ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະພີ່ນາງຂອງ ກະສັດໄທ ລົງສະໝັກ ເຂົ້າແຂ່ງຂັນ ເປັນນາຍົກ ລັດຖະມົນຕີ


ຜູ້ນຳພັກໄທຮັກສາຊາດ ທ່ານ ປຣີຈາພົນ ພົງພານິດ, ກາງ, ຖືຮູບພາບ ຂອງເຈົ້າຍິງ ອຸບົນຣັດ ຢູ່ທີ່ຄະນະກຳມາທິການ
ເລືອກຕັ້ງ ໃນບາງກອກ, ວັນທີ 8 ກຸມພາ 2019.
ຜູ້ນຳພັກໄທຮັກສາຊາດ ທ່ານ ປຣີຈາພົນ ພົງພານິດ, ກາງ, ຖືຮູບພາບ ຂອງເຈົ້າຍິງ ອຸບົນຣັດ ຢູ່ທີ່ຄະນະກຳມາທິການ ເລືອກຕັ້ງ ໃນບາງກອກ, ວັນທີ 8 ກຸມພາ 2019.

ຣາ​ຊະ​ວົງຂອງໄທໄດ້ມີການເຄື່ອນໄຫວທີ່ບໍ່ເຄີຍມີມາກ່ອນ ໂດຍການ ລົງໄປ​ຫລິ້ນ
ການເມືອງໃນວັນສຸກມື້ນີ້ ເມື່ອພະພີ່ນາງຂອງກະສັດມະຫາ ວັດຈິຣາ ລົງກອນ ໄດ້ຖືກ
ປະກາດວ່າ ​ເປັນ​ຜູ້ລົງສະໝັກແຂ່ງ​ຂັນ ເປັນນາຍົກລັດຖະມົນຕີ ຢູ່ໃນການເລືອກຕັ້ງ
ທີ່ຈະມີຂຶ້ນ ໃນວັນທີ 24 ມີນານີ້ ອີງຕາມບັນ​ທຶກ ​ຢູ່​ໃນເອກກະສານລົງທະບຽນ.

ການສະເໜີແຕ່ງ​ຕັ້ງເຈົ້າຍິງອຸບົນຣັດ ຣາຊະກັນຍາ ສີຣິວັດທະນາ ພັນນະວະດີ ອາຍຸ
67 ປີ ທີ່​ຊົງເປັນພະພີ່ນາງຂອງກະສັດ ມະຫາ ວັດຈິຣາລົງກອນ ເປັນການ​ສະ​ແດງ
​ເຖິງຄວາມຫວັງ​ສູງ ທີ່ຈະມີການປ່ຽນແປງການເມືອງຂອງໄທ ທີ່ມີຄວາມວຸ້ນວາຍຢູ່
ແລ້ວນີ້ ເພາະ​ມັນ​ເປັນ​ການທັບ​ມ້າງປະເພນີ ທີ່ມີມາແຕ່​ດົນ​ນານ ຂອງຣາຊະວົງ
ທີ່ບໍ່ເຂົ້າໄປຫຍຸ້ງກ່ຽວ ໃນເລື້ອງການເມືອງ.

ເຈົ້າຍິງອຸບົນຣັດ ຈະລົງສະໝັກແຂ່ງຂັນໃຫ້ແກ່ພັກທີ່ຈົງຮັກພັກດີ ຕໍ່ອະດີດນາຍົກ
ທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມໃຫ້​ລົງ​ຈາກ​ຕຳ​ແໜ່ງນັ້ນ. ນຶ່ງ​ໃນຂູ່ແຂ່ງທີ່ ກຳລັງນຳ
ໜ້າໝູ່ ຂອງ​ອົງ​ຍິງຢູ່ໃນຂະນະນີ້ ກໍຄື ທ່ານ ປຣະຢຸດ ຈັນໂອຊາ ຊຶ່ງ ເປັນຜູ້ນຳຂອງ
ລັດຖະບານ ທະຫານໄທ ຜູ້ທີ່ຍັງໄດ້ປະກາດ ການລົງສະໝັກຂອງ​ທ່ານໃນວັນສຸກມື້ນີ້.

ປະເທດໄທໄດ້ເປັນຣາຊະອາ​ນາ​ຈັກ ​ທີ່​ປົກ​ຄອງ​ໂດຍລັດຖະມະນູນ ນັບຕັ້ງແຕ່ ປີ 1932
ເປັນຕົ້ນມາ ຫາກແຕ່ຣາຊະວົງ ກໍໄດ້ຊົງມີອິດທິພົນຢ່າງໃຫຍ່ຫລວງ ແລະໄດ້ຊົງບັນຊາ
ປະຊາກອນທີ່ອຸ​ທິດ​ຄວາມຈົງຮັກພັກດີ ຈຳນວນຫຼາຍລ້ານຄົນ.

ການເລືອກຕັ້ງອອກມາໃນຮູບແບບຂອງການຕໍ່ສູ້ກັນລະຫວ່າງ ພວກທີ່ນິຍົມ ທ່ານ
ທັກສິນ ແລະພັນທະມິດຂອງເຂົາເຈົ້າ ກັບ ການສ້າງຕັ້ງຂອງກອງທັບຣາຊະວົງ.
ເຖິງຢ່າງໃດກໍຕາມ ການສະເໜີແຕ່ງ​ຕັ້ງ ທາ​ຍາດຂອງ​ຣາຊະ​ວົງ​ໄທ ໂດຍພັກໄທ
ຮັກສາຊາດ ທີ່ສະໜັບສະໜຸນທ່ານທັກສິນ ນັ້ນ ອາດຈະ​ເຮັດ​ໃຫ້ວົງການການເມືອງ
ມີ​ການ​ປ່ຽນ​ແປງ.

ເຈົ້າຍິງອຸບົນຣັດ ຣາຊະກັນຍາ ສີຣິວັດທະນາ ພັນນະວະດີ ຊົງເຂົ້າຮ່ວມ ໃນພິທີປ່ຽນພະທາດ ຂອງມື້ລາງພະມະຫາກະສັດ ພູມິພົນ ອາດຸນຍະເດດ ຢູ່ທີ່ພະຣາຊະວັງ ໃນບາງກອງ, ວັນທີ 27 ຕຸລາ 2017.
ເຈົ້າຍິງອຸບົນຣັດ ຣາຊະກັນຍາ ສີຣິວັດທະນາ ພັນນະວະດີ ຊົງເຂົ້າຮ່ວມ ໃນພິທີປ່ຽນພະທາດ ຂອງມື້ລາງພະມະຫາກະສັດ ພູມິພົນ ອາດຸນຍະເດດ ຢູ່ທີ່ພະຣາຊະວັງ ໃນບາງກອງ, ວັນທີ 27 ຕຸລາ 2017.

ພັກໄທຮັກສາຊາດ ແມ່ນແຍກ
ອອກ ມາຈາກພັກເພື່ອໄທ ທີ່ຕັ້ງ
ຂຶ້ນມາໂດຍ ພວກທີ່ຈົງຮັກພັກດີ
ຕໍ່ ທ່ານ ທັກສິນ ແລະ ແກນນຳ
ຂອງ ພັກແນວໂຮມປະຊາທິປະໄຕ
ຕໍ່ຕ້ານຜະເດັດການ ຫຼື ກຸ່ມ “ເສື້ອ
ແດງ”
ໄດ້ເປັນຍຸດທະສາດ ເພື່ອ
ຊ່ອຍໃຫ້ພັກເພື່ອໄທ ໄດ້ຊະນະ
ຄະແນນສຽງ. ບັນຫາຂັດແຍ້ງທີ່
ບົ່ມ​ຊ້ອນ​ມາ​ ເປັນ​ເວ​ລາ​ດົນ​ນານ
ລະຫວ່າງ ກຸ່ມອາ​ໝາດ​ ຊຶ່ງ​ເປັນ
ຊົນຊັ້ນສູງ ລວມສູນກັນຢູ່ໃນ
ບາງກອງ ແລະກຸ່ມພວກປະຊາ
ນິຍົມທີ່ມີຖານຕັ້ງຢູ່ຊົນນະບົດ ທີ່
ສົ່ງຜົນເຮັດ ໃຫ້ເກີດການປະທ້ວງ
ຢູ່ຕາມທ້ອງຖະໜົນ, ການກໍ່ ລັດ
ຖະປະຫານ ແລະການປະທະກັນ ດ້ວຍຄວາມຮຸນແຮງຕະຫຼອດໄລຍະ
ເກືອບ15 ປີ.

“ພັກດັ່ງກ່າວໄດ້ສະເໜີແຕ່ງ​ຕັ້ງເຈົ້າຍິງໃຫ້ ເປັນຜູ້ລົງສະໝັກພຽງຄົນດຽວ ຂອງພັກ”
ນັ້ນແມ່ນຄຳເວົ້າ ຂອງຜູ້ນຳພັກ ໄທຮັກສາຊາດ,ທ່ານ ປຣີຈາພົນ ພົງພານິດ ທີ່ກ່າວຕໍ່
ບັນດາ ນັກຂ່າວ ຫຼັງຈາກທີ່ໄດ້ເອົາ​ ຊື່ຜູ້ລົງສະໝັກຂອງພັກ ໄປລົງທະບຽນຢູ່ນຳ ຄະນະ
ກຳມະທິການເລືອກຕັ້ງ​ແລ້ວ.

ທ່ານ ປຣີຈາພົນ ກ່າວອີກວ່າ “ອົງ​ຍິງເປັນຜູ້ທີ່​ມີຄວາມຮູ້ ແລະ ເປັນຜູ້ທີ່ ເໝາະສົມເປັນ
ຢ່າງສູງ. ຂ້າພະເຈົ້າເຊື່ອວ່າ ຈະບໍ່ມີບັນຫາທາງກົດໝາຍ ໃນດ້ານຄຸນນະ​ວຸດ​ທິຂອງ
ອົງ​ຍິງ ແຕ່ພວກເຮົາ ຕ້ອງລໍຖ້າໃຫ້ຄະນະກຳ ມະທິການເລືອກຕັ້ງ ຮັບຮອງເອົາ
ການລົງສະໝັກຂອງອົງ​ຍິງເສຍກ່ອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG