ທະນາຍຄວາມດ້ານສິດທິມະນຸດທີ່ມີຊື່ສຽງຂອງໄທ ຖືກຕັດສິນວ່າມີຄວາມຜິດໃນວັນອັງຄານມື້ນີ້ ກ່ຽວກັບການໝິ່ນປະໝາດກະສັດແລະຖືກຕັດສິນໃຫ້ຈໍາຄຸກເປັນເວລາ 4 ປີ, ເຊິ່ງເປັນການຕັດສິນລົງໂທດຄັ້ງທໍາອິດພາຍໃຕ້ກົດໝາຍຄຸ້ມຄອງ ສະຖາບັນກະສັດທີ່ເປັນບັນຫາໂຕ້ແຍ້ງ ນັບຕັ້ງແຕ່ລັດຖະບານພົນລະເຮືອນເຂົ້າກໍາອໍານາດ ລຸນຫຼັງທີ່ປະເທດປົກຄອງໂດຍພວກທະຫານໜຸນຫຼັງ, ອີງຕາມລາຍງານຂອງອົງການຂ່າວ AP.
ທ່ານອານົນ ນໍາພາ ຖືກພົບວ່າມີຄວາມຜິດໂດຍການໃສ່ຮ້າຍປ້າຍສີ ກະສັດມະຫາວະຊິຣາລົງກອນ ໃນລະຫວ່າງການໂຮມຊຸມນຸມທີ່ນໍາພາໂດຍພວກນັກ ສຶກສາ ເມື່ອວັນທີ 14 ຕຸລາ ປີ 2020, ເພືອລະນຶກເຖິງການລຸກຮືຂຶ້ນຂອງປະຊາຊົນໃນປີ 1973 ເຊິ່ງນໍາໄປສູ່ການພັງທະລາຍຂອງພວກຜະເດັດການທະຫານ ທີ່ກໍານາດມາເປັນເວລານຶ່ງທົດສະວັດ. ນອກຈາກນີ້ ທ່ານອານົນຍັງ ຖືກປັບໃໝອີກ 20,000 ບາດຫຼື 550 ໂດລາ ໃນຂໍ້ຫາລະເມີດດຳລັດການປະກາດພາວະສຸກເສີນ ທີ່ຫ້າມບໍ່ໃຫ້ມີການໂຮມຊຸມນຸມຂະໜາດໃຫຍ່ ໃນທີ່ສາທາ ລະນະ ລະຫວ່າງການລະບາດໃຫຍ່ຂອງພະຍາດໂຄວິດ.
ທ່ານອານົນ ອາຍຸ 39 ປີ, ຍັງຈະປະເຊີນກັບ 13 ຄະດີເພີ້ມເຕີມ ພາຍໃຕ້ກົດໝາຍໝິ່ນພະບໍລົມເດຊານຸພາບຂອງກະສັດ, ເຊິ່ງເປັນການໝິ່ນປະໝາດກະສັດ, ພະບໍຣົມວົງສານຸວົງແລະຜູ້ສໍາເລັດລາດຊະການແທນພະອົງນັ້ນ, ຕ້ອງຖືກໂທດ ຈໍາຄຸກສູງຮອດ 15 ປີ.
ສານກ່າວໃນຄໍາຕັດສິນໃນວັນອັງຄານມື້ນີ້ວ່າ ທ່ານອານົນ ໄດ້ປະກາດຢູ່ບ່ອນໂຮມຊຸມນຸມວ່າ ຖ້າມັນໄດ້ຖືກຂັບໄລ່ໃຫ້ກະຈັດກະຈາຍໄປ, ມັນອາດຈະເປັນຄຳສັ່ງຂອງກະສັດມະຫາວະຊິຣາລົງກອນ. ຄຳຕັດສິນກ່າວວ່າ ການຖະແຫຼງນັ້ນບໍ່ເປັນຄວາມຈິງ ເນື່ອງຈາກວ່າມັນຂຶ້ນຢູ່ກັບການຕັດສິນໃຈຂອງຕໍາຫຼວດ, ແລະ ສະນັ້ນ ທ່ານອານົນ ໄດ້ໝິ່ນປະໝາດກະສັດ.
ທະນາຍຄວາມຂອງທ່ານອານົນ, ທ່ານກຣິດສະດາງ ນຸດຈະຣັດ ກ່າວວ່າ ລູກຄວາມຂອງທ່ານຈະຂໍອຸທອນ ແລະຂໍປະກັນໂຕ. ທ່ານອານົນ ກອດລູກຊາຍຂອງທ່ານ ກ່ອນຈະຖືກນໍາໂຕໄປຂັງຄຸກ.