ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີໄທ ເວົ້າ​ວ່າ ໄດ້ເປີດດ່ານ 24 ແຫ່ງ ທີ່ອະ​ນຸ​ຍາດໃຫ້ນຳເຂົ້າສິນຄ້າກະສິກຳຈາກ​ລາວ ແລະຈະຂະຫຍາຍເວລາໃນການນຳເຂົ້າ ສາລີແລະມັນຕົ້ນ ເພີ້ມອີກ


​ການ​ຂົນ​ສົ່ງ​ມັນ​ຕົ້ນ​ເຂົ້າ​ໄປ​ສູ່​ໂຮງ​ງານ​ປຸງ​ແຕ່​ມັນ​ຕົ້ນ​ແຫ່ງ​ນຶ່ງ​ໃນ​ລາວ (ພາບ​ສະ​ໜອງ​ໃຫ້​ໂດຍ ຊົງ​ລິດ ໂພນ​ເງິນ)
​ການ​ຂົນ​ສົ່ງ​ມັນ​ຕົ້ນ​ເຂົ້າ​ໄປ​ສູ່​ໂຮງ​ງານ​ປຸງ​ແຕ່​ມັນ​ຕົ້ນ​ແຫ່ງ​ນຶ່ງ​ໃນ​ລາວ (ພາບ​ສະ​ໜອງ​ໃຫ້​ໂດຍ ຊົງ​ລິດ ໂພນ​ເງິນ)

ລັດຖະມົນຕີກະຊວງການຄ້າຂອງໄທ ຢືນຢັນວ່າ ໄດ້ເປີດ​ດ່ານ​ຊາຍ​ແດນ 24 ແຫ່ງເພື່ອ​ຮອງ​ຮັບ​ການ​ນຳ​ເຂົ້າສິນ​ຄ້າ​ກະ​ສິ​ກຳ ເພີ້ມ​ຂຶ້ນ ທັງ​ຍັງ​ຈະ​ຂະ​ຫຍາຍ​ເວ​ລາ​ໃນ​ການ​ນຳ​ເຂົ້າ​ສາ​ລີ ແລະ​ມັນ​ຕົ້ນ​ຈາກ​ລາວ ເພີ້ມ​ຂຶ້​ນ​ອີກ​ດ້ວຍ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັ​ບ​ຕໍ່​ໄປ.

ທ່ານ ຈຸຣິນ ລັກສະນະວິສິດ ຮອງນາ​ຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຄ້າໄທ ຖະແຫຼງ ຢືນຢັນວ່າກະ​ຊວງການຄ້າຂອງໄທ ໄດ້​ອະ​ນຸ​ຍາດ​ໃຫ້​ສາ​ມາດນຳ​ເຂົ້າມັນ​ຕົ້ນຈາກ​ລາວ​ໄດ້​ໃນປະ​ລິ​ມານ​ທີ່​ຕ້ອງ​ການ​ຕົວ​ຈິງ​ຂອງ​ພາຍ​ໃນ​ປະ​ເທດ ທັງ​ນີ້ ໂດຍ​ໄດ້​ເປີດ​ດ່ານ​ຊາຍ​ແດນ​ໃນ 24 ​ແຂວງເພື່ອ​ຮອງ​ຮັບ​ການ​ນຳ​ເຂົ້າ​ດັ່ງ​ກ່າວຢ່າງ​ເປັນ​ທາງ​ການ​ແລ້ວ ໃນ​ຂະ​ນະ​ນີ້ ແລະ​ ປັດ​ຈຸ​ບັນ​ກຳ​ລັງ​ພິ​ຈາ​ລະ​ນາ​ຂະ​ຫຍາຍ​ເວ​ລາ​ໃນ​ການ​ນຳ​ເຂົ້າ​ສາ​ລີຈາກ​ລາວ​ເພີ້ມ​ຂຶ້ນ ຕາມ​ການ​ຮຽກ​ຮ້ອງ​ຈາກ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ​ຂອງ​ລາວ ໂດຍ​ຄາດ​ວ່າ​ການ​ຂະ​ຫຍາຍ​ໄລ​ຍະ​ເວ​ລາ​ດັ່ງ​ກ່າວນີ້ ຈະ​ເລີ້ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ ໃນ​ໄວໆ​ນີ້ ເຊັ່ນ​ດຽວກັນ ດັ່ງ​ທີ່​ທ່ານ​ຈຸ​ຣິນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ທາງການລາວຂໍໃຫ້ພວກເຮົາຂະຫຍາຍເວລາການອະ​ນຸ​ມັດນໍາເຂົ້າສາລີຈາກລາວ ເຂົ້າມາໄທ ເນື່ອງ​ຈາກວ່າ ປັດຈຸບັນພວກເຮົາອະນຸຍາດໃຫ້ສະ​ເພາະ​ຊ່ວງວັນ​ທີ 1 ກຸມ​ພາ ເຖິງ 31 ສິ​ງ​ຫາ​ຂອງ​ທຸກ​ປີ ເປັນ​ເວ​ລາ ພຽງແຕ່ 7 ເດືອນ, ປະ​ເດັນທີສອງກໍ​ຄືມັນຕົ້ນທີ່ທາງການລາວ ຢາກຈະສົ່ງໄປໄທ ທີ່​ມີຄວາມ ສະດວກສະບາຍຂຶ້ນ ຂ້າ​ພະ​ເຈົ້າ​ໄດ້​ແຈ້ງ​ໃຫ້​ຊາບແລ້ວ​ວ່າ ໃນ​ຂະ​ນະ​ນີ້​ໄທ​ອະ​ນຸ​ຍາດ​ໃຫ້ມັນຕົ້ນຂອງ ລາວສົ່ງມາໄທໃນ 24 ແຂວງ.”

