ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີໄທ ຮຽກຮ້ອງໃຫ້ຍຶດຊັບສິນ ຜູ້ຄ້າຢາເສບຕິດ ໃນເຂດລຸ່ມແມ່ນໍ້າຂອງຫຼາຍຂຶ້ນ


ຜູ້ຄ້າຢາເສບຕິດ ທີ່ຖືກຈັບຢູ່ໃນປະເທດໄທ.
ຜູ້ຄ້າຢາເສບຕິດ ທີ່ຖືກຈັບຢູ່ໃນປະເທດໄທ.

ລັດຖະມົນຕີໄທ ຮຽກຮ້ອງໃຫ້ມີການຮ່ວມມືກັນຫຼາຍຂຶ້ນ ໃນການຍຶດຊັໍບສິນຂອງນັກຄ້າ
ຢາເສບຕິດໃນເຂດລຸ່ມແມ່ນໍ້າຂອງ ໂດຍເຊື່ອໝັ້ນວ່າ ຈະເຮັດໃຫ້ຂະບວນ ການຄ້າຢາ
ເສບຕິດມີຄວາມອາດສາມາດຫລົດລົງ ຊຶ່ງຊົງລິດ ໂພນເງິນ ມີລາຍ ງານຈາກບາງກອກ.

ທ່ານສົມສັກ ເທບສຸທິນ ລັດຖະມົນຕີກະຊວງຍຸຕິທຳຂອງໄທ ໄດ້ຖະແຫຼງຕໍ່ກອງປະຊຸມ
ລະດັບເຈົ້າໜ້າທີ່ຂັ້ນສູງ ວ່າດ້ວຍການຮ່ວມມືເພື່ອການປ້ອງກັນ ແລະປາບ ປາມການຄ້າ
ຢາເສບຕິດ ລະຫວ່າງ 6 ປະເທດ ໃນເຂດລຸ່ມແມ່ນໍ້າຂອງ ທີ່ກະຊວງຍຸຕິທຳຂອງໄທ
ເປັນເຈົ້າພາບຈັດການປະຊຸມຢ່າງເປັນທາງການຢູ່ທີ່ບາງກອກ ເມື່ອບໍ່ນານມານີ້ວ່າມາດ
ຕະການສຳຄັນປະການນຶ່ງທີີ່ມີປະສິດທິພາບສູງ ແລະເຊື່ອ ໝັ້ນວ່າຈະເຮັດໃຫ້ຂະບວນ
ການຄ້າຢາເສບຕິດ ໃນລຸ່ມແມ່ນຂອງມີຄວາມອາດສາມາດ ຫລົດລົງຢ່າງເປັນຮູບປະ
ທຳກໍຄືການເຊື່ອມຕໍ່ລະບົບຂໍ້ມູນກ່ຽວ ກັບເຄືອຂ່າຍ ແລະຊັບສິນຂອງນັກຄ້າຢາເສບຕິດ
ໃນ 6 ປະເທດລຸ່ມແມ່ນໍ້າຂອງເຂົ້າດ້ວຍກັນ ເພື່ອທີ່ວ່າຈະໄດ້ນໍາໃຊ້ຂໍ້ມູນໃຫ້ເປັນປະ
ໂຫຍດຕໍ່ການຕິດຕາມຈັບກຸມ ແລະຍຶດເອົາຊັບສິນ ຂອງນັກຄ້າຢາເສບຕິດໄດ້ຢ່າງມີ
ປະສິດທິພາບ.

ໂດຍສະເພາະແມ່ນການຍຶດເອົາຊັບສິນຂອງນັກຄ້າຢາເສບຕິດນັ້ນກໍຍັງຖືເປັນການຕັດ
ປັດໄຈສຳຄັນທີ່ສຸດໃນການດຳເນີນງານ ຂອງຂະບວນການຄ້າຢາຕິດຂ້າມຊາດ ອີກດ້ວຍ
ເພາະສະນັ້ນທາງການໄທຈຶ່ງໄດ້ວາງເປົ້າໝາຍທີ່ຈະຍຶດເອົາຊັບສິນຂອງ ນັກຄ້າຢາເສບ
ຕິດໃນໄທເພີ້ມຂຶ້ນໃຫ້ໄດ້ເຖິງ 10 ເທົ່າໃນປີ 2021 ທຽບກັບ ໃນປີ 2020 ທີ່ຜ່ານມາດັ່ງທີ່
ທ່ານສົມສັກ ໄດ້ຖະແຫຼງຮຽກຮ້ອງ ແລະຢືນຢັນວ່າ:

“ຂໍໃຫ້ຂະຫຍາຍການຮ່ວມມືໃການສືບສວນ ແລະປາບປາມເຄື່ອຄ່າຍການຄ້າຢາເສບ
ຕິດລາຍສຳຄັນຢ່າງເຕັມທີ່ ທັງການທຳລາຍວົງຈອນ ແລະເຄືອຂ່າຍການ ຄ້າ ການຂະ
ຫຍາຍຜົນຍຶດຊັບ ແລະການແລກປ່ຽນຂ່າວສານເພື່ອເປັນການຍົກ ລະດັບຄວາມຮ່ວມມື
ໂດຍໃນສ່ວນຂອງປະເທດໄທ ຂ້າພະເຈົ້າກໍໄດ້ມີນະໂຍບາຍທີ່ຊັດເຈນໃນການຍຶດຊັບ
ເພື່ອຕັດວົງການຄ້າຢາເສບຕິດ ກ່າວຄືລັດຖະບານໄທຕັ້ງເປົ້າໝາຍທີ່ຈະຍຶດຊັບສິນນັກ
ການຄ້າຢາເສບຕິດໃຫ້ໄດ້ຫຼາຍຂຶ້ນ 10 ເທົ່າຈາກ ເດີມທີ່ເຄີຍດຳເນີນກັນມາ.

ສ່ວນພົນໂທວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະງົບຖະແຫຼງຕໍ່
ກອງປະຊຸມວ່າດ້ວຍການປ້ອງກັນຄວາມສະຫງົບໃນລາວ ເມື່ອບໍ່ນານ ມານີ້ວ່າ ມາດຕະ
ການສຳຄັນທີ່ຈະສຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນຕະ ຫຼອດປີ 2021 ກໍຄືການ
ດຳເນີນມາດຕະການລົງໂທດຕໍ່ພະນັກງານລັດ ແລະເຈົ້າ ໜ້າທີ່ຕຳຫຼວດທຸກຄົນທີີ່ມີສ່ວນ
ພົວພັນກັບກຸ່ມແກ່ງອາດສະຍາກອນ ໂດຍສະເພາະ ແມ່ນແກ່ງຄ້າຢາເສບຕິດຂ້າມຊາດ
ນັ້ນຖືເປັນບັນຫາທີ່ສັງຄົມລາວໄດ້ມີການຕັ້ງ ຂໍ້ ສົງໄສຕໍ່ບົດບາດຂອງເຈົ້າໜ້າທີ່ຕຳຫຼວດ
ຫຼາຍທີ່ສຸດ ໂດຍເຊື່ອວ່າການທີ່ແກ່ງອາດ ສາມາດລັກລອບຂົນສົ່ງຢາເສບຕິດໄດ້ຢ່າງ
ຫຼວງຫຼາຍນັ້ນກໍຍ້ອນວ່າ ໄດ້ຮັບການ ຊ່ວຍເຫຼືອຈາກເຈົ້າໜ້າທີ່ຕຳຫຼວດລາວນັ້ນເອງ
ດັ່ງທີ່ພົນໂທວິໄລ ໄດ້ໃຫ້ການ ຢືນຢັນວ່າ:

“ສັງຄົມເຂົາເຈົ້າກະສ່ອງແສງ ເປັນຫຍັງມັນມີຫວ້ານ ມີຢາຫຼາຍແທ້ ເຂົາວ່າຕຳຫຼວດ
ທະຫານນີ້ເຂົ້າຮ່ວມ ເຂົາວ່າແນວນັ້ນເດ້ ດຽວນີ້ໃຫ້ແກ້ແທ້ເດ້ກຳລັງຢູ່ນຳຜູ້ ໄດ້ ຖືກຜູ້ໃດເ
ອົາອອກໂລດຈາກກຳລັງບໍ່ໃຫ້ຢູ່ອີກ ໃສ່ວິໃນ ໃສ່ໂທດ ໃສ່ລະບຽບ ໂລດ ເວົ້າເຈົ້າເປັນ
ໜ້າທີ່ ເປັນເຈົ້າໜ້າທີ່ໄປເຮັດແນວນັ້ນ ໃຜຊິນັບຖືບັດນີ້ ສັງຄົມ ກະເວົ້າເລື້ອຍໆ ຮອດ
ສະພາເພີ່ນກະເວົ້າເດ້ ມັນກະໄປໄດ້ແທ້ຢາ ມັນບໍ່ແມ່ນຄືໂຕ ແມງໝີ່ ແມງວັນ ມັນເປັນ
ເທົ່າໄດ້ຕັນລາກໃສ່ລົດໄປໄດ້ແມ່ນຍ້ອນຫຍັງ ຂອງ ຕຳຫຼວດຫັ້ນ ເອື້ອອຳນວຍຄວາມ
ສະດວກ ທະຫານພາກັນໄປເຮັດເຂົາວ່າແນວ ນັ້ນເດ້.”

ທັງນີ້ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງເປົ້າໝາຍສະກັດກັ້ນ ແລະແກ້ບັນຫາອາດ
ຊະຍາກຳທີ່ສົ່ງຜົນກະທົບຕໍ່ສັງຄົມລາວໃຫ້ໄດ້ເຖິງ 90 ເປີເຊັນຂອງອາດ ຊະຍາກຳທີ່
ເກີດຂຶ້ນທັງໝົດດ້ວຍການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງບັນດາ
ພະນັກງານປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກວ່າໃນຊ່ວງທີ່ຜ່ານມາ ເພາະວ່າບັນຫາ
ໄພສັງຄົມໄດ້ກາຍເປັນບັນຫາທີ່ຮຸ່ນແຮງເພີ້ມຂຶ້ນນັບມື້່ ໂດຍສະ ເພາະແມ່ນການກໍ່ອາດ
ຊະຍາກຳ ທີ່ພົວພັນກັບແກ່ງຄ້າຢາເສບຕິດ ຊຶ່ງໃນ 2 ປີ ຜ່ານມາ ທາງການລາວຈັບນັກ
ຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,430 ກວ່າຄະດີ ຍຶດຢາບ້າໄດ້ເຖິງ 37
ກວ່າລ້ານເມັດ ເຮໂຣອິນກວ່າ 735 ກິໂລກຣາມ ຢາໄອຊ໌ 2 ໂຕນກວ່າ ກັນຊາ 6.3 ໂຕນ
ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 80 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດປືນ
ແລະອຸບປະກອນສື່ ສານທັນສະໄໝຫຼາຍກວ່າ 10,000 ລາຍການ.

ທາງດ້ານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ລາຍງານວ່າມີເຍົາວະຊົນລາວກວ່າ
400,000 ຄົນ ທີ່ຢູ່ໃນສິ່ງແວດລ້ອມທີີ່ມີຄວາມສ່ຽງສູງທີ່ຈະໄປຫຍຸ້ງກ່ຽວກັບ ຢາເສບຕິດ
ໂດຍສະເພາະແມ່ນການເຂົ້າໄປມີສ່ວນໃການຄ້າຢາເສບຕິດທີ່ເພີ້ມ ຂຶ້ນນັບມື້ນັ້ນ ສ່ວນ
ອົງການຄວບຄຸມຢາເສບຕິດ ແລະອາດຊະຍາກຳແຫ່ງສະຫະ ປະຊາຊາດ (UNODC)
ປະເມີນວ່າມີການລັກລອບປູກຝິ່ນ 15,000 ກວ່າເຮັກ ຕາ ໃນແຂວງພາກເໜືອຂອງລາວ
ແລະກວ່າ 50,000 ເຮັກຕາໃນມຽນມາ ກັບອີກ 5,000 ກວ່າເຮັກຕາ ໃນພາກເໜືອ
ຂອງໄທ.

XS
SM
MD
LG