ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໘ ເມສາ ໒໐໒໕

ກຸ່ມອາຊຽນ ກັບ 3 ປະເທດຄູ່ເຈລະຈາ ຕົກລົງຮ່ວມມືກັນປາບປາມການຄ້າຢາເສບຕິດ ແລະແກັ່ງອາດຊະຍາກຳຂ້າມຊາດ


ລາວ-ໄທຮ່ວມມືກັນປາບປາມຢາເສບຕິດໃນປີຜ່ານມາ.
ລາວ-ໄທຮ່ວມມືກັນປາບປາມຢາເສບຕິດໃນປີຜ່ານມາ.

ບາງກອກ: ລັດຖະມົນຕີໄທ ຢືນຢັນວ່າ ກຸ່ມອາຊຽນກັບ 3 ປະເທດຄູ່ເຈລະຈາຂອງອາຊຽນ ຕົກລົງເສິມຂະຫຍາຍການຮ່ວມມືກັນຢ່າງໃກ້ຊິດ ເຂ້າໃນການປາບປາມການຄ້າຢາເສບຕິດ ແລະແກັ່ງອາດຊະຍາກຳຂ້າມຊາດ.

ສືບເນື່ອງຈາກອາຊຽນໄດ້ກາຍເປັນແຫລ່ງຜະລິດ ແລະຕະຫຼາດຮອງຮັບຢາເສບຕິດທັງເປັນທາງຜ່ານໃນການລັກລອບຂົນສົ່ງຢາເສບຕິດຂ້າມຊາດ ທີ່ມີເຄືອຂ່າຍໃຫຍ່ທີ່ສຸດໃນໂລກດ້ວຍນັ້ນ ໄດ້ເຮັດໃຫ້ອາຊຽນ ຕ້ອງເສິມຂະຫຍາຍການຮ່ວມມືກັບສາກົນຢ່າງຮີບດ່ວນທີ່ສຸດ ໂດຍສະເພາະແມ່ນການຮ່ວມມື ໃນດ້ານຂໍ້ມູນກ່ຽວກັບນັກຄ້າຢາເສບຕິດລາຍໃຫຍ່ ທີ່ຖືກອອກໝາຍຈັບໂດຍທາງການຕຳຫຼວດຂອງອາຊຽນ ແລະ 3 ປະເທດຄູ່ເຈລະຈາຂອງອາຊຽນ ກໍຄືຈີນ, ຍີ່ປຸ່ນ ແລະເກົາຫລີໃຕ້ນັ້ນ ຖືເປັນວາລະແຫ່ງຊາດ ທີ່ຈະຕ້ອງຮ່ວມມືກັນຢ່າງຮີບດ່ວນທີ່ສຸດ ເພາະປາກົດວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ ທີ່ຖືກອອກໝາຍຈັບນັ້ນ ໄດ້ພາກັນຫລົບໜີການຈັບກຸມຈາກປະເທດທີ່ອອກໝາຍຈັບໄປຫລົບລີ້ຢູ່ໃນປະເທດເພື່ອນບ້ານເພີ້ມຂຶ້ນນັບມື້ ຈຶ່ງເປັນການຍາກທີ່ຈະຕິດຕາມຈັບກຸມ ຖ້າຫາກບໍ່ມີການຮ່ວມມືກັນໃນດ້ານຂໍ້ມູນນັ້ນເອງ ດັ່ງທີ່ທ່ານທະວີ ສອດສ່ອງ ລັດຖະມົນຕີກະຊວງຍຸຕິທຳຂອງໄທ ຖະແຫຼງຢືນຢັນວ່າ “ສິ່ງທີ່ສຳຄັນກໍຄື 10 ປະເທດອາຊຽນບວກກັບປະເທດຈີນ ປະເທດຍີ່ປຸ່ນ ແລະປະເທດເກົາຫຼີໃຕ້ ພວກເຮົາມອງວ່າ ຢາເສບຕິດເປັນວາລະຂອງພາກພື້ນ ຫລື ອາດຊະຍາກຳຂ້າມຊາດ ທີ່ມີຄວາມຮຸນແຮງສູງສຸດ ພວກເຮົາກໍຈະຮ່ວມກັນແລກປ່ຽນຂໍ້ມູນ ແລ້ວກໍຈະດໍາເນີນຄະດີ ເຊັ່ນ ຜູ້ບົງການມາຈາກປະເທດມຽນມາ ປະເທດລາວ ແລະປະເທດຈີນ ກໍຈະເອົາໝາຍຈັບຂອງພວກເຮົາ ເພື່ອໄປຈັບກຸມບຸກຄົນຜູ້ນັ້ນ ມາດໍາເນີນຄະດີ ພວກເຮົາເອີ້ນຍຸດທະການນີ້ວ່າ ຕັດໄຟແຕ່ຕົ້ນລົມ ຄືແກ້ໄຂບັນຫາທີ່ຕົ້ນເຫດ.”