ທັງນີ້ລາວກັບໄທມີດ່ານການຄ້າຊາຍແດນລະຫວ່າງກັນທັງໝົດ 49 ດ່ານ ແຕ່ວ່າດ້ວຍການລະບາດ ຂອງໄວຣັສໂຄວິດ-19 ນັບແຕ່ປີ 2020 ຈຶ່ງຕ້ອງປິດດ່ານຊາຍແດນສ່ວນໃຫຍ່ເພື່ອສະກັດກັ້ນການ ລະບາດດັ່ງກ່າວ ໂດຍທາງການສອງຝ່າຍໄດ້ອະນຸຍາດໃຫ້ສາມາດຂົນສົ່ງສິນຄ້າຜ່ານດ່ານຊາຍ ແດນ ລະຫວ່າງກັນໄດ້ພຽງ 14 ດ່ານເທົ່ານັ້ນ ຊຶ່ງການຈຳກັດຈຳນວນດ່ານການຄ້າຊາຍແດນດັ່ງກ່າວ ໄດ້ ດຳເນີນຢ່າງຕໍ່ເນື່ອງຈົນເຖິງເດືອນມິຖຸນາ 2022 ນາຍົກລັດຖະມົນຕີລາວ ແລະ ໄທຈຶ່ງໄດ້ຕົກລົງ ຮ່ວມກັນເພື່ອໃຫ້ເປີດດ່ານຊາຍແດນທຸກແຫ່ງລະຫວ່າງລາວ-ໄທ ນັບແຕ່ນັ້ນເປັນຕົ້ນມາ.

ການ​ຄ້າ​ລະ​ຫວ່າງລາວກັບ​ໄທໃນໄລຍະ 10 ເດືອນຂອງປີ 2022 ນີ້ມີມູນຄ່າເພີ່ມຂຶ້ນເຖິງ 15 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2021 ທີ່ຜ່ານມາ ແລະ​ການ​ນຳ​ເຂົ້າ ສິນ​ຄ້າ​ກະ​ສິ​ກຳ ຈາກ​ລາວ​ເພີ້ມ​ຂຶ້ນ​ດັ່ງ​ກ່າວນີ້ ກໍ​ຄື​ພາກ​ສ່ວນ​ນຶ່ງຂອງ​ເປົ້າ​ໝາຍການຄ້າລະຫວ່າງລາວ-ໄທ ທີ່ຈະເຮັດ​ໃຫ້ມີມູນຄ່າເພີ່ມຂຶ້ນເປັນ 363,000 ກວ່າລ້ານບາດ ໃນປີ 2025 ໂດຍສະເພາະແມ່ນການຄ້າຊາຍແດນລະຫວ່າງລາວ-ໄທນັ້ນ

ຄິດສັດ​ສ່ວນ​ເຖິງ 93.5 ເປີ​ເຊັນຂອງ​ມູນ​ຄ່າການ​ຄ້າລະ​ຫວ່າງ​ລາ​ວ-ໄທ​ໃນ​ແຕ່​ລະ​ປີແລະ​ຍັງ​ມີ​ທ່າ​ອ່ຽງເພີ້ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ ແຕ່​ບັນ​ຫາສຳ​ຄັນ​ຂອງ​ການ​ຜະ​ລິດ​ສິນ​ຄ້າກະ​ສິ​ກຳ​ໃນ​ລາວ​ກໍ​ຄື ການ​ມີ​ຖະ​ໜົນ​ຢ່າງ​ຈຳ​ກັດ ຈຶ່ງ​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສູງກວ່າ​ໄທ​ນັ້ນ​ເອງ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ໄທ​ທີ່​ລົງ​ທືນ​ໃນ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

"ໃນ​ເລື້ອງການຂົນສົ່ງ ເປັນຫຍັງຂ້າ​ພະ​ເຈົ້າຢາກໃຫ້ເຈົ້າເບິ່ງແບບນັ້ນ. ເພາະວ່າ ຕົ້ນ​ທຶນໃນການ ຂົນສົ່ງເມື່ອທຽບກັບເມືອງໄທແລ້ວ ກໍ​ຄື​ຢູ່ໃນລາວນີ້​ສູງກວ່າ. ສະ​ນັ້ນ ເມື່ອເບິ່ງທຸລະກິດ, ພວກເຮົາ ຈະຕ້ອງເບິ່ງທຸລະກິດທັງ​ການຜະລິດ ແລະການ​ຈຳ​ໜ່າຍ ຂ້າ​ພະ​ເຈົ້າບໍ່ຢາກໃຫ້ຄິດສະ​ເພາະການ ຜະລິດເທົ່ານັ້ນ ແລ້ວ​ວ່າມັນມີລາຄາຖືກກວ່າ ກາຍ​ເປັນ​ວ່າເມື່ອມີການຈັດ​ຈຳ​ໜ່າຍແລ້ວ​ມັນ ກໍເຮັດ ໃຫ້ຄ່າຂົນສົ່ງແພງກວ່າ. ນັ້ນແມ່ນສິ່ງ​ທີ່ , ຂ້າ​ພະ​ເຈົ້າຢາກໃຫ້ຄິດລວມຕັ້ງແຕ່​ຕົ້ນ​ນ້ຳ​ຢັນ​ຮອດປາຍ​ນ້ຳ​ ຈົນກະ​ທັ້ງ​ເຖິງ​ລູກ​ຄ້າ​ອີກ ເຊັ່ນໃນ​ສ່ວນເສັ້ນທາງແຂວງ​ຕໍ່ນີ້ ກໍຍັງເປັນບັນຫາຢູ່ ເຊັ່ນ​ວ່າ ມີສະພາບຖະ​ໜົນທີ່ບໍ່ຄ່ອຍດີປານ​ໃດ.”

ທັງນີ້ໂດຍພາບລວມການຄ້າລະຫວ່າງລາວ-ໄທໃນ 3 ໄຕມາດຂອງປີ 2022 ໄດ້ຂະຫຍາຍຕົວເພີ່ມຂຶ້ນ 20.97 ເປີເຊັນທຽບໃສ່ໄລຍະດຽວກັນໃນປີ 2021 ໂດຍມີມູນຄ່າການຄ້າລວມ 204,775 ກວ່າລ້ານບາດ ໃນນີ້ໄທນຳເຂົ້າສິນຄ້າຈາກລາວ 90,340.8 ລ້ານບາດ ເພີ່ມຂຶ້ນ 17.45 ເປີເຊັນ ແລະ ໄທສົ່ງສິນຄ້າ ມາລາວໃນມູນຄ່າລວມ 114,434.68 ລ້ານບາດ ເພີ່ມຂຶ້ນ 23.91 ເປີເຊັນ ເຮັດໃຫ້ໄທເປັນຝ່າຍ ໄດ້ປຽບດຸນການຄ້າຕໍ່ລາວ ຄິດເປັນມູນຄ່າລວມ 24,093.89 ລ້ານບາດ ເພີ່ມຂຶ້ນເຖິງ 55.97 ເປີເຊັນ ໂດຍພະລັງງານໄຟຟ້າເປັນສິນຄ້າອັນດັບ 1 ທີ່ໄທນຳເຂົ້າຈາກລາວ ສ່ວນນໍ້າມັນເຊື້ອໄຟ ກໍຄືສິນຄ້າທີ່ ລາວນຳເຂົ້າຈາກໄທຫຼາຍທີ່ສຸດດ້ວຍເຫດນີ້ຈຶ່ງຄາດໝາຍວ່າລາວຍັງຈະຕ້ອງປະເຊີນກັບການຂາດດຸນການຄ້າຕໍ່ໄທເພີ່ມຂຶ້ນອີກ ເພາະນອກຈາກຈະຕ້ອງນຳເຂົ້ານໍ້າມັນເຊື້ອໄຟທີ່ມີລາຄາແພງຂຶ້ນແລ້ວ ຍັງຈະຕ້ອງ ນຳເຂົ້າສິນຄ້າອຸປະໂພກບໍລິໂພກທີ່ມີລາຄາສູງຂຶ້ນອີກດ້ວຍ ໃນຂະນະທີ່ພາກການຜະລິດສິນຄ້າຂອງລາວ ກໍຍັງບໍ່ຫຼາກຫຼາຍ ຈຶ່ງບໍ່ສາມາດເພີ່ມການສົ່ງອອກໄປຕ່າງປະເທດໄດ້ເລີຍນັ້ນ​ເອງ.

XS
SM
MD
LG