ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສັດໄທ ສະເດັດ ອອກໂຮງໝໍ ຫລັງຈາກ ຊົງຮັບ ການປິ່ນປົວ 4 ປີ (ສະໄລດ໌)


ກະສັດພູມີພົນອະດຸນຍະເດດ ແລະພະຣາຊີນີ ສີຣິກິດສະເດັດອອກຈາກ ໂຮງໝໍສິຣິຣາຊ ໃນບາງກອກ ໃນວັນທີ 1 ສິງຫາ 2013.
ກະສັດພູມີພົນອະດຸນຍະເດດ ແລະພະຣາຊີນີ ສີຣິກິດສະເດັດອອກຈາກ ໂຮງໝໍສິຣິຣາຊ ໃນບາງກອກ ໃນວັນທີ 1 ສິງຫາ 2013.
ກະສັດ ພູມີພົນອະດຸນຍະເດດຂອງ​ໄທ ຊົງຖືກຮັບຕ້ອນໂດຍ
ປະຊາຊົນ​ຫຼາຍສິບ​ພັນ​ຄົນ ໃນຂະນະທີ່ພະອົງ ສະເດັດອອກ
ຈາກໂຮງໝໍ ທີ່ພະອົງຊົງ​ໄດ້ຮັບການ​ປິ່ນປົວພະອາການເຈັບ
ປ່ວຍຫລາຍຢ່າງນັ້ນ ເປັນເວລາເກືອບ 4 ປີ.

ກະສັດ​ທີ່​ມີພະຊົນອາຍຸ 85 ປີອົງນີ້ ຊົງໂບກພະຫັດໃສ່ພວກໄປ
ອວຍພອນ​ໃຫ້​ ພະອົງຫາຍດີ ທີ່ພາກັນລຽນແຖວລໍຖ້າຢູ່​ຕາມ​
ເສັ້ນທາງ​ທີ່ພະອົງຊົງສະເດັດຜ່ານໄປ ໃນຂະນະທີ່ພະອົງ
ແລະພະມະເຫສີສິຣິກິດສະເດັດໄປຍັງພະຣາຊະວັງ​ແຄມ ທະເລທີ່ຫົວຫີນທີ່ຕັ້ງຢູ່ສອງຊົວໂມງຫ່າງ​ຈາກບາງກອກ​ໄປ​ທາງ​ທິດ​ໃຕ້ ຖ້າ​ເດີນ ທາງ​ໂດຍ​ທາງລົດ.

ພະອົງ ຊົງ​ໄດ້ເຂົ້າ​ໄປ​ຮັບ​ການ​ປິ່ນປົວ ຢູ່ໃນໂຮງໝໍສິຣິຣາຊ ໃນບາງກອກຍ້ອນເປັນໂຣກ
ກ່ຽວກັບລະບົບຫາຍໃຈ ໃນປີ 2009. ພະຣາຊີນີກໍຊົງສະເດັດເຂົ້າຮັບ​ການພະຍາບານ
ຢູ່ໂຮງໝໍດຽວກັນນັບແຕ່ປີກາຍນີ້​ເປັນຕົ້ນມາລຸນຫຼັງ ທີ່ຊົງມີພະອາການວິນວຽນ​ສີສະ.

ກະສັດພູມີພົນ ເປັນເຈົ້າຊີວິດທີ່ຄອງບັນລັງດົນນານທີ່ສຸດໃນໂລກ ຊຶ່ງພະອົງຊົງຂຶ້ນຄອງ
ຣາດ ຕັ້ງແຕ່ປີ 1946 ເປັນຕົ້ນມາ.


XS
SM
MD
LG