ໂດຍບັນດານັກຄ້າຢາເສບຕິດລາຍໃຫຍ່ ທີ່ຫລົບໜີການຈັບກຸມດັ່ງກ່າວ ໄດ້ແຝງຕົວເປັນນັກທຸລະກິດການຄ້າແລະລົງທຶນຢູ່ໃນປະເທດທີ່ຫລົບຊ່ອນຕັວນັ້ນ ຈຶ່ງເປັນການຍາກທີ່ຈະຕິດຕາມຈັບກຸມຕົວໄດ້ຢ່າງເທົ່າທັນ ນອກຈາກຈະໄດ້ຮັບການຮ່ວມມືລະຫວ່າງກັນຢ່າງຈິງຈັງເທົ່ານັ້ນ ໂດຍເມື່ອບໍ່ດົນມານີ້ ທາງການໄທ ກໍໄດ້ຈັດສົ່ງຂໍ້ມູນທີ່ກ່ຽວກັບນັກຄ້າຢາເສບຕິດລາຍໃຫຍ່ຈຳນວນ 48 ຄົນໃຫ້ກັບທາງການລາວ ເນື່ອງຈາກວ່າ ນັກຄ້າຢາເສບຕິດລາຍໃຫຍ່ທັ້ງ 48 ຄົນດັ່ງກ່າວນີ້ ໄດ້ຫລົບໜີການຈັບກຸມຈາກໄທ ໄປຫລົບລີ້ຢູ່ໃນລາວ ແຕ່ວ່າກໍຍັງສືບຕໍ່ດຳເນີນການລັກລອບຂົນສົ່ງຢາເສບຕິດຂ້າມແມ່ນ້ຳຂອງ ຈາກລາວໄປໄທ ເລື້ອຍມາ ຊຶ່ງກໍເຊັ່ນດຽວກັນກັບບັນດານັກຄ້າຢາເສບຕິດລາຍໃຫຍ່ ທີ່ໄດ້ຫລົບໜີໄປຫລົບລີ້ຢູ່ມຽນມາ ດັ່ງທີ່ ທ່ານພົນຕຳຫລວດໂທ ພານຸຣັດ ຫລັກບຸນ ເລຂາທິການສຳນັກງານຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ “ປະກົດການທີ່ເກີດຂຶ້ນໃນຂະນະນີ້ ກໍຄືພວກເຮົາສາມາດສະກັດກັ້ນຢາເສບຕິດໄດ້ຢ່າງມີປະສິດທິພາບ ແຕ່ສິ່ງທີ່ເກີດຂຶ້ນກໍຄືແຫຼ່ງຜະລິດຢາເສບຕິດບໍ່ໄດ້ຢູ່ໃນປະເທດຂອງພວກເຮົາ ພໍ່ຄ້າຢາເສບຕິດລາຍໃຫຍ່ ໄປຫລົບລີ້ຢູ່ໃນປະເທດເພື່ອນບ້ານ ບໍ່ວ່າຈະເປັນ ມຽນມາ ຫຼື ສປປ ລາວ ສະນັ້ນ ກົນໄກຫຼືເຄື່ອງມືທີ່ເອົາມາໃຊ້ກໍຄືກົດໝາຍການຮ່ວມມື ລະຫວ່າງປະເທດ ໝາຍຄວາມວ່າ ພາກສ່ວນທີ່ບັງຄັບໃຊ້ກົດໝາຍ ຈະເກັບກໍາຮີບໂຮມພະຍານຫຼັກຖານ ພາຍໃຕ້ການຮ່ວມມື ລະຫວ່າງປະເທດ ກໍຄືການອອກໝາຍຈັບ ແລ້ວກະຍຶດຊັບສິນທັງໝົດ."

ທັງນີ້ໂດຍທາງການຕຳຫຼວດ ຈີນ-ມຽນມາ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອຕາມແນວແມ່ນ້ຳຂອງ ລະຫວ່າງ 4 ປະເທດມາແລ້ວ 147 ຄັ້ງ ໂດຍສະເພາະແມ່ນໃນໄລຍະປີ 2023-2024 ນັ້ນ ກໍເຮັດໃຫ້ທາງການຕຳຫຼວດໄທ ຈັບກຸມນັກຄ້າຢາເສບຕິດໄດ້ຫລາຍກວ່າ 200,000 ຄົນ ແລະຍຶດຊັບຂອງຜູ້ຖືກກ່າວຫາໄດ້ເກີນກວ່າ 40,000 ລ້ານບາດ ໃນຂະນະທີ່ຕຳຫຼວດລາວ ກໍສາມາດສະກັດຈັບການລັກລອບຄ້າຍາເສບຕິດໄດ້ເຖິງ 18,976 ກໍລະນີ ຈັບຜູ້ຕ້ອງຫາໄດ້ 32,000 ກວ່າຄົນ ຢຶດຢາບ້າໄດ້ກວ່າ 64 ໂຕນ ຍຶດອາວຸດ ແລະອຸປະກອນສື່ສານທັນສະໄໝໄດ້ຫລາຍກວ່າ 53,000 ລາຍການ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG