອງໄວຣັສ COVID-19 ຈຶ່ງຕ້ອງປິດດ່ານຊາຍແດນສ່ວນໃຫຍ່ ເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສ COVID-19 ໂດຍທາງການລາວ-ໄທ ໄດ້ອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານດ່ານຊາຍແດນລະຫວ່າງກັນໄດ້ພຽງ 14 ດ່ານເທົ່ານັ້ນ ນັບແຕ່ປີ 2020 ເປັນຕົ້ນມາ ໂດຍສຳລັບເປົ້າ ໝາຍໃນ 6 ເດືອນທ້າຍປີ 2021 ນີ້ ທາງການໄທ ຈະເຈລະຈາກັບທາງການລາວ ເພື່ອເປີດດ່ານການຄ້າຊາຍແດນເພີ່ມຂຶ້ນອີກ 6 ດ່ານທ່າເຮືອໃນນໍ້າຂອງກໍຄື ທ່າເຮືອຊຽງຄານ-ຊະນະຄາມ, ສີຊຽງໃໝ່-ນະຄອນຫຼວງວຽງຈັນ, ທ່າສະເດັດ-ທ່າເດື່ອ, ນະຄອນພະນົມ-ທ່າແຂກ, ມຸກດາຫານ-ສະຫວັນນະເຂດ ແລະນາຕານ-ລະຄອນເພັງ ຕາມລຳດັບ.

ກະຊວງການຄ້າໄທ ລາຍງານວ່າການຄ້າລະຫວ່າງໄທ ກັບລາວ ໃນຊ່ວງເດືອນມັງກອນ-ເມສາ 2021 ມີມູນຄ່າລວມເກີນກວ່າ 75,905 ລ້ານບາດ ໂດຍເພີ່ມຂຶ້ນເຖິງ 19.81 ເປີເຊັນ ທຽບກັບໄລຍະດຽວກັນໃນປີ 2020 ແລະ ໃນນີ້ເປັນມູນຄ່າການຄ້າຊາຍແດນເກີນກວ່າ 71,175 ລ້ານ ບາດ ໂດຍທີ່ໄທຍັງຄົງເປັນຝ່າຍໄດ້ປຽບດຸນການຄ້າຕໍ່ລາວ ຫຼາຍກວ່າ 15,440 ລ້ານບາດ ເພີ່ມຂຶ້ນກວ່າ 86 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2020 ສະນັ້ນຖ້າຫາກວ່າໄດ້ມີການເປີດດ່ານຊາຍແດນເພີ່ມຂຶ້ນ ກໍຍ່ອມຈະເຮັດໃຫ້ການຄ້າຊາຍແດນລະຫວ່າງ ລາວ-ໄທ ມີມູນຄ່າເພີ່ມຂຶ້ນອີກນັ້ນເອງ.

ສ່ວນ ທ່ານ ກີຣະຕິ ຣັດສໂນ ອະທິບໍດີກົມການຄ້າຕ່າງປະເທດກະຊວງການຄ້າໄທ ຖະແຫຼງວ່າການຄ້າລະຫວ່າງ ໄທ-ລາວ ໃນປີ 2021 ນີ້ຍັງມີປັດໄຈທ້າທາຍຈາກການລະບາດຂອງໄວຣັສ COVID-19 ທັງຍັງມີບັນຫາການແຂງຄ່າຂອງເງິນບາດທີ່ເຮັດໃຫ້ສິນຄ້າ ໄທ ມີລາຄາທີ່ແພງຂຶ້ນດ້ວຍນັ້ນ ກໍຄືປັດໄຈສຳຄັນທີ່ຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວທາງການຄ້າລະຫວ່າງ ໄທ-ລາວ ຢ່າງຫຼີກລ່ຽງບໍ່ໄດ້ ທັງນີ້ເງິນບາດໄດ້ແຂງຄ່າຂຶ້ນກວ່າ 21 ເປີເຊັນ ທຽບໃສ່ເງິນກີບ ກໍຄືອັດຕາແລກປ່ຽນໄດ້ປັບຕົວຂຶ້ນຈາກ 1 ບາດຕໍ່ 271 ກີບໃນເດືອນເມສາ 2020 ເປັນ 1​ ບ້ານຕໍ່ 330 ກີບໃນປັດຈຸບັນນີ້.

ທາງດ້ານກະຊວງອຸດສາຫະກຳ ແລະ ການຄ້າ ລາວ ລາຍງານວ່າໃນຊ່ວງເດືອນມັງກອນ-ເມສາ 2021 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 4,010 ລ້ານໂດລາ ເພີ່ມຂຶ້ນ 34 ເປີເຊັນທຽບໃສ່ໄລຍະດຽວກັນໃນປີ 2020 ໃນນີ້ເປັນການສົ່ງອອກໃນມູນຄ່າ 2,020 ລ້ານໂດລາ ແລະ ນຳເຂົ້າໃນມູນຄ່າ 1,990 ລ້ານໂດລາທີ່ເຮັດໃຫ້ ລາວ ໄດ້ດຸນການຄ້າຕ່າງປະເທດໃນມູນຄ່າ 30 ລ້ານໂດລາ ໂດຍສິນຄ້າທີ່ລາວ ສົ່ງອອກຫຼາຍທີ່ສຸດກໍຄືແຮ່ທອງແດງ, ແຮ່ຄຳປະສົມ, ມັນຕົ້ນ, ກ້ວຍ ແລະ ກາເຟ ສ່ວນສິນຄ້ານຳເຂົ້າຫຼາຍທີ່ສຸດກໍຄືນໍ້າມັນດີເຊລຍານພາຫະນະ, ເຄື່ອງຈັກ, ເຫຼັກ, ວັດສະດຸກໍ່ສ້າງ ແລະ ເຄື່ອງອຸປະໂພກບໍລິໂພກ ໂດຍໄທ ຍັງເປັນຄູ່ຄ້າອັນດັບ 1 ຂອງລາວ ຕິດຕາມດ້ວຍ ຈີນ, ຫວຽດນາມ, ຍີ່ປຸ່ນ ແລະເກົາຫຼີໃຕ້. ສ່ວນຈີນ ນັ້ນກໍໄດ້ກາຍເປັນຕະຫຼາດສົ່ງອອກອັນດັບທີ 1 ຂອງລາວ ຕິດຕາມດ້ວຍ ຫວຽດນາມ, ໄທ, ສະວິດເຊີແລນ ແລະ ເຢຍຣະມັນ.

XS
SM
MD
LG