ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບໄທ​ ​ປະກາດ​ໃຊ້ ກົດ​ໄອ​ຍະ​ການ​ເສິກ ​ເພື່ອຮັກ​ສາ ​ຄວາມ​ສະ​ງົບ​ (ວີດີໂອ/ສະໄລດ໌)


Thai Army Intervenes in Political Standoff, Declares Martial Law
please wait

No media source currently available

0:00 0:02:05 0:00
ກອງທັບ​ໄທໄດ້​ປະກາດ​ໃຊ້ກົດ​ໄອ​ຍະ​ການ​ເສິກ ​ໂດຍ​ກ່າວ​ວ່າ
ຕົນ​ໄດ້​ດຳເນີນການດັ່ງກ່າວ​ນີ້ “ເພື່ອ​ຮັກສາ​ຄວາມ​ສະ​ງົບ​
ແລະ​ຄວາມເປັນລະບຽບຮຽບຮ້ອຍ”
ຫລັງຈາກ​ຫຼາຍ​ໆເດືອນ
​ ທີ່ໄດ້ເກີດ​ຄວາມ​ຮຸນ​ແຮງ ໃນການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ.

​ໃນ​ການປະກາດ​ທາງ​ໂທລະພາບ​ໃນ​ເຊົ້າວັນ​ອັງຄານ​ມື້​ນີ້,
ທ່ານ​ນາຍ​ພົນ ປຣະຍຸດ ຈັນ-​ໂອຊາ​ ກ່າວປ້ອງກັນ ກ່ຽວກັບ
ການເຄື່ອນໄຫວນີ້ວ່າ ມັນຈຳເປັນເພື່ອແກ້ໄຂວິກິດການທາງ
ການເມືອງຂອງປະເທດ.

ນາຍພົນ ປຣະຍຸດ ກ່າວວ່າ “ກອງທັບບົກນັ້ນ ໝຸ້ງຫວັງ
ທີ່ຈະນຳພາຄວາມສະງົບ ຮຽບຮ້ອຍ ມາສູ່ບ້ານເມືອງ ອັນເປັນທີ່ຮັກຍິ່ງຂອງຄົນ
ໄທທຸກຄົນໂດຍໄວທີ່ສຸດ ຂໍໃຫ້ທຸກພວກ ທຸກຝ່າຍນັ້ນ ຢຸດການເຄື່ອນໄຫວເພື່ອ
ເຂົ້າສູ່ຂະບວນການໃນການແກ້ບັນຫາຂອງຊາດຢ່າງຢັ້ງຢືນ ໂດຍໄວ. ອຳນາດ
ຕາມຄວາມ..ໃນມາດຕາຕ່າງໆຂອງພະລາດຊະບັນຍັດ ກົດ​ໄອ​ຍະການ​ເສິກ ພຸດທະສັກກະລາດ 2457 ນັ້ນ ຈະແຈ້ງໃຫ້ຊາບໂດຍທົ່ວກັນ ກະຂໍໃຫ້ປະຊາ
ຊົນ ດຍທົ່ວໄປນັ້ນຢ່າຕື່ນຕົກໃຈ ຍັງຄົງທຳໜ້າທີ່ໄປຕາມປົກກະຕິ ທຸກປະ
ການ.”


ນາຍພົນປຣະຍຸດ ໄດ້ພົບປະໃນວັນອັງຄານມື້ນີ້ ກັບພວກເຈົ້າໜ້າທີ່ອະວຸໂສຂອງຫຼາຍໆ
ພະແນກການຂອງລັດຖະບານ.

ທ່ານຮຽກຮ້ອງໃຫ້ເປີດການເຈລະຈາລະຫວ່າງພັກຝ່າຍ ທີ່ເປັນປໍລະປັກ ແຕ່ກໍເວົ້າວ່າ ກົດໄອຍະການເສິກຈະມີຜົນບັງຄັບໃຊ້ຕໍ່ໄປ ຈົນກວ່າຈະມີການຟື້ນຟູກົດໝາຍ​ແລະຄວາມ
ເປັນລະບຽບຮຽບຮ້ອຍແລ້ວ.

ກອງທັບໄທ ຊຶ່ງໄດ້ກໍ່ລັດຖະປະຫານ 11 ຄັ້ງ ໃນຮອບ 80 ປີທີ່ຜ່ານມານີ້ ໄດ້ປະຕິເສດ
ວ່າ ຕົນບໍ່ໄດ້ເຂົ້າຍຶດເອົາອຳນາດແຕ່ຢ່າງໃດ. ມີນາຍທະຫານຊັ້ນຜູ້ໃຫຍ່ຫຼາຍໆທ່ານ
ໄດ້ປະຕິເສດຢ່າງແຂງຂັນວ່າ ບໍ່ໄດ້ມີການກໍ່ລັດຖະປະຫານໃດໆ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານໄຊກະເສີມ ນິຕິສິຣິ ໄດ້ບອກກັບບັນດານັກຂ່າວວ່າ ຄະນະລັດຖະບານຊົ່ວຄາວນັ້ນ ຍັງບໍລິຫານປະເທດຢູ່ ແລະຢືນຢັດວ່າການເຄື່ອນ
ໄຫວ ຂອງພວກທະຫານທີ່ວ່ານີ້ ແມ່ນພົວພັນກັບເລື່ອງຄວາມປອດໄພເທົ່ານັ້ນ.

ແຕ່ແນວໃດກໍ ຕາມສະມາຊິກຂອງລັດຖະບານຊົ່ວຄາວຮັກສາການກ່າວວ່າ ບໍ່ໄດ້ມີີ
ການປຶກສາລ່ວງໜ້າກ່ອນການຕັດສິນໃຈກ່ຽວກັບການຈັດຕັ້ງປະຕິບັດກົດໄອຍະການ
ເສິກ.

ໃນຖະແຫຼງການສະບັບນຶ່ງ ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen Psaki ໄດ້ກ່າວວ່າ ສະຫະລັດ ແມ່ນມີ “ຄວາມເປັນຫວ່ງທີ່ສຸດ” ແລະກຳລັງຕິດຕາມ
ສະຖານະການຢ່າງໃກ້ຊິດ. ທ່ານນາງໄດ້ກ່າວວ່າ ສະຫະລັດ ຄາດຫວັງວ່າ ກອງທັບໄທ ຈະຮັກສາຄຳໝັ້ນສັນຍາຂອງຕົນທີ່ວ່າ ກົດ​ໄອ​ຍະ​ການ​ເສິກດັ່ງກ່າວ ຈະມີການນຳໃຊ້
ຊົ່ວຄາວເທົ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ແລະບໍ່ບ່ອນທຳລາຍສະຖາບັນ
ປະຊາທິປະໄຕຕ່າງໆ.

ມີເກືອບ 30 ຄົນ ໄດ້ເສຍຊີວິດນັບຕັ້ງແຕ່ເດືອນພະຈິກແລ້ວນີ້ເປັນຕົ້ນມາເວລາການ
ປະທ້ວງລະເບີດຂຶ້ນ ໃນຄວາມພະຍາຍາມເພື່ອບັງຄັບໃຫ້ນາຍົກລັດຖະມົນຕີ ທ່ານ
ນາງຍິ່ງລັກ ຊິນນະວັດ ອອກຈາກອຳນາດ. ການປະທ້ວງທັງຫຼາຍນັ້ນ ບໍ່ໄດ້ຮັບຜົນ
ສຳເລັດ ແຕ່ວ່າ ທ່ານນາງຍິ່ງລັກ ແລະຄະນະລັດຖະບານ ໄດ້ຖືກປົກອອກຈາກ
ຕຳແໜ່ງໃນເດືອນນີ້ ໂດຍ ສານລັດຖະທຳມະນູນໃນຂໍ້ຫາທີ່ໃຊ້ອຳນາດໄປໃນທາງທີ່
ບໍ່ຖືກຕ້ອງ.
Thailand Politics SOTVO
please wait

No media source currently available

0:00 0:01:13 0:00
XS
SM
MD
LG