ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກະ​ສັດ​ໄທ ຊົງ​ເປີດ​ກອງ​ປະ​ຊຸມ ​ສະ​ພາຊຸດ​ໃໝ່

ກະ​ສັດ​ມະ​ຫາ​ວະ​ຈິ​ຣະ​ລົງ​ກອນ ແຫ່ງ​ປະ​ເທດ​ໄທ ຢືນ​ຢູ່​ຕໍ່​ໜ້າ​ສະ​ມາ​ຊິກ​ສະ​ພາ ໃນ​ພິ​ທີ​ເປີດ​ປະ​ຊຸມ​ສະ​ພາ ທີ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 3 ກໍ​ລະ​ກົດ 2023. (Sunti Teapia/Manage newspaper pool via AP)
ກະ​ສັດ​ມະ​ຫາ​ວະ​ຈິ​ຣະ​ລົງ​ກອນ ແຫ່ງ​ປະ​ເທດ​ໄທ ຢືນ​ຢູ່​ຕໍ່​ໜ້າ​ສະ​ມາ​ຊິກ​ສະ​ພາ ໃນ​ພິ​ທີ​ເປີດ​ປະ​ຊຸມ​ສະ​ພາ ທີ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 3 ກໍ​ລະ​ກົດ 2023. (Sunti Teapia/Manage newspaper pool via AP)

ກະ​ສັດ​ໄທ​ຊົງ​ເປີດ​ສະ​ໄໝ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​ໃນ​ວັນ​ຈັນ​ວານນີ້​ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສອງ​ອາ​ທິດ​ທີ່​ສຳ​ຄັນ​ເພື່ອ​ຕັດ​ສິນ​ໃຈ​ວ່າ​ພັກກ້າວ​ໄກ​ທີ່​ຊະ​ນະ​ຄະ​ແນນ​ສຽງ​ຫຼາຍ​ທີ່​ສຸດໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ສາ​ມາດ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ໄດ້​ບໍ່ ຫລື​ຄວາມ​ວຸ້ນ​ວາຍ​ທາງ​ການ​ເມືອງ​ກຳ​ລັງ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ.

ພັກ​ກ້າວ​ໄກ ທີ່​ໄດ້​ຊ​ະ​ນະ​ບ່ອນ​ນັ່ງ 151 ບ່ອນ​ຢ່າງ​ບໍ່​ໜ້າ​ເຊື່ອ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 14 ພຶດ​ສະ​ພາໃນ​ຂະ​ນະ​ທີ່​ຊາວ​ໄທ​ຫຼາຍໆ​ລ້ານ​ຄົນໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ແຜນ​ການ​ຂອງ​ພັກ ເພື່ອ​ບໍ່​ໃຫ້ພວກ​ທະ​ຫານ​ຫຼິ້ນ​ການ​ເມືອງ ແກ້​ໄຂ​ບັນ​ຫາ ເສດ​ຖະ​ກິດ ​ທີ່ຄອບ​ງຳ​ດ້ວຍ​ການ​ຜູກ​ຂາດ ແລະ​ແກ້​ໄຂ​ກົດ​ໝາຍ ​ໃສ່​ຮ້າຍ​ປ້າຍ​ສີ​ເຊື້ອ​ພະ​ວົງ ຊຶ່ງ​ຄຸ້ມ​ຄອງ​ບໍ່​ໃຫ້​ກະ​ສັດ​ຖືກ​ຕ້ອງ​ຕິ.

ແຕ່​ແຜນ​ການ​ຂອງ​ພັກ​ແມ່ນ​ຖືກມອງ​ກັນ​ວ່າ​ເປັນ​ໄພ​ອັນ​ຕະ​ລາຍ​ສຳ​ລັບ​ຫຼາຍໆ​ຄົນ​ໃນ​ການ​ຈັດ​ຕັ້ງ​ຂອງ​ພວກອະ​ນຸ​ລັກ​ນິ​ຍົມ ​ທີ່​ນິ​ຍົມ​ກະ​ສັດ ຮວມ​ທັງ​ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັກ​ສາ​ການ ຊຶ່ງ​ເປັນ​ອະ​ດີດ​ນາຍ​ພົນ​ກອງ​ທັບ​ບົກ ທີ່​ເປັນ​ຜູ້​ນຳ​ພາ​ເຮັດ​ລັດ​ຖະ​ປະ​ຫານ​ໃນ​ປີ 2014 ແລະ​ປົກ​ຄອງ​ປະ​ເທດ​ເປັນ​ເວ​ລາ​ເກືອບ​ນຶ່ງ​ທົດ​ສະ​ວັດຈົນ​ເທົ່າ​ພັກ​ຂອງ​ທ່ານ​ໄດ້​ເສຍ​ໄຊ​ຢ່າງ​ບໍ່​ເປັນ​ທ່າ​ໃນ​ການປ່ອນ​ບັດ​ເລືອກ​ຕັ້ງ.

​ແຟ້ມ - ຜູ້​ນຳ​ຂອງ​ພັກ​ກ້າວ​ໄກ ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ (ຊ້າຍ) ຍົກ​ມື​ຂຶ້ນ ຫຼັງ​ຈາກ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ ລະ​ຫວ່າງ​ພັກ​ກ້າວ​ໄກ ແລະ​ພັກ​ການ​ເມືອງ​ອື່ນໆ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ທີ່​ບາງກອກ ເມື່ອ​ວັນ​ທີ 22 ພຶດ​ສະ​ພາ 2023.

ສະ​ມາ​ຊິກ​ທັງ​ໝົດ 750 ຄົນ ຂອງສະ​ພາ​ທັງ​ສອງ ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ພາ​ສູງ 250 ຄົນ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ລັດ​ຖະ​ບານຄອບ​ງຳ​ໂດຍ​ພວກ​ທະ​ຫານ ​ຂອງ​ທ່ານ​ປ​ຣະ​ຢຸດ ແລະສະ​ມາ​ຊິກ​ສະ​ພາ​ຕ່ຳ 500 ຄົນ​ທີ່​ຜ່ານ​ມາ​ການ​ເລືອກ​ຕັ້ງ ໄດ້​ພາ​ກັນ​ຢືນ​ເປັນ​ແຖວ ໃສ່​ຊຸດ​ລັດ​ຖະ​ການ​ພົນ​ລະ​ເຮືອນ ຢູ່​ຕໍ່​ໜ້າ​ກະ​ສັດ​ມະ​ຫາ​ວະ​ຈິ​ຣະ​ລົງ​ກອນ ໃນ​ວັນ​ຈັນ​ນີ້ ຂະ​ນະ​ທີ່​ພະ​ອົງ​ຊົງ​ເປີດ​ສະ​ພາ.

ຮວມ​ຢູ່​ໃນ​ນັ້ນ ກໍ​ມີ​ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ລັດ ຜູ້​ນຳ​ຂອງ​ພັກ​ກ້າວ​ໄກ ຊຶ່ງ​ກ່າວ​ວ່າ ທ່ານ​ມີອຳ​ນາດ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ປະ​ຊາ​ຊົນ​ໃຫ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ຜູ້​ນຳ​ຂອງ​ລັດ​ຖະ​ບານ​ປະ​ສົມ​ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ທີ່​ບໍ່​ໝັ້ນ​ຄົງ​ກໍ​ຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG