ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນ ໃນໄທ ພາກັນອອກມາປະທ້ວງ ຕໍ່ຮ່າງກົດໝາຍ ປະຕິຮູບ ສື່ມວນຊົນ ສະບັບນຶ່ງ


ໜ້າທຳອິດ ຂອງໜັງສືພິມຕ່າງໆ ໃນໄທ ສະແດງໃຫ້ເຫັນ ພວກປະທ້ວງທີ່ເປັນນັກສຶກສາ ຍົກມືສາມນິ້ວຄຳນັບ ແບບໃນຮູບເງົາເລື່ອງ "The Hunger Games".
ໜ້າທຳອິດ ຂອງໜັງສືພິມຕ່າງໆ ໃນໄທ ສະແດງໃຫ້ເຫັນ ພວກປະທ້ວງທີ່ເປັນນັກສຶກສາ ຍົກມືສາມນິ້ວຄຳນັບ ແບບໃນຮູບເງົາເລື່ອງ "The Hunger Games".

ອົງການສື່ມວນຊົນຂອງໄທ ກຳລັງຕໍ່ສູ້ເພື່ອຢັບຢັ້ງຮ່າງກົດໝາຍວ່າດ້ວຍ ການປະຕິຮູບ ສື່ມ່ວນຊົນ ທີ່ພວກເຂົາເຈົ້າເຫັນວ່າ ຈະວາງຂໍ້ຈຳກັດຕ່າງໆ ຕໍ່ເສລີພາບ ດ້ານຂ່າວສານ ລວມທັງ ການອອກໃບອະນຸຍາດ ແລະ ໃນຂະນະນີ້ ກໍກຳລັງກົດດັນລັດຖະບານ
ທະຫານ ໃຫ້ທົບທວນຮ່າງກົດໝາຍນີ້ຄືນ.

ກຸ່ມສື່ມວນຊົນຂອງໄທ ຈຳນວນ 30 ກຸ່ມ ທ່າມກາງຄວາມຢ້ານກົວ ຂອງການຄວບຄຸມ ທີ່ເພີ້ມຂຶ້ນຂອງລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມ ໃນວັນອາທິດວານນີ້ ແລະ ໄດ້ ຮຽກຮ້ອງຕໍ່ ຄະນະສະພາປະຕິຮູບແຫ່ງຊາດ ຫຼື NSRA ໃຫ້ດັດແກ້ຮ່າງກົດໝາຍ
ດັ່ງກ່າວ ໂດຍກ່າວວ່າ ກົດໝາຍນີ້ ເປັນຂີດໝາຍຂອງຄວາມລົ້ມແຫລວຂະໜາດໃຫຍ່ ສຳລັບເສລີພາບດ້ານສື່ມວນຊົນ ຢູ່ໃນປະເທດໄທ.

ທ່ານ Thepchai Yong ປະທານ ສະຫະພັນນັກຂ່າວຂອງໄທ ໄດ້ກ່າວວ່າ ເປົ້າໝາຍ
ຂອງກອງປະຊຸມນີ້ ແມ່ນເພື່ອຍົກຂຶ້ນໃຫ້ເຫັນເຖິງຄວາມກັງວົນຕ່າງໆ ຂອງອຸດສາຫະກຳ ສື່ຂ່າວ ກ່ຽວກັບພາບພົດດ້ານສື່ມວນຊົນ ນັບຕັ້ງແຕ່ທະຫານໄດ້ເຂົ້າກຳອຳນາດມາໃນປີ 2014.

ທ່ານ Thepchai ກ່າວຕໍ່ວີໂອເອວ່າ “ວັດຖຸປະສົງ ກໍແມ່ນເພື່ອຮຽກຮ້ອງ ເອົາຄວາມ ກັງວົນຂອງພວກເຮົາ ການຄັດຄ້ານຂອງພວກເຮົາ ຕໍ່ຮ່າງກົດໝາຍວ່າດ້ວຍ ສື່
ມວນຊົນ ສະບັບໃໝ່ນີ້ ທີ່ຍັງຄອຍຖ້າ ຄະນະກຳມາທິການປະຕິຮູບສື່ມວນຊົນ ຢູ່ ຊຶ່ງພວກເຮົາຄິດວ່າ ຈະເປັນອັນຕະລາຍແທ້ໆ ໃນຖານະທີ່ມັນຈະໃຫ້ອຳນາດແກ່
ລັດ ໃນການກວດກາສື່ມວນຊົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG