ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຊາຍ​ໄທ​ຄົນ​ນຶ່ງ ໄດ້​ຮັບ​ໂທດ​ຕິດ​ຄຸກ 2 ປີ ຍ້ອນ​ໝິ່ນ​ປະ​ໝາດ​ກະ​ສັດ


ແຟ້ມ - ຮູບ​ເປັດ​ທີ່​ເປັນ​ເຄື່ອງ​ຫຼິ້ນ​ສີ​ເຫຼືອງ ໂດຍ​ມີ​ຂໍ້​ຄວາມ​ທີ່​ຂຽນ​ຕິດ​ໃສ່ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ຢູ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 24 ມີ​ນາ 2021 ກ່ອນ​ໜ້າ​ການ​ຕັດ​ສິນ​ໂທດ​ພວກ​ປະ​ທ້ວງ 13 ຄົນ ທີ່​ຖືກ​ກ່າວ​ຫາ​ຂັດ​ຂືນ​ອຳ​ນາດ ແລະ​ໃສ່​ຮ້າຍ​ປ້າຍ​ສີ​ກະ​ສັດ.
ແຟ້ມ - ຮູບ​ເປັດ​ທີ່​ເປັນ​ເຄື່ອງ​ຫຼິ້ນ​ສີ​ເຫຼືອງ ໂດຍ​ມີ​ຂໍ້​ຄວາມ​ທີ່​ຂຽນ​ຕິດ​ໃສ່ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ຢູ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 24 ມີ​ນາ 2021 ກ່ອນ​ໜ້າ​ການ​ຕັດ​ສິນ​ໂທດ​ພວກ​ປະ​ທ້ວງ 13 ຄົນ ທີ່​ຖືກ​ກ່າວ​ຫາ​ຂັດ​ຂືນ​ອຳ​ນາດ ແລະ​ໃສ່​ຮ້າຍ​ປ້າຍ​ສີ​ກະ​ສັດ.

ຊາຍ​ຄົນ​ນຶ່ງ​ໃນ​ປະ​ເທດ​ໄທ​ຖືກ​ຕັດ​ສິນ​ຈຳ​ຄຸກ 2 ປີ​ຍ້ອນ​ລະ​ເມີດ​ກົດ​ໝາຍ​ຕໍ່​ຕ້ານ​ການ​ໝິ່ນ​ປະ​ໝາດຄອບ​ຄົວ​ຂອງກະ​ສັດ.

ຜູ້​ຊາຍ​ຄົນ​ນີ້​ໄດ້​ຖືກ​ຈັບ​ໃນ​ປີ 2020 ຍ້ອນ​ຂາຍ​ປະ​ຕິ​ທິນ ທີ່​ມີ​ຮູບ​ເປັດ​ສີ​ເຫຼືອງ ຊຶ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ຂະ​ບວນ​ການ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ໄທ. ໄອ​ຍະ​ການ​ກ່າວ​ວ່າ ປະ​ຕິ​ທິນດັ່ງ​ກ່າວ​ມີ​ຮູບ​ເຍາະ​ເຍີ້ຍ​ກະ​ສັດ​ມະ​ຫາ​ວາ​ຈີ​ຣະ​ລົງ​ກອນ.

ໄທ​ມີ​ກົດ​ໝາຍ​ທີ່​ເຄັ່ງ​ຄັດ​ທີ່​ສຸດ​ປະ​ເທດ​ນຶ່ງ​ໃນ​ໂລກ ຕໍ່​ຕ້ານ​ການ​ໝິ່ນ​ປະ​ໝາດພະ​ບໍ​ລົມ​ເດ​ຊາ​ນຸ​ພາບ ຫຼື​ໝິ່ນ​ປະ​ໝາດກະ​ສັດ ຊຶ່ງ​ມີ​ໂທດ​ໜັກ​ຕິດ​ຄຸກ​ເຖິງ 15 ປີ ສຳ​ລັບ​ການ​ໝິ່ນ​ປະ​ໝາດ​ໃນ​ແຕ່​ລະ​ເທື່ອ. ກົດ​ໝາຍ​ດັ່ງ​ກ່າວ​ແມ່ນ​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ຂະ​ບວນ​ການ​ຊາວ​ໜຸ່ມ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ໄທ ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ຊຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ລຶບ​ລ້າງ​ກະ​ສັດ.

ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດ​ໝ​າຍ ທະ​ນາຍ​ຄວາມ​ໄທ​ເພື່ອ​ສິດ​ທິ​ມະ​ນຸດ ກ່າວ​ວ່າ ມີ​ຫຼາຍກວ່າ 200 ຄົນ​ໄດ້​ຖືກ​ຂໍ້​ຫາ​ລະ​ເມີດ​ກົດ​ໝາຍ​ໝິ່ນ​ປະ​ໝາດ​ກະ​ສັດ ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ.

ພວກ​ນັກ​ເຄື່ອນ​ໄວ​ຊາວ​ໜຸ່ມ 2 ຄົນ ໄດ້​ພາ​ກັນ​ອົດ​ອາ​ຫານ​ປະ​ທ້ວງ ໃນ​ໄລ​ຍະ 6 ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ຕໍ່​ຕ້ານ​ກົດ​ໝາຍ​ໝິ່ນ​ປະ​ໝາດ​ກະ​ສັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